
ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ເຄື່ອນໄຫວ
ພົບປະໂອ້ລົມພະນັກງານຫຼັກແຫຼ່ງກອງພົນທີ 2

ສະຫາຍ ພົນຕີ ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ
ໄດ້ເຄື່ອນໄຫວພົບປະໂອ້ລົມຕໍ່ພະນັກງານຫຼັກແຫຼ່ງຢູ່ກອງພົນທີ 2
ໃນວັນທີ 27 ມີນາ 2026 ນີ້, ສະຫາຍ ພົນຕີ ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ໄດ້ເຄື່ອນໄຫວພົບ
ປະໂອ້ລົມຕໍ່ພະນັກງານຫຼັກແຫຼ່ງຢູ່ກອງພົນທີ 2, ໂດຍມີສະຫາຍ ພົນຈັດຕະວາ ປອ ຄຳຜິວ ມະນີວົງ ຫົວໜ້າການເມືອງກອງພົນທີ 2 ພ້ອມ
ດ້ວຍ ຄະນະພັກ-ຄະນະບັນຊາ ແລະ ພະນັກງານຫຼັກແຫຼ່ງ ຢູ່ກອງພົນທີ 2 ເຂົ້າຮ່ວມ.
ໃນພິທີ ສະຫາຍ ພັນເອກ ສອນເພັດ ຈັນສົມ ຫົວໜ້າການທະຫານກອງພົນທີ 2 ໄດ້ລາຍງານຫຍໍ້ກ່ຽວກັບສະພາບ ການຈັດຕັ້ງປະ
ຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນຫຼາຍຂົງເຂດວຽກງານທີ່ ຄະນະພັກ-ຄະນະບັນຊາ ກອງພົນທີ 2 ໄດ້ພ້ອມກັນຈັດ
ຕັ້ງປະຕິບັດ ດ້ວຍຄວາມຮັບຜິດຊອບສູງ ໂດຍປີ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ເຊິ່ງມີ
ຜົນສຳເລັດຫຼາຍດ້ານ ທີ່ຜົນເດັ່ນເຮັດໃຫ້ສະພາບຂອບເຂດກົມກອງຮັບຜິດຊອບມີຄວາມສະຫງົບໂດຍຟື້ນຖານ, ຊີວິດການເປັນຢູ່ຂອງພະ
ນັກງານ-ນັກຮົບ ໄດ້ຮັບການປັບປຸງດີຂຶ້ນ ຟື້ນຖານຂອງກົມກອງໄດ້ມີການພັດທະນາດີຂຶ້ນ ຕາມທິດສ້າງນັກຮົບວັດທະນະທໍາ ກົມກອງວັນ
ທະນະທໍາ ຕາມທິດນໍາຂອງຂັ້ນເທິງວາງອອກ. ໂອກາດນີ້, ສະຫາຍ ພົນຕີ ວັນທອງ ບຸດຕະວົງ ກໍໄດ້ຕີລາຄາສູງຕໍ່ຜົນສຳເລັດຫຼາຍດ້ານ ທີ່ຄະ
ນະພັກ ຄະນະບັນຊາກອງພົນທີ 2 ຍາດມາໄດ້ຕະຫຼອດໄລຍະຜ່ານມາ ພ້ອມທັງໄດ້ຍົກໃຫ້ເຫັນສະພາບການຂອງໂລກ ແລະ ພາກພື້ນ ກໍຄືຢູ່
ໃນປະເທດເຮົາໃນປັດຈຸບັນ, ໂດຍອີງໃສ່ສະພາບການດັ່ງກ່າວ ແລະ ອີງໃສ່ຄວາມຮຽກຮ້ອງຕ້ອງການຂອງກອງທັບໃນໄລຍະໃໝ່ ສະຫາຍ
ໄດ້ຮຽກຮ້ອງໃຫ້ຄະນະ ພັກ-ຄະນະບັນຊາແຕ່ລະຂັ້ນ ສືບຕໍ່ເຮັດວຽກງານຮັບປະກັນສະຖຽນນະພາບທາງດ້ານການເມືອງ, ເປັນເຈົ້າການໃນ
ການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ຫັນເອົາກຳລັງລົງກໍ່ສ້າງຮາກຖານການເມືອງພັດ
ທະນາຊົນນະບົດຮອບດ້ານ ເປັນເຈົ້າການຕອບຕ້ານທຸກກົນອຸບາຍຫັນປ່ຽນໂດຍສັນຕິຂອງອິດທິກຳລັງປໍລະປັກ, ທັບມ້າງໃຫ້ໄດ້ໜໍ່ແໜງທີ່
ກໍ່ໃຫ້ເກີດຄວາມບໍ່ສະຫງົບ ເພື່ອເຮັດໃຫ້ສະພາບ ພາຍໃນຂອບເຂດທີ່ຕົນຮັບຜິດຊອບມີຄວາມສະຫງົບທາງດ້ານການເມືອງ, ສັງຄົມມີ
ຄວາມເປັນລະບຽບຮຽບຮ້ອຍ, ໄປພ້ອມກັນນັ້ນກໍຕ້ອງເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກຂອງຄະນະພພັກ-ຄະນະບັນຊາແຕ່ລະຂັ້ນ
ໃຫ້ສອດຄ່ອງ, ເປັນເຈົ້າການເຮັດວຽກງານສຶກສາອົບຮົມການ ເມືອງ-ນຳພາແນວຄິດ ໃຫ້ພະນັກງານ-ນັກຮົບ ມີຄຸນທາດການ ເມືອງໜັກ
ແໜ້ນ, ມີຄຸນສົມບັດສິນທຳປະຕິວັດ , ສືບຕໍ່ປັບປຸງກໍ່ສ້າງກຳລັງທຸກເຫຼົ່າຮົບໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ, ຍູ້ແຮງການສ້າງພະລາທິ
ການກັບທີ່ເພື່ອຮັບປະກັນກຸ້ມຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສືບຕໍ່ພົວພັນສາມັກຄີ ສາກົນຕາມແນວທາງ
ການຕ່າງປະເທດຂອງພັກ ເພີ່ມທະວີການພົວພັນຮ່ວມມືກັບເພື່ອນມິດຍຸດທະສາດ, ສືບຕໍ່ປະຕິບັດແນວທາງປ່ຽນແປງໃໝ່ຂອງພັກ, ປະຕິ
ບັດໜ້າທີ່ການເມືອງຂອງກອງທັບ ໃຫ້ມີໝາກຜົນດີຂຶ້ນກວ່າເກົ່າ, ເພື່ອນຳພາກົມກອງກ້າວຂຶ້ນສູ່ແບບແຜນທັນສະໄໝຢ່າງບໍ່ຢຸດຢັ້ງ.
ແຫຼ່ງຂ່າວໂດຍ ສຸວັນໂນ ທະລັງສີ
ວັນທີ 31/03/2026