
ປະກາດການແຕ່ງຕັ້ງ ຂັ້ນນໍາພາ-ບັນຊາ ຢູ່ກອງພັນໃຫຍ່ 611

ສະຫາຍ ພົນໂທ ສາຍໃຈ ກົມມະສິດ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ,
ຫົວໜ້າກົມໃຫຍ່ເສນາທິການກອງທັບ ເປັນປະທານ
ວັນທີ 27 ສິງຫາ 2026 ນີ້, ຢູ່ທີ່ ກອງພັນໃຫຍ່ 611 ໄດ້ຈັດພິທີ ປະກາດການແຕ່ງຕັ້ງ ຂັ້ນນໍາພາ-ບັນຊາ ຢູ່ກອງພັນໃຫຍ່ 611, ໂດຍການເປັນປະທານ
ຂອງສະຫາຍ ພົນໂທ ສາຍໃຈ ກົມມະສິດ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີ
ສະຫາຍ ພັນເອກ ບຸນໄທ ຄຳມະນີວົງ ຫົວໜ້າກົມປືນໃຫຍ່ໜ້າດິນ ກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ 611, ແຂກ
ເຊີນຈາກກອງພົນທີ 5, ກອງບັນຊາການທະຫານແຂວງຈຳປາສັກ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ສະຫາຍ ພັນຕີ ເດືອນ ທຸມມະວົງ ຫົວໜ້າພະແນກຈັດຕັ້ງປະກອບ ກົມປືນໃຫຍ່ໜ້າດິນ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການ
ແຕ່ງຕັ້ງ ຂັ້ນນຳພາ-ບັນຊາ ຢູ່ກອງພັນໃຫຍ່ 611 ໃນນີ້, ແຕ່ງຕັ້ງສະຫາຍ ພັນໂທ ນົງສິນ ໄຊຍະແສງ ເປັນຮອງຫົວໜ້າການທະຫານກອງພັນໃຫຍ່ ທັງເປັນຫົວ
ໜ້າພະແນກເສນາທິການ ກອງພັນໃຫ່ຍປືນໃຫ່ຍໜ້າດິນ 611, ສະຫາຍ ພັນໂທ ຕຸ່ນຄຳ ສີປະເສີດ ເປັນຮອງຫົວໜ້າພະແນກເສນາທິການ ກອງພັນໃຫຍ່ 611,
ສະຫາຍ ພັນໂທ ພອນປະເສີດ ວອນຫົງຄຳ ເປັນຫົວໜ້າການທະຫານ ກອງພັນທີ 1 ແລະ ສະຫາຍ ຮ້ອຍເອກ ບົວສິດ ທິບພະເນດ ເປັນຮອງຫົວໜ້າການທະ
ຫານ ກອງພັນທີ 1.
ໂອກາດນີ້, ສະຫາຍ ປະທານ ໄດ້ເນັ້ນໜັກໃຫ້ແຕ່ລະສະຫາຍ ຈົ່ງເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ-ນັກຮົບ
ໃຫ້ແທດເຖິງ ແລະເຂົ້າໃຈແຈ້ງຕໍ່ແນວທາງນະໂຍບາຍ ຂອງພັກ, ກົດໝາຍ ຂອງລັດ, ຍົກສູງສະຕິຄວາມຮັບຜິດຊອບ ຂອງຕົນ ຕໍ່ໜ້າທີ່ວຽກງານ, ຕໍ່ກົນອຸ
ບາຍຂອງອິດທິກຳລັງປໍລະປັກ, ກຳແໜ້ນສະພາບພາຍໃນ ແລະ ພາຍນອກ, ປະສານສົບທົບກັບທຸກພາກສ່ວນ, ເຮັດວຽກມີແບບແຜນ, ເອກະພາບໃນໝູ່
ຄະນະ ເປັນແບບຢ່າງນຳພາ-ຊີ້ນໍາ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງ, ສ້າງສາພັດທະນາກົມກອງ ໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ.
ແຫຼ່ງຂ່າວໂດຍ ພູວາ ເພຍຄຳໂງ່ນ
ວັນທີ 31/08/2026