ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເລີ່ມຈາກການປູກຝັງ-ລ້ຽງສັດແບບທຳມະຊາດ ຫັນມາປູກ-ລ້ຽງ ດ້ວຍການໜູນ
ໃຊ້ວິທະຍາສາດເຂົ້າຊ່ວຍ ສາມາດສ້າງລາຍຮັບໃຫ້ຄອບຄົວ ໄດ້ 1,6 ຕື້ກວ່າກີບຕໍ່ປີ


ສະຫາຍ ພັນໂທ ລືໄຊ ສຸຂະວົງ ​ແມ່ນ 1 ​ໃນ​ພະນັກ​ງານ​ຕົວແບບ

     ຄອບຄົວ ສະຫາຍ ພັນໂທ ລືໄຊ ສຸຂະວົງ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ແມ່ນໜຶ່ງໃນຄອບ
ຄົວຕົວແບບ ດ້ານການສ້າງເສດຖະກິດຄອບຄົວ ຂອງກອງບັນຊາການທະຫານນະຄອນຫຼວງວຽງຈັນ, ໂດຍເລີ່ມຈາກການປູກຝັງ-ລ້ຽງສັດແບບ
ທຳມະຊາດຕາມມີຕາມເກີດ ຂາຍຕາມທ້ອງຕະຫຼາດທົ່ວໄປ ຫັນມາປູກ-ລ້ຽງດ້ວຍການໝູນໃຊ້ວິທະຍາສາດເຂົ້າຊ່ວຍ ເພື່ອຜະລິດເປັນສິນຄ້າ
ຂາຍສົ່ງ-ຂາຍຍ່ອຍ ໃຫ້ພໍ່ຄ້າຊາວຂາຍ ແລະ ສົ່ງອອກຕ່າງແຂວງ ສາມາດສ້າງລາຍຮັບໃຫ້ແກ່ຄອບຄົວ ໄດ້ 1,6 ຕື້ກວ່າກີບຕໍ່ປີ.

     ສະຫາຍ ພັນໂທ ລືໄຊ ສຸຂະວົງ ໄດ້ເລົ່າສູ່ຟັງວ່າ: ພາຍໃນຄອບຄົວ ມີທັັງໝົດ 8 ຄົນ, ຈຸດພິເສດ ຂອງຄອບຄົວ ແມ່ນມັກຮັກໃນການຄ້າຂາຍ
ຢູ່ແລ້ວຍ້ອນວ່າ ຄອບຄົວບໍ່ໄດ້ເຮັດການນຳພັກ-ລັດ, ກ່ອນໜ້ານີ້ ຄອບຄົວໄດ້ທຳການປູກຝັງ-ລ້ຽງສັດມາຫຼາຍສິບປີ ແຕ່ຍັງບໍ່ທັນໄດ້ຜະລິດເປັນສິນ
ຄ້າສົ່ງອອກແບບເອົາຈິງເອົາຈັງ, ເຮັດຕາມທຳມະຊາດຕາມມີຕາມເກີດ ເພື່ອຂາຍຕາມທ້ອງຕະຫຼາດທົ່ວໄປ ແຕ່ຜົນຜະລິດໄດ້ໜ້ອຍ, ລາຍຮັບບໍ່
ພຽງພໍກັບຄວາມຮຽກຮ້ອງຕ້ອງການ ຂອງການໃຊ້ຈ່າຍພາຍໃນຄອບຄົວ ຍ້ອນວ່າພາຍໃນຄອບຄົວມີຫຼາຍຄົນ ເຮັດໃຫ້ຄ່າໃຊ້ຈ່າຍນັບມື້ສູງຂຶ້ນ,ມາ
ຮອດປີ2024 ທັງຄອບຄົວຈຶ່ງໄດ້ປຶກສາຫາລື ແລະ ເປັນເອກະພາບກັນ ຕັດສິນໃຈຫັນເອົາການປູກຝັງ-ລ້ຽງສັດ ໃຫ້ກາຍເປັນສິນຄ້າສົ່ງອອກເພື່ອ
ສ້າງລາຍຮັບໝູນໃຊ້ເຂົ້າໃນການແກ້ໄຂຊີວິດການເປັນຢູ່ ຂອງຄອບຄົວໃຫ້ນັບມື້ດີຂຶ້ນເທື່ອລະກ້າວ ໂດຍໄດ້ຖືເອົາການລ້ຽງສັດປີກ ໄກ່+ເປັດ ເປັນ
ຫຼັກ ແລະ ລ້ຽງປາໃສ່ໜອງ ພ້ອມກັນນີ້, ກໍຍັງໄດ້ລ້ຽງງົວ ແລະ ລ້ຽງໝູຈຳນວນໜຶ່ງ ແຕ່ຍັງບໍ່ໄດ້ລ້ຽງເປັນສິນຄ້າ, ລ້ຽງພໍໄດ້ແກ້ໄຂຊີວິດການເປັນ
ຢູ່ຂອງຄອບຄົວ ແຕ່ກໍບໍ່ໄດ້ລະຖິີ້ມການປູກຝັງ ເນື່ອງຈາກວ່າໄດ້ທຳການປູກຝັງມາດົນແລ້ວ.

     ການສ້າງເສດຖະກິດຄອບຄົວເບື້ອງຕົ້ນ (ໃນປີ 2024) ໂດຍສະເພາະແມ່ນ ການລ້ຽງໄກ່, ຄອບຄົວໄດ້ໄປຖອດຖອນບົດຮຽນພຶດຕິກຳຕົວ
ຈິງນຳຫຼາຍພາກສ່ວນ, ສຶກສາຄວາມເປັນໄປໄດ້ກ່ຽວກັບສະຖານທີ່ລ້ຽງ, ສຶກສາວິທີການລ້ຽງໄກ່ຄັກແນ່, ວິທີການຕ້ານພະຍາດລະບາດ, ຄິດໄລ່
ງົບປະມານໃນການສ້າງສະຖານທີ່ລ້ຽງ, ຊອກຫາແນວພັນໄກ່ທີ່ຈະນຳເອົາມາລ້ຽງ. ຈາກນັ້ນ, ກໍໄດ້ເອກະພາບກັນພາຍໃນຄອບຄົວ ແລະ ຕັດ
ສິນໃຈນຳເອົາໄກ່ສາມ
ສາຍພັນ ແລະ ໄກ່ລາດ ມາລ້ຽງ, ສ່ວນແຮງງານຕົ້ນຕໍ ແມ່ນທຸກຄົນໃນຄອບຄົວ ແລະ ຈ້າງກຳມະກອນຈຳນວນໜຶ່ງ. ຈາກ
ນັ້ນ, ກໍໄດ້ເຊີນວິຊາການທີ່ກ່ຽວຂ້ອງ ເຂົ້າມາກວດກາສະຖານທີ່, ພາຍຫຼັງກວດກາຜ່ານ ກໍໄດ້ເຮັດໜັງສືອະນຸມັດຕາມແຕ່ລະຂັ້ນຕອນ ແລະໄດ້
ເລີ່ມລົງທຶນສ້າງຄອກໄກ່ຂະໜາດ 15x75 ແມັດ, ລົງທຶນຊື້ໄກ່ມາລ້ຽງ ງວດທຳອິດ 10.000 ໂຕ (ໄກ່ລາດ 5.000 ໂຕ ແລະ ໄກ່ສາມສາຍພັນ
5.000 ໂຕ)ມູນຄ່າທັງໝົດ 180 ລ້ານກີບ, ຊື້ຫົວອາຫານ 150 ລ້ານກີບ, ຊື້ແກບໃສ່ຄອກໄກ່ 20 ລ້ານກີບ, ຊື້ຢາປົວພະຍາດ-ຢາບຳລຸງ 50
ລ້ານກີບ ແລະຊື້ ວັດຖຸອຸປະກອນຮັບໃຊ້ຕ່າງໆ ລວມລາຍຈ່າຍງວດທຳອິດທັງໝົດ 800 ລ້ານກີບ, ລ້ຽງໄດ້ປະມານ 75 ວັນສາມາດຂາຍອອກ
ໄດ້ເງິນ 600 ລ້ານກີບ. ຈາກນັ້ນ, ໄດ້ນຳໄກ່ເຂົ້າມາລ້ຽງຕື່ມອີກ 10.000 ໂຕ ໂດຍໄດ້ລ້ຽງແບບໝູນວຽນ ປີ 1 ສາມາດລ້ຽງໄດ້ 4 ງວດ, ງວດ
ລະ 10.000 ໂຕ, ລາຍ
ຮັບກຳໄລພາຍຫຼັງຫັກຕົ້ນທຶນ ໄດ້ 200-300 ລ້ານກີບຕໍ່ງວດ ໂດຍລວມແລ້ວ ດ້ານການລ້ຽງໄກ່ແມ່ນສ້າງລາຍຮັບໄດ້
1 ຕື້ກວ່່າກີບຕໍ່ປີ. ດ້ານການລ້ຽງປາ ງວດທຳອິດ ໄດ້ນຳເຂົ້າມາລ້ຽງ 60.000 ໂຕ, ແຕ່ຜົນໄດ້ຮັບແມ່ນຫຼຸດຄາດໝາຍ ເນື່ອງຈາກວ່າ ນຳປາເຂົ້າ
ມາລ້ຽງຫຼາຍເກີນໄປ ເຮັດໃຫ້ປາບໍ່ຈະເລີນເຕີບໂຕເຕັມໄວ, ງວດຕໍ່ມາໄດ້ຂະຫຍາຍໜອງປາເພີ່ມຕື່ມ ຄາດຄະເນວ່າຊຸດນີ້ ຈະໄດ້ຮັບຜົນດີກວ່າ
ເກົ່າ.ໃນຕົ້ນປີ 2026 ໄດ້ນໍາເອົາເປັດເຂົ້າມາລ້ຽງເພີ່ມຕື່ມ ຈຳນວນ 5.000 ໂຕ ມູນຄ່າ 175 ລ້ານກີບ ໂດຍໄດ້ລ້ຽງແບບໝູນວຽນຄືກັນກັບ
ລ້ຽງໄກ່,ລ້ຽງໄດ້ 3 ເດືອນສາມາດຂາຍອອກໄດ້, ງວດທຳອິດໄດ້ກຳໄລ 100 ລ້ານກວ່າ ກີບ, ງວດທີ 2 ໄດ້ກໍາໄລ 80-100 ລ້ານກີບ, ດ້ານການ
ປູກຝັງໄດ້ປູກເຂົ້າ+ສາລີ ໃນເນື້ອທີ່2,5 ເຮັກຕາ, ຂາຍເຂົ້າທີ່ເຫຼືອກິນພາຍໃນຄອບຄົວ ໄດ້ 10-20 ລ້ານກີບຕໍ່ປີ, ຂາຍສາລີ ໄດ້ 20-30 ລ້ານ
ກີບຕໍ່ປີ,ໄດ້ປູກ ໝາກແຕງ, ໝາກຖົ່ວແລະ ປູກຜັກຕາມລະດູການຕື່ມອີກ. ສຳລັບຕົ້ນທຶນໃນການສ້າງເສດຖະກິດຄອບຄົວເບື້ອງຕົົ້ນແມ່ນໄດ້
ມາຈາກການຂາຍຜົນຜະລິດຕ່າງໆ ພາຍໃນຄອບຄົວທີ່ໄດ້ເກັບທ້ອນມາກ່ອນໜ້ານີ້, ບວກກັບການປະຢັດອົດອອມເງິນເດືອນ, ສ່ວນເນື້ອທີ່ທຳ
ການຜະລິດເປັນດິນເດີມ ຂອງພໍ່ແມ່ໃຫ້ມາເຊິ່ງລວມທັງໝົດມີ 3,5 ເຮັກຕາກວ່າ. ໃນນັ້ນ, ເນື້ອທີ່ລ້ຽງໄກ່ສະເພາະເຮືອນໄກ່ ແມ່ນ 15x75
ແມັດ,ໜອງລ້ຽງປາ 35x75 ແມັດ; ສ່ວນຊ່ອງທາງການຈຳໜ່າຍຜົນຜະລິດ ລວມທັງການລ້ຽງສັດ ແລະ ປູກຝັງ ແມ່ນຍັງບໍ່ທັນໄດ້ເຊັນສັນ
ຍາແນ່ນອນ .ປັດຈຸບັນນີ້, ແມ່ນຍັງຈຳໜ່າຍແບບຂາຍສົ່ງ-ຂາຍຍ່ອຍໃຫ້ແມ່ຄ້າຊາວຂາຍທົ່ວໄປ, ສົ່ງໃຫ້ຕະຫຼາດຕ່າງໆ ແລະ ຕ່າງແຂວງມາຮັບ
ຊື້ເຖິງທີ່ ໂດຍສັງລວມແລ້ວ ນັບແຕ່ຄອບຄົວຕັດສິນໃຈຜະລິດເປັນສິນຄ້າ ແຕ່ປີ 2024 ເປັນຕົ້ນມາ ສາມາດສ້າງລາຍຮັບຈາກການປູກຝັງ-
ລ້ຽງສັດໄດ້ທັງໝົດ 1,6 ຕື້ກວ່າກີບຕໍ່ປີ.

     ສະຫາຍ ພັນໂທ ລືໄຊ ສຸຂະວົງ ໄດ້ກ່າວຕື່ມວ່າ: ການສ້າງເສດຖະກິດຄອບຄົວ ເບື້ອງຕົ້ນແມ່ນພົບຄວາມຫຍຸ້ງຍາກຫຼາຍສົມຄວນ ເນື່ອງ
ຈາກວັດຖຸອຸປະກອນ ແລະ ທຶນຮອນ ແມ່ນຍັງບໍ່ພຽງພໍກັບຄວາມຮຽກຮ້ອງຕ້ອງການ, ມີພະຍາດລະບາດບາງຄັ້ງຄາວ, ໄຟຟ້າຍັງເຂົ້າບໍ່ເຖິງສະ
ຖານທີ່ທຳການຜະລິດ, ສ່ວນຂໍ້ສະດວກ ມີພື້ນຖານການຜະລິດດິນກວ້າງຂວາງ, ທຸກຄົນໃນຄອບຄົວ ມີຄວາມມັກຮັກໃນການປູກຝັງ-ລ້ຽງສັດ
ແລະ ໄດ້ຊອກຮູ້ຮ່ຳຮຽນດ້ານວິຊາການລ້ຽງສັດມາກ່ອນແລ້ວ ຈຶ່ງເຮັດໃຫ້ການສ້າງເສດຖະກິດຄອບຄົວດຳເນີນໄປໄດ້ດີ. ໃນເວລາພົບຂໍ້ຫຍຸ້ງຍາກ
ເປັນຕົ້ນແມ່ນ ສະພາບແວດລ້ອມຄຸກຄາມ, ພະຍາດລະບາດ ເຮັດໃຫ້ສັດລ້ຽງ ແລະ ພືດຜັກເສຍຫາຍ, ເຮົາເອງກໍໄດ້ປຸກລະດົມແນວຄິດຈິດໃຈ
ຂອງທຸກຄົນໃນຄອບຄົວ ໃຫ້ມີຄວາມອຸ່ນອຽນທຸ່ນທ່ຽງ, ເຂົ້າໃຈຕໍ່ສະຖານະການດັ່ງກ່າວ ແລະ ຊອກວິທີການ ເພື່ອກະກຽມຮັບມືໃຫ້ທັນເວລາ.
ຜ່ານການສ້າງເສດຖະກິດຄອບຄົວໃນໄລຍະຜ່ານມາ ໄດ້ເຮັດໃຫ້ພື້ນຖານຄອບຄົວ ມີຊີວິດການເປັນຢູ່ທີ່ດີຂຶ້ນຢ່າງຈະແຈ້ງ, ຖ້າສົມທຽບໃສ່ເມື່ອ
ກ່ອນເຫັນວ່າ ຊີວິດການເປັນຢູ່ ຂອງຄອບຄົວດີຂຶ້ນ 90%, ການໃຊ້ຈ່າຍຕ່າງໆ ສາມາດດູນດ່ຽງກັບລາຍຮັບໄດ້ ພ້ອມກັນນີ້, ກໍສາມາດປັບປຸງພື້ນ
ຖານການຜະລິດ ເຊັ່ນ: ສ້າງເຮືອນສວນໄດ້ 1 ຫຼັງ, ຊື້ລົດໃຫຍ່ໄດ້ 1 ຄັນ (ສຳລັບຮັບໃຊ້ຂົນສົ່ງວັດຖຸອຸປະກອນການຜະລິດ ແລະ ຂົນສົ່ງສິນຄ້າ),
ຊື້ລົດຈັກ 2 ຄັນ, ຊື້ດິນໄດ້ 2 ເຮັກຕາ, ດຶງໄຟຟ້າ ແລະ ປັບປຸງເສັ້ນທາງເຂົ້າສະຖານທີ່ທຳການຜະລິດ ໃຫ້ສະດວກສະບາຍ, ມີເງິນສົ່ງເສີມໃຫ້
ລູກຫຼານໄດ້ຮັບ ການສຶກສາຮ່ຳຮຽນ ແລະ ມີເງິນຝາກຈຳນວນໜຶ່ງ.

     ສຳລັບທິດທາງແຜນການໃນຕໍ່ໜ້ານີ້, ຈະສືບຕໍ່ປັບປຸງສະຖານທີ່ທຳການຜະລິດ ໃຫ້ແໜ້ນໜາຖາວອນ, ຂະຫຍາຍການປູກຝັງ-ລ້ຽງສັດເພີ່ມ
ຕື່ມ
ເປັນຕົ້ນແມ່ນ ຈະເພີ່ມການປູກພືດລົ້ມລຸກຕາມລະດູການ, ຂະຫຍາຍການລ້ຽງປາໃຫ້ຫຼາຍຂຶ້ນ ໄປຄຽງຄູ່ກັບ ການລ້ຽງໄກ່+ລ້ຽງເປັດແບບ
ໝູນວຽນ ໃຫ້ຕໍ່ເນື່ອງ, ສືບຕໍ່ປົກປັກຮັກສາພືດຜັກ-ສັດລ້ຽງ ໃຫ້ຂະຫຍາຍຕົວດີ ແລະ ໄດ້ຮັບໝາກຜົນສູງ ເພື່ອສ້າງລາຍຮັບເຂົ້າຄອບຄົວ ໃຫ້
ໄດ້ຫຼາຍກວ່າເກົ່າ.

ແຫຼ່ງທີ່ມາ: ຂກທ
ວັນທີ 02/11/2026