ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະເຫຼີມສະຫຼອງວັນສ້າງຕັ້ງເຫຼົ່າຮົບເຄມີສາດ ຄົບຮອບ 60 ປີ


ສະຫາຍ ພົນຕີ ວັນທອງ ບຸດຕະວົງ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ,​ເປັນ​ປະທານ ​ໃນວັນທີ 27 ຕຸລາ 2026

     ວັນທີ 27 ຕຸລາ 2026 ນີ້, ກົມເຄມີສາດ ກົມໃຫຍ່ເສນາທິການກອງທັບ ໄດ້ຈັດພິທີ ສະເຫຼີມສະຫຼອງວັນສ້າງຕັ້ງເຫຼົ່າຮົບເຄມີສາດ ຄົບຮອບ 60 ປີ (26 ຕຸລາ
1966-26 ຕຸລາ 2026) ໂດຍການເປັນປະທານ ຂອງສະຫາຍ ພົນຕີ ວັນທອງ ບຸດຕະວົງ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມ
ໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາ, ພະນັກງານອາວຸໂສບໍານານ, ແຂກຖືກເຊີນ ແລະພະນັກງານ-ນັກຮົບ ທົ່ວກົມເຄມີສາດ ເຂົ້າຮ່ວມ.

     ສະຫາຍ ພັນເອກ ຄໍາສະຫວັດ ໄຊຍະລາດ ຫົວໜ້າກົມເຄມີສາດ ກົມໃຫຍ່ເສນາທິການກອງທັບ ໄດ້ກ່າວວ່າ: ກ່ອນໜ້ານີ້ 60 ປີ, ເພື່ອຕອບສະໜອງແນວທາງ
ຂອງພັກ ແລະ ວິໄສທັດ ຂອງຄະນະພັກ ການທະຫານສູນກາງ ໃນການປັບປຸງກໍ່ສ້າງກໍາລັງປະກອບອາວຸດປະຕິວັດ ໃຫ້ເຕີບໃຫຍ່ຂະຫຍາຍຕົວ ທັງດ້ານປະລິມານ
ແລະ ຄຸນນະພາບ, ເປັນກຳລັງຫຼັກແຫຼ່ງໃນການຕັດສິນໄຊຊະນະ ຂອງຂະບວນການຕໍ່ສູ້ປະຕິວັດຢູ່ປະເທດເຮົາ ໃນສະເພາະໜ້າ ແລະ ຍາວນານນັ້ນ, ເດືອນ ກໍລະກົດ
1964 ຄະນະພັກ ການທະຫານສູນກາງ ໄດ້ຕົກລົງແຕ່ງຕັ້ງຄະນະໜຶ່ງຂຶ້ນ ເພື່ອຄັດເລືອກເອົາພະນັກງານ-ນັກນັກຮົບ ໄປຮຽນວິຊາສະເພາະເຫຼົ່າຮົບເຄມີສາດ ຢູ່ ສປ ຈີນ
ເພື່ອສ້າງເປັນນາຍທະຫານເຄມີ, ພາຍຫຼັງສໍາເລັດຫຼັກສູດການຮຽນ ໄດ້ກັບຄືນປະເທດ ເຂດປົດປ່ອຍ ຄະນະພັກ ການທະຫານສູນກາງ ຈຶ່ງໄດ້ຕົກລົງ ກຳນົດເອົາວັນທີ
26 ຕຸລາ 1966 ເປັນມື້ປະກາດການສ້າງຕັ້ງ ແລະ ສັບຊ້ອນກໍາລັງ ຂອງເຫຼົ່າຮົບເຄມີສາດຢ່າງເປັນທາງການ ຢູ່ເຂດທີ່ໝັ້ນ ຂອງການປະຕິວັດ ທີ່ບ້ານນາມອນ ເມືອງ
ວຽງໄຊ ແຂວງຫົວພັນ ໃນທ່າມກາງສົງຄາມຕໍ່ສູ້ປົດປ່ອຍຊາດອັນດຸເດືອດຂ້ຽວຂາດ ຕ້ານຈັກກະພັດອາເມຣິກາຜູ້ຮຸກຮານ. ໃນເບື້ອງຕົ້ນ ມີຈໍານວນພົນ 63 ສະຫາຍ
ທີ່ຮຽນຈົບການກໍ່ສ້າງວິຊາປ້ອງກັນເຄມີສາດລະບົບເລັ່ງລັດ ມາຈາກ ສປ ຈີນ, ປະກາດສ້າງຕັ້ງເປັນ 1 ພະແນກ ແລະ ກອງຮ້ອຍເຄມີ 15,  ມີພາລະບົດບາດ, ໜ້າທີ່
ຮັບປະກັນເຄມີປ້ອງກັນສູນກາງ-ເຂດດ້ານຮົບ, ກົມກອງທະຫານ ແລະ ຮາກຖານປະຊາຊົນ ຢູ່ເຂດປົດປ່ອຍຂອງແນວລາວຮັກຊາດ. ນັບແຕ່ມື້ໄດ້ຮັບການສ້າງຕັ້ງຈົນ
ເຖິງປັດຈຸບັນເຫຼົ່າຮົບເຄມີສາດ ໄດ້ຮັບການປັບປຸງ, ກໍ່ສ້າງເຕີບໃຫຍ່ຂະຫຍາຍຕົວ ຜ່ານຂະບວນວິວັດທີ່ຍາວນານ, ລະອິດລະອ້ຽວ, ຂ້ຽວຂາດສັບສົນ ແລະ ສິ່ງທົດ
ສອບທ້າທາຍນານາປະການ ຕິດພັນກັບຂະບວນການຕໍ່ສູ້ ຕ້ານການຮຸກຮານ ຂອງລັດທິລ່າເມືອງຂຶ້ນແບບໃໝ່ ຂອງກໍາລັງປະກອບອາວຸດປະຕິວັດ ແລະ ປະຊາຊົນ
ລາວເຜົ່າຕ່າງໆ ທີ່ຮັກເຊື້ອແພງຊາດ. ລະບົບການຈັດຕັ້ງ ແລະ ການປະກອບ ຂອງເຫຼົ່າຮົບເຄມີສາດ ໄດ້ຮັບການປັບປຸງຫຼາຍຫຼົບ ຫຼາຍຕ່າວ ເພື່ອໃຫ້ແທດເໝາະກັບ
ຄວາມຮຽກຮ້ອງຕ້ອງການໜ້າທີ່ການເມືອງ ຂອງພັກ, ຂອງການປະຕິວັດ ແລະ ຂອງກໍາລັງປະກອບອາວຸດ ກອງທັບປົດປ່ອຍປະຊາຊົນລາວ. ຈາກສະພາບການ ແລະ
ໜ້າທີ່ກໍ່ສ້າງກໍາລັງໃນແຕ່ລະໄລຍະ ເບື້ອງຕົ້ນໄດ້ຈັດຕັ້ງມີພຽງແຕ່ 1 ພະແນກ ແລະ 1 ກອງຮ້ອຍ ເທົ່ານັ້ນ ໂດຍແມ່ນ ສະຫາຍ ວິສອນ ເປັນຫົວໜ້າພະແນກ ແລະ ດ້ານ
ວັດຖຸ  ມີການປະກອບຈໍານວນໜຶ່ງ ພາຍຫຼັງສຳເລັດການປະຕິວັດຊາດ ປະຊາທິປະໄຕ ໃນຂອບເຂດທົ່ວປະເທດ ແລະ ສະຖາປະນາ ສປປ ລາວ ໃນວັນທີ 2 ທັນວາ
1975 ເປັນຕົ້ນມາ ລະບົບການຈັດຕັ້ງປະກອບ ຂອງເຫຼົ່າຮົບເຄມີສາດໄດ້ຮັບການປັບປຸງຄືນໃໝ່ໃຫ້ລວມສູນ ຕາມຫຼັກການຈັດຕັ້ງປະກອບຂອງກອງທັບປະຊາຊົນລາວ,
ມີສາຍໃຍການຈັດຕັ້ງເປັນລະບົບຄົບຊຸດ ຕາມລໍາດັບຂັ້ນ ແຕ່ຂັ້ນມະຫາພາກ ລົງເຖິງຮາກຖານ, ພາຍໃຕ້ການຊີ້ນໍາຢ່າງເປັນລະບົບຮັດກຸມ ຂອງກົມໃຫຍ່ເສນາທິການ
ກອງທັບ ແລະ ລັດຖະມົນຕີ ກະຊວງປ້ອງກັນປະເທດ.

     ໂອກາດດັ່ງກ່າວ,  ສະຫາຍ ພົນຕີ ວັນທອງ ບຸດຕະວົງ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນ ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ,
ມີລະບຽບແບບແຜນນໍາພາ-ຊີ້ນໍາ, ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ພະນັກງານ-ນັກຮົບ ມີຄວາມອຸ່ນອຽນທຸ່ນທ່ຽງ, ຫ້າວຫັນຕໍ່ໜ້າທີ່ວຽກງານ
ວິຊາສະເພາະຂອງຕົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງກໍ່ສ້າງພັກ, ກໍ່ສ້າງພະນັກງານ, ຮັກສາໄດ້ມູນເຊື້ອອັນດີງາມ ແລະ ຕັ້ງໜ້າປັບປຸງກໍ່ສ້າງເຫຼົ່າຮົບເຄມີ
ສາດໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄໝກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

ແຫຼ່ງຂ່າວໂດຍ ບຸນຊ້ອຍ ວິໄລພອນ
ວັນທີ 28/10/2026