
ຄອບຄົວ ຮ້ອຍເອກ ນາງ ວອນຄຳ ພາລິບູນ ສ້າງລາຍຮັບຈາກການຕໍ່າຫູກ
160 ລ້ານກີບຕໍ່ປີ

ສະຫາຍ ຮ້ອຍເອກ ນາງ ວອນຄຳ ພາລິບູນ ແມ່ນແມ່ຍິງແບບຢ່າງທີ່ດີຂອງກອງທັບ
ເມື່ອເວົ້າເຖິງຊີວິດການເປັນຢູ່ຂອງນາຍ ແລະ ພົນທະຫານ ນອກຈາກການປະຕິບັດໜ້າທີ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະ
ຫງົບແລະ ວຽກງານວິຊາສະເພາະຢູ່ກົມກອງແລ້ວ, ການຍາດແຍ່ງເວລາຫວ່າງນອກໂມງການ ຊອກຫາລາຍຮັບເພີ່ມໃຫ້ແກ່ຄອບຄົວກໍມີ
ຄວາມຈໍາເປັນທີ່ຈະຕ້ອງໄດ້ເຮັດເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວໄດ້ຮັບການພັດທະນາດີຂຶ້ນ, ໂດຍສະເພາະຢູ່ກອງພັນ 614 ກອງ
ພົນທີ 2 ຍັງມີພະນັກງານຍິງຜູ້ໜຶ່ງ ທີ່ບໍ່ພຽງແຕ່ຍາດໄດ້ຜົນງານຫຼາຍດ້ານໃນໜ້າທີ່ການເມືອງເທົ່ານັ້ນ, ແຕ່ຍັງເປັນ “ບຸກຄົນພົ້ນເດັ່ນ” ໃນ
ການເສີມຂະຫຍາຍເສດຖະກິດຄອບຄົວ, ອະນຸລັກຮັກສາວັດທະນະທຳການຕໍ່າຫູກທໍໄໝ ອັນເປັນມູນເຊື້ອອັນດີງາມຂອງຊາດ ດ້ວຍຫົວ
ຄິດປະດິດສ້າງ ແລະ ສີມືອັນປານີດ ໃນການປ່ຽນເສັ້ນຝ້າຍ-ສາຍໄໝໃຫ້ກາຍເປັນຜົນງານລວດລາຍອັນວິຈິດ ແລະ ເປັນແຫຼ່ງລາຍຮັບອັນ
ໝັ້ນຄົງ ເຊິ່ງເປັນການສ່ອງແສງໃຫ້ເຫັນຢ່າງຈະແຈ້ງເຖິງມູນເຊື້ອຄຳຂວັນ “ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນ
ເອງ”, ຜູ້ກ່າວມານັ້ນແມ່ນ ສະຫາຍ ຮ້ອຍເອກ ນາງ ວອນຄຳ ພາລິບູນ ອາຍຸ 37 ປີ, ໜ້າທີ່ຮັບຜິດຊອບປຸງແຕ່ງ ຢູ່ກອງພັນ 614 ກອງພົນ
ທີ 2; ມີຖິ່ນກຳເນີດຢູ່ບ້ານມີໄຊ ເມືອງ ພູກູດ ແຂວງຊຽງຂວາງ. ສະຫາຍໄດ້ເຂົ້າເປັນທະຫານໃນວັນທີ 18 ຕຸລາ 2012 ແລະ ໄດ້ແຕ່ງງານ
ສ້າງຄອບຄົວກັບ ສະຫາຍ ພັນຕີ ຄຳ ພົມມະລິ ຮອງການທະຫານກອງຮ້ອຍ ສັງກັດຢູ່ກອງພັນ 263 ກອງພົນທີ 2.
ສະຫາຍ ຮ້ອຍເອກ ນາງ ວອນຄຳ ພາລິບູນ ໄດ້ໃຫ້ຮູ້ວ່າ: ໃນປີ 2020 ດ້ວຍແນວຄິດປະຢັດມັດທະຍັດ, ຊື່ສັດບໍລິສຸດ, ກຸ້ມຕົນເອງ
ແລະຄວາມຮັກຫໍ່ເຫັນຄຸນຄ່າວັດທະນະທຳການຕໍ່າຫູກລາວ, ຕົນເອງຈຶ່ງໄດ້ຕັດສິນໃຈລົງທຶນເບື້ອງຕົ້ນ 109.000.000 ກີບ ເພື່ອສ້າງກິດ
ຈະກຳຕໍ່າຫູກ-ຜ້າໄໝຂຶ້ນ, ທຶນຮອນທີ່ນໍາໃຊ້ໃນການລົງທຶນແມ່ນໄດ້ມາຈາກການປະຢັດມັດທະຍັດຂອງເງິນເດືອນຂອງຜົວເມຍ. ຈາກຈຸດ
ເລີ່ມຕົ້ນຂະໜາດນ້ອຍ, ດ້ວຍຄວາມມານະອົດທົນ ແລະ ການບໍລິຫານຈັດການທີ່ດີ, ປັດຈຸບັນສະຫາຍສາມາດຂະຫຍາຍກີ່ຕໍ່າຫູກໄດ້ເຖິງ
13 ເຄື່ອງ,ໃນແຕ່ລະປີ, ດ້ວຍສີມືອັນປານີດຂອງສະຫາຍ ແລະ ທີມງານສາມາດຜະລິດສິນຄ້າອອກສູ່ຕະຫຼາດໄດ້ຢ່າງຫຼວງຫຼາຍ ເຊັ່ນ: ຕໍ່າ
ຜ້າສິ້ນ:1.840 ຜືນ/ປີ (ສະເລ່ຍກວ່າ 150 ຜືນຕໍ່ເດືອນ), ຕໍ່າຕີນສິ້ນ: 640 ຜືນ/ປີ, ຕໍ່າແພເສື້ອ: 1.900 ແມັດ/ປີ, ສັງລວມແລ້ວ, ໃນ 1 ປີ
ການຕໍ່າຫູກສາມາດສ້າງລາຍຮັບລວມໄດ້ເຖິງ 270.000.000 ກີບ, ມີກຳໄລ 160.000.000 ກີບ (ຄິດເປັນ 59,26%). ຕົ້ນທຶນ 109
ລ້ານກີບທີ່ລົງທຶນໃນມື້ທຳອິດ ແມ່ນສາມາດເກັບກຳໄລຄືນທຶນໄດ້ໝົດພາຍໃນ 1 ປີ, ເຊິ່ງສາມາດປ່ຽນແປງຊີວິດຄວາມເປັນຢູ່ຂອງຄອບຄົວ
ໃຫ້ຮັ່ງມີຜາສຸກ ແລະ ດີຂຶ້ນຢ່າງເຫັນໄດ້ຊັດເຈນ. ຄວາມສຳເລັດຂອງ ສະຫາຍ ຮ້ອຍເອກ ນາງ ວອນຄຳ ພາລິບູນ ບໍ່ໄດ້ວັດແທກພຽງແຕ່ຕົວ
ເລກຜົນກຳໄລ 160 ລ້ານກີບຕໍ່ປີເທົ່ານັ້ນ, ແຕ່ຫາກແມ່ນການ ຢັ້ງຢືນເຖິງນ້ຳໃຈບຸກບືນສູ້ຊົນຂອງແມ່ຍິງກອງທັບປະຊາຊົນລາວ, ສະຫາຍໄດ້
ພິສູດ
ໃຫ້ເຫັນຢ່າງຈະແຈ້ງວ່າ: ແມ່ຍິງຍຸກໃໝ່ນອກຈາກຈະເຮັດໜ້າທີ່ວຽກງານວິຊາສະເພາະແລ້ວ, ເວລາມາຈັບກີ່ຕໍ່າຫູກ ກໍສາມາດສ້າງ
ຄວາມຮັ່ງມີທາງດ້ານເສດຖະກິດຄອບຄົວ ແລະ ພ້ອມກັນນັ້ນ ຍັງເປັນການປົກປັກຮັກສາສີມືຫັດຖະກຳພື້ນບ້ານຂອງຊາດໃຫ້ຍືນຍົງຄົງຕົວ
ຕະຫຼອດໄປ.
ຈາກຜົນງານ ແລະ ຄວາມດຸໝັ່ນດັ່ງກ່າວ, ພະແນກສະຫະພັນແມ່ຍິງ ກອງພົນທີ 2 ໄດ້ຢັ້ງຢືນວ່າ: ສະຫາຍ ຮ້ອຍເອກ ນາງ ວອນຄຳ
ພາລິບູນ ເປັນຜູ້ໜຶ່ງທີ່ມີຄວາມດຸໝັ່ນຂະຫຍັນພຽນ, ຫ້າວຫັນຕໍ່ໜ້າທີ່ວຽກງານ, ມີວິຖີຊີວິດແບບປະຢັດມັດທະຍັດ, ບໍ່ຟຸມເຟືອຍ, ເປັນ
ແບບຢ່າງໃນການອອກແຮງງານເພີ່ມພູນຜະລິດຜົນ ຊອກແຫຼ່ງລາຍຮັບເຂົ້າຄອບຄົວໂດຍບໍ່ເອື່ອຍອີງໃສ່ແຕ່ເງິນເດືອນຢ່າງດຽວ, ເຊິ່ງຍາມ
ໃດກໍໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ແລະ ຍ້ອງຍໍຊົມເຊີຍຈາກຄະນະພັກ-ຄະນະບັນຊາ ກອງພັນ 614 ຕະຫຼອດມາ.
ແຫຼ່ງທີ່ມາໂດຍ: ສຸກສາຄອນ
ວັນທີ 02/11/2026