ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໂຮງຮຽນທິດສະດີການເມືອງກອງທັບ ເປີດເຝີກອົບຮົມວຽກງານ
ການຈັດຕັ້ງພັກທົ່ວກອງທັບ ຊຸດທີ VII


ສະຫາຍ ພົນຕີ ແສງມະນີວອນ ຄຳມະນີ ຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ​ເປັນ​ປະທານ

     ວັນທີ 30 ກໍລະກົດ 2026 ນີ້, ໂຮງຮຽນທິດສະດີການເມືອງກອງທັບ ໄດ້ເປີດເຝີກອົບຮົມວຽກງານການຈັດຕັ້ງພັກທົ່ວກອງທັບ ຊຸດ
ທີ VII, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ແສງມະນີວອນ ຄຳມະນີ ຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມ
ໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ຈັນທາ ບຸນນະວົງ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າກົມຈັດຕັ້ງ
ພັກ ກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະອໍານວຍການ, ແຂກຖືກເຊີນ ແລະ ນັກເຝີກອົບຮົມ ເຂົ້າຮ່ວມ.

     ສະຫາຍ ພັນເອກ ບຸນຍົງ ຍົມມະລາ ຮອງຫົວໜ້າກົມຈັດຕັ້ງພັກ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກົມໃຫຍ່ການ
ເມືອງກອງທັບ ວ່າດ້ວຍອະນຸມັດເປີດເຝີກອົບຮົມວຽກງານຈັດຕັ້ງພັກທົ່ວກອງທັບ ຊຸດທີ VII ແລະ ຜ່ານແຜນການອົບຮົມວຽກງານຈັດຕັ້ງ
ພັກທົ່ວກອງທັບ ຊຸດທີ VII. ຈຸດປະສົງໃນການອົບຮົມໃນຄັ້ງນີ້, ເປັນການປະຕິບັດແນວທາງປັບປຸງກໍ່ສ້າງພັກ ເຮັດໃຫ້ວຽກງານພັກຮັບປະ
ກັນ ຕາມທິດປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ, ສົມເປັນແກນນໍາລະບົບການເມືອງທີ່ແທ້ຈິງ ໃນທົ່ວກອງທັບ, ເປັນການບຳລຸງ, ຍົກລະ
ດັບດ້ານຄວາມຮູ້ ຄວາມສາມາດ ທາງດ້ານທິດສະດີ, ຫຼັກການ ກ່ຽວກັບວຽກງານຈັດຕັ້ງພັກໃຫ້ຖັນແຖວພະນັກງານທີ່ເຮັດວຽກງານຈັດຕັ້ງ
ພັກ ຮັບຮູ້ເຂົ້າໃຈຖືກຕ້ອງ ແລະ ມີຄວາມເປັນເອກະພາບໃນທົ່ວກອງທັບ, ຮັບຮູ້ເຂົ້າໃຈບັນດາທິດສະດີ, ຫຼັກການ ສ້າງໂອກາດເຮັດໃຫ້ພະ
ນັກງານຜູ້ທີ່ເຮັດວຽກງານຈັດຕັ້ງພັກໄດ້ມີໂອກາດແລກປ່ຽນ, ຖອດຖອນບົດຮຽນປະສົບການວຽກງານຕົວຈິງ ວຽກງານຈັດຕັ້ງ-ກໍ່ສ້າງພັກໃນ
ແຕ່ລະໄລຍະ ແລະ ເປັນການຮໍ່າຮຽນທິດສະດີ, ພຶດຕິກຳຕົວຈິງ ສາມາດນໍາໄປປັບປຸງແບບແຜນນໍາພາ ແລະ ວີທີເຮັດວຽກຂອງພະນັກງານ
ຈັດຕັ້ງພັກ, ສາມາດເປັນເສນາທິການໃຫ້ຄະນະພັກຂັ້ນເທິງໄດ້. ເນື້ອໃນທີ່ນຳມາອົບຮົມໃນຄັ້ງນີ້ ພາກທິດສະດີ, ຫຼັກການລວມ ມີ 9 ບົດ ຄື:
ພັກປະຊາຊົນປະຕິວັດລາວຈັດຕັ້ງ ແລະ ນໍາພາກອງທັບປະຊາຊົນລາວ, ພາລະບົດບາດ, ໜ້າທີ່ຄວາມຮັບຜິດຊອບຂອງວຽກງານຈັດຕັ້ງພັກ
ໃນກອງທັບ, ລະບຽບວິໄນຂອງພັກ, ຍົກສູງຄຸນນະພາບຂອງສະມາຊິກພັກ ແລະ ວຽກງານຂະຫຍາຍພັກໃນໄລຍະໃໝ່, ການກໍ່ສ້າງໜ່ວຍພັກ
ປອດໃສ ເຂັ້ມແຂງ ໜັກແໜ້ນ, ເພີ່ມທະວີການປ້ອງກັນພັກໃນໄລຍະໃໝ່, ເພີ່ມທະວີການຄຸ້ມຄອງ ແລະ ລະບຽບການຍົກຍ້າຍສະມາຊິກພັກ,
ຍົກສູງຄຸນນະພາບການຈັດຕັ້ງພັກໃນກອງທັບ, ການກະກຽມ ແລະ ຈັດຕັ້ງດໍາເນີນກອງປະຊຸມໃຫຍ່ຂອງພັກ. ພາກຫັດແອບຕົວຈິງ ມີ 4 ບົດ
ຄື: ບາດກ້າວ, ຂັ້ນຕອນ ວຽກງານຂະຫຍາຍສະມາຊິກພັກ, ບາດກ້າວ, ຂັ້ນຕອນ ລະບຽບການຄຸ້ມຄອງ, ຍົກຍ້າຍສະມາຊິກພັກ, ບາດກ້າວ,
ຂັ້ນຕອນ ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ບາດກ້າວ, ຂັ້ນຕອນ ການກະກຽມ ແລະ ຈັດຕັ້ງດໍາເນີນກອງປະຊຸມໃຫຍ່ຂອງ
ພັກ, ກໍານົດເວລາ 30 ວັນ.

     ໂອກາດນີ້, ສະຫາຍ ພົນຕີ ແສງມະນີວອນ ຄຳມະນີ ໄດ້ເນັ້ນໜັກໃຫ້ນັກເຝິກອົບຮົມ ຈົ່ງພ້ອມກັນເອົາໃຈໃສ່ຍົກສູງຕໍ່ຄວາມຮັບຜິດຊອບ,
ເອົາໃຈໃສ່ຕໍ່ການອົບຮົມຢ່າງຕັ້ງໜ້າ ແລະ ເຂັ້ມງວດ, ສາມາດຮັບຮູ້ໄດ້ບົດຮຽນທາງດ້ານພາກທິດສະດີ ແລະ ພາກປະຕິບັດຕົວຈິງຢ່າງມີປະສິດ
ທິຜົນສູງ, ປະຕິບັດຂໍ້ກຳນົດ, ກົດລະບຽບທີ່ວາງອອກ, ມີຄວາມສາມັກຄີຮັກແພງຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ, ພ້ອມກັນປະຕິບັດຕາມແຜນ
ການອົບຮົມໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.

ແຫຼ່ງຂ່າວໂດຍ ນາງ ໜູແດງ+ພອນໄຊ
ວັນທີ 30/07/2026