ກອງພັນໃຫຍ່ 102 ລົງຊ່ວຍເຫຼືອປະຊາຊົນ ບ້ານນ້ຳຍອນ ເມືອງແມດ
ຊ່ວຍເຫຼືອພໍ່ແມ່ປະຊາຊົນ ທີ່ຖືກຜົນກະທົບຈາກໄພນ້ຳຖ້ວມ
ໃນລະຫວ່າງວັນທີ 12-13 ກັນຍາ 2025 ນີ້, ໄດ້ເກີດມີຝົນຕົກໜັກ ໄດ້ເຮັດໃຫ້ແມ່ນໍ້າຫ້ວຍຮ່ອງຄອງບຶງ ແລະ ສາຍນ້ຳຕ່າງໆໄຫຼເຂົ້າ
ຖ້ວມບ້ານ ນ້ຳຍອນ, ເມືອງແມດ, ແຂວງວຽງຈັນ, ເຮັດໃຫ້ເຮືອນຊານບ້ານຊ່ອງ, ເຄື່ອງປູກຂອງຝັງ ແລະ ວັດຖຸຊັບສິນທີ່ມີຄ່າຕ່າງໆ ໄດ້ຮັບ
ຄວາມເສຍຫາຍຢ່າງໜັກໜ່ວງ ຕໍ່ກັບສະພາບການນ້ຳຖ້ວມໃນຄັ້ງນີ້, ຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ 102 ຈຶ່ງໄດ້ຈັດຕັ້ງ-ນຳພາ ກຳ
ລັງອ້າຍນ້ອງຂອງຕົນ ຈຳນວນ 50 ກວ່າສະຫາຍ, ເຊິ່ງນຳພາໂດຍ ສະຫາຍ ພັນໂທ ໄຊຊະນະ ໄຊຍະສຸກ ຫົວໜ້າພະແນກການເມືອງ ກອງ
ພັນໃຫຍ່ 102 ເຊິ່ງໄດ້ນໍາໃຊ້ພາຫະນະຂອງກົມກອງ ສົມທົບກັບກຳລັງອ້າຍນ້ອງ ພະແນກການເມືອງ ແລະ ກຳລັງອ້າຍນ້ອງຈາກກອງພັນ
ນ້ອຍ 15 ຂຶ້ນກັບກອງພັນໃຫຍ່ 102 ເຂົ້າຊ່ວຍເຫຼືອປະຊາຊົນ ຄອບຄົວທີ່ຖືກຜົນກະທົບໄພພິບັດນ້ຳຖ້ວມຢ່າງຮີບດ່ວນ. ການລົງຊ່ວຍເຫຼືອ
ຄັ້ງນີ້ ໄດ້ຂົນເຄື່ອງຂອງຕ່າງໆອອກຈາກເຮືອນໄປໄວ້ບ່ອນທີ່ສູງ, ໂດຍສະເພາະ ແມ່ນຂົນເຂົ້າເປືອກອອກຈາກເລົ້າ, ລົດລາງພາຫະນະ, ເຄື່ອງ
ໃຊ້ໄຟຟ້າ... ພ້ອມດຽວກັນນັ້ນ, ຍັງໄດ້ປັດກວດລ້າງ ອານາໄມເຮືອນຊານບ້ານຊ່ອງ, ຖາງຫຍ້າລຽບຕາມຄອງແມ່ນ້ຳໃຫ້ເປີດແປນ ແລະ ງັດ
ຕົ້ນໄມ້ໃຫຍ່ອອກຈາກທໍ່ລະລາຍນ້ຳທີ່ຖືກທັບຕັນທໍ່ ໃຫ້ນ້ຳໄຫຼສະດວກ ເພື່ອຮັບປະກັນຄວາມປອດໄພ.
ແຫຼ່ງທີ່ມາ: ນາງ ເຂັມຄຳ ຕຸນາລົມ
ວັນທີ 22/09/2025