ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

6 ເດືອນ​ຕົ້ນ​ປີ 2025 ຫ້ອງ​ພະລາທິການ ​ທະຫານ​ແຂວງ​ຊຽງ​ຂວາງ
ສ້າງ​ເສດຖະກິດ​ຈາກ​ການ​ປູກຝັງ-ລ້ຽງສັດ​ໄດ້ 2 ຕື້ 3 ຮ້ອຍ​ລ້ານ​ກວ່າ​ກີບ


ວຽກງານລ້ຽງດູທັບຂອງຫ້ອງພະລາທິການ ທະຫານແຂວງຊຽງຂວາງ

     ໃນ​ໄລຍະ 6 ເດືອນ​ຕົ້ນ​ປີ​ທີ່​ຜ່ານ​ມາ, ເຖິງ​ແມ່ນ​ວ່າ​ຈະ​ມີ​ຫຼາຍ​ປັດ​ໄຈ ທີ່​ສົ່ງ​ຜົນ​ກະທົບ​ຕໍ່​ຊີວິດ​ການ​ເປັນ​ຢູ່​ຂອງ​ພະນັກງານ-ນັກຮົບ ແຕ່​ດ້ວຍ
​ຄວາມ​ເອົາໃຈໃສ່​ຊີ້​ນຳ-ນຳພາ​ຢ່າງ​ໃກ້ຊິດຕິດແທດ ຈາກ​ກົມ​ໃຫຍ່​ພະລາທິການ​ກອງທັບ ບວກ​ໃສ່​ຄວາມ​ເອົາໃຈໃສ່​ໃນ​ການ​ຊີ້​ນຳ-ນຳພາ ຂອງຄະ
ນະ​ພັກ-ຄະນະ​ບັນຊາ​ກອງ​ບັນຊາ​ການ​ທະຫານ​ແຂວງ​ຊຽງ​ຂວາງ ແລະ ຄວາມ​ຮັບຜິດຊອບ​ສູງ ຂອງ​ພະນັກງານ​ວິຊາ​ສະເພາະ ກໍ​ຄື ນາຍ ແລະ
ພົນທະຫານ ຈຶ່ງ​ເຮັດ​ໃຫ້​ການຈັດຕັ້ງ​ຜັນ​ຂະຫຍາຍ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ ຂອງ​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ ໂດຍ​ສະເພາະ​ແມ່ນ
ວຽກ​ງານ​ຮັບປະກັນ​ດ້ານ​ພະລາທິການ​ກັບ​ທີ່ ຢູ່​ຫ້ອງ​ພະລາທິການ ​ທະຫານ​ແຂວງ​ຊຽງ​ຂວາງ ມີ​ຜົນສຳເລັດ​ຕາມ​ແຜນການສາມາດ​ເພິ່ງ​ຕົນ​ເອງ,
ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ ເຮັດ​ໃຫ້ການ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ຂອງ​ນາຍ ແລະ ພົນທະຫານ ໃນ​ທົ່ວ​ກຳລັງ​ທ້ອງຖິ່ນ
ມີ​ຊີວິດ​ການ​ເປັນ​ຢູ່​ດີ​ຂຶ້ນ​ເລື້ອຍໆ.

     ສະຫາຍ ພັນ​ເອກ ພົມ​ມີ​ໄຊ ໄຊ​ຍະ​ຈິດ ຫົວໜ້າ​ຫ້ອງ​ພະລາທິການ ກອງ​ບັນຊາ​ການ​ທະຫານ​ແຂວງ​ຊຽງ​ຂວາງໄດ້​ໃຫ້​ຮູ້​ວ່າ: ໂດຍ​ພາຍ​ໃຕ້​
ການ​ຊີ້​ນຳ-ນຳພາ ຂອງ​ຄະນະ​ພັກ-ຄະນະ​ບັນຊາ​ແຕ່​ລະ​ຂັ້ນ ບັນດາ​ກົມ​ກອງ​ທີ່​ຂຶ້ນ​ກັບ ໄດ້​ເອົາ​ໃສ່​ຂຸດ​ຄົ້ນ​ທຸກ​ຄວາມ​ສາມາດ ແລະ ທ່າແຮງ​ບົ່ມ​
ຊ້ອນ​ຂອງ​ກົມ​ກອງ ເຂົ້າ​ໃນ​ການ​ປູກ ຝັງ-ລ້ຽງສັດ ຕາມ​ທິດ​ນຳ 4 ປູກ 4 ລ້ຽງ ແລະ ເນື້ອ​ໃນ​ຄຳ​ຂວັນ ເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ
​ເຂັ້ມແຂງ​ດ້ວຍ​ຕົນ​ເອງ ຂອງ​ກົມ​ໃຫຍ່​ພະລາທິການ​ກອງທັບ​ວາງ​ອອກ ຢ່າງ​ເປັນ​ຂະ​ບວນ​ການ​ຟົດຟື້ນ​ແຂງແຮງ ເຊິ່ງ​ໃນ​ໄລຍະ​ທີ່​ຜ່ານ​ມາເຫັນ​ວ່າ:
ມີ​ຜົນສຳເລັດ​ໃນ​ຫຼາຍ​ດ້ານ​ທີ່​ພົ້ນ​ເດັ່ນເປັນຕົ້ນ​ແມ່ນທະຫານ​ແຂວງ​ຊຽງ​ຂວາງ ມີ​ງົວ​ລ້ຽງ 1.107 ໂຕ, ແບ້ 595 ໂຕ, ໝູ 149 ໂຕ, ສັດ​ປີ 4.781
ໂຕ, ມີ​ໜອງ​ປາ 41 ໜອງ ປ່ອຍ​ປາ​ແລ້ວ 26.500 ໂຕ, ດ້ານ​ການ​ປູກຝັງ​ເພື່ອ​ຜະລິດ​ເປັນ​ສິນຄ້າ ມີ​ເນື້ອທີ່​ນາປີ 7,2 ເຮັກຕາ, ລົງ​ແນວ​ພັນ​ປູກ
650 ກິ​ໂລ ເປັນ​ເງິນ 6 ລ້ານ 5 ແສນ​ກີບ (ບໍ່​ທັນ​ເກັບ​ກູ້), ມີ​ເນື້ອທີ່​ປູກ​ພືດ 37.609 ຕາ​ແມັດ, ເກັບ​ກູ້​ຜົນ​ຜະລິດ​ໄດ້ 45.445 ກິ​ໂລ, ເປັນ​ເງິນ
80 ລ້ານ​ກວ່າ​ກີບ, ເນື້ອທີ່​ປູກ​ຜັກ​ຕາມ​ລະດູ​ການ 67.397 ຕາ​ແມັດ, ເກັບ​ກູ້​ຜົນ​ຜະລິດ​ໄດ້ 110.159 ກິ​ໂລ, ເປັນ​ເງິນ 1 ຕື້ 3 ຮ້ອຍ​ລ້ານ​ກວ່າ​ກີບ,
ມີ​ເນື້ອທີ່​ປູກ​ຕົ້ນໄມ້​ກິນ​ໝາກ 91.076 ຕາ​ແມັດ, ເນື້ອທີ່​ປູກ​ໄມ້​ອຸດ​ສະຫະ​ກຳ 6,52 ເຮັກຕາ ສັງ​ລວມ​ແລ້ວ​ໃນ 6 ເດືອນ​ຕົ້ນ​ປີ 2025 ຫ້ອງ​ພະ
ລາທິການ ກອງ​ບັນຊາ​ການ​ທະຫານ​ແຂວງ​ຊຽງ​ຂວາງ ສາມາດ​ສ້າງ​ລາຍ​ຮັບ​ຈາກ​ການ​ປູກຝັງ-ລ້ຽງສັດ ໄດ້ 2 ຕື້ 3 ຮ້ອຍ​ລ້ານ​ກວ່າ​ກີບ, ເຊິ່ງ​ໄດ້​ກາຍ
ເປັນ​ທຶນຮອນ​ອັນ​ສຳຄັນ​ເຂົ້າ​ໃນ​ວຽກ​ງານ​ພັດທະນາ​ປັບປຸງ​ກໍ່ສ້າງ​ສະຖານທີ່​ຄ້າຍ​ຄູ, ທີ່ຢູ່​ອາໄສ​ຂອງ​ກົມ​ກອງ, ສະແດງ​ອອກ​ໄດ້​ປັບປຸງ​ສ້ອມແປງສະ
ຖານທີ່​ຄ້າຍ​ຄູ​ທີ່​ມີ​ແລ້ວ​ໃຫ້​ໜາ​ແໜ້ນ​ຖາວອນ ຖືກ​ຕາມ​ແຜນຜັງ​ຂອງ​ກອງທັບ, ດ້ານ​ວຽກ​ງານ​ກໍ່ສ້າງ ແລະ ຄຸ້ມ​ຄອງ​ຊັບ​ສິນ ໄດ້​ກໍ່ສ້າງ​ເຮືອນນອນ
ແລະ ຫ້ອງ​ນ້ຳ​ກອງຮ້ອຍ 17 ວີລະ​ຊົນ ທີ່​ຂຶ້ນ​ກັບ​ກອງ​ບັນຊາ​ການ​ທະຫານ​ເມືອງ​ແປກ ຂະໜາດ 12x20 ແມັດ ສຳເລັດ 80%, ມູນ​ຄ່າ 286
ລ້ານ​ກວ່າ​ກີບ ເຊິ່ງ​ແມ່ນ​ທຶນ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ, ກໍ່ສ້າງ​ຫ້ອງການ​ກອງຮ້ອຍ 17 ວິລະ​ຊົນ ສຳເລັດ 89% ໂດຍ​ນຳ​ໃຊ້​ທຶນ​ຂອງ​ກົມ​ກອງ.
ນອກຈາກ​ນີ້, ຍັງ​ໄດ້​ອອກ​ແບບ​ກະລາ​ລົດ​ຂອງ​ກອງ​ບັນຊາ​ການ, ຄິດໄລ່​ວັດ​ສະ​ດຸ​ສາງ​ນ້ຳມັນ​ເຊື້ອ​ໄຟ ຂອງ​ກອງ​ບັນຊາ​ການ​ທະຫານ​ແຂວງ ເພື່ອ​ຈັດ​ຕັ້ງ
​ປະຕິບັດ​ແຜນການ​ກໍ່ສ້າງ​ໃຫ້​ສຳເລັດ ອັນ​ພົ້ນ​ເດັ່ນ​ມີ​ບາງ​ກົມ​ກອງ ສາມາດ​ປັບປຸງ​ສະຖານທີ່​ຄ້າຍ​ຄູ​ດ້ານ​ທຶນ​ຂອງ​ຕົນ​ເອງ.

     ສະຫາຍ ພັນ​ເອກ ພົມ​ມີ​ໄຊ ໄຊ​ຍະ​ຈິດ ໃຫ້​ຮູ້​ຕື່ມ​ອີ​ກວ່າ: ສຳລັບ​ທິດ​ທາງ​ແຜນການ​ໃນ 6 ເດືອນ​ທ້າຍ​ປີ 2025 ຫ້ອງ​ພະລາທິການ ​ກອງ​ບັນ
ຊາ​ການ​ທະຫານ​ແຂວງ​ຊຽງ​ຂວາງ ຈະ​ສືບຕໍ່​ຍູ້​ແຮງ​ການ​ຜະລິດ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ຂອງ​ພະນັກງານ-ນັກຮົບ ໃຫ້​ເປັນ​ຂະ​ບວນ​ການ​ຟົດຟື້ນ​ແຂງ
ແຮງ ແລະ ມີ​ປະ​ສິດທິ​ຜົນ​ດີ​ກວ່າ​ເກົ່າ, ໂດຍ​ສືບຕໍ່​ນຳ​ໃຊ້​ທ່າແຮງ​ຂອງ​ກົມ​ກອງ ເຂົ້າ​ໃນ​ການ​ປະຕິບັດ​ແຜນການ​ທີ່​ວາງ​ໄວ້, ປະຕິບັດ​ຄາດໝາຍ​ກຸ້ມ​
ຕົນ​ເອງ, ເພິ່ງ​ຕົນ​ເອງ​ທາງ​ດ້ານ​ຊີ້ນ​ກິນ, ຜັກ​ກິນ​ໃຫ້​ປະກົດ​ຜົນ​ເປັນ​ຈິງ ພ້ອມ​ນີ້, ກໍ​ຕ້ອງ​ໄດ້​ສູ້​ຊົນ​ປູກ​ພືດ​ຜັກ, ການ​ລ້ຽງສັດ​ໃຫຍ່​ເປັນ​ສິນຄ້າ​ໃຫ້​ໄດ້
85% ຕາມ​ແຜນການ, ສືບຕໍ່​ປົກ​ປັກ​ຮັກສາ​ສັດລ້ຽງ ແລະ ຜົນລະປູກ​ທີ່​ມີ​ແລ້ວໃຫ້​ມີ​ການ​ເຕີບ​ໃຫຍ່​ຂະຫຍາຍຕົວ ໄດ້​ຮັບ​ຜົນ​ດີ​ກວ່າ​ເກົ່າ ເພື່ອ​ສ້າງ​
ລາຍ​ຮັບ​ໝູນ​ໃຊ້​ເຂົ້າ​ໃນ​ການ​ປັບປຸງ​ພັດທະນາ​ກົມ​ກອງ ໃຫ້​ມີ​ຄວາມ​ແໜ້ນໜາ​ຖາວອນ ແລະ ພັດທະນາ​ຊີວິດ​ການ​ເປັນ​ຢູ່​ຂອງ​ພະນັກງານ-ນັກຮົບ
ໃຫ້​ດີ​ຂຶ້ນ​ເລື້ອຍໆ.

ແຫຼ່ງທີ່ມາ: ຄຳ​ໃໝ່ ສັງ​ທອງ​ເພັດ
ວັນທີ 22/09/2025