
ນູແວນເຊລັງ ຊື້ຍົນເຮລີກົບແຕຕ້ານເຮືອດຳນ້ຳ MH-60R Seahawk
ຈາກ ສະຫະລັດ

ຍົນເຮລີກົບແຕຕ້ານເຮືອດຳນ້ຳ MH-60R Seahawk
ນູແວນເຊລັງ ຍົກລະດັບກອງທັບເຮືອຂອງຕົນດ້ວຍການອະນຸມັດໃຫ້ຊື້ເຮລີກົບແຕຕ້ານເຮືອດຳນ້ຳ MH-60R Seahawk
ຈາກ
ສະຫະລັດ ອາເມຣິກາ, ເພື່ອເສີມສ້າງຂີດຄວາມສາມາດໃນການລາດຕະເວນທາງທະເລ, ປົກປ້ອງຈາກໄພຂົ່ມຂູ່ຕ່າງໆອ້ອມເກາະດອນ
ແລະເສີມສ້າງຄວາມພ້ອມໃນການສູ້ຮົບກັບພັນທະມິດໃນພາກພື້ນອິນໂດ-ປາຊີຟິກ. MH-60R Seahawk ຜະລິດໂດຍ Lockheed
Martin (Sikorsky), ມັນມີລະບົບໂຊນາກວດຈັບເຮືອດຳນ້ຳຄວາມຖີ່ຕ່ຳ, ລະບົບສື່ສານ Link 16 MIDS-JTR, ລະບົບກວດຈັບສະ
ໜາມແມ່ເຫຼັກ (MAD) ແລະ ອາວຸດໜັກລວມທັງລູກສອນໄຟ Hellfire, APKWS, torpedo Mk 54 ແລະ ປືນກົນ M240D.
ສຳລັບສັນຍາເຮລິກົບແຕ 5 ລໍາມີມູນຄ່າ 1,64 ຕື້ໂດລາ ນູແວນເຊລັງ, ດ້ວຍງົບປະມານດຳເນີນງານປະຈຳປີ 110 ລ້ານໂດລາ ນູແວນເຊລັງ.
ການຈັດສົ່ງມີກຳນົດຈະເລີ່ມຕົ້ນທີ່ຖານທັບອາກາດ Whenuapai ຕັ້ງແຕ່ປີ 2030 ເປັນຕົ້ນໄປ. ເຊິ່ງການຈັດຊື້ກໍ່ເພື່ອເສີມຂະຫຍາຍ
ການຮ່ວມມືທີ່ບໍ່ມີຂໍ້ບົກຜ່ອງກັບກອງທັບອົດສະຕຣາລີ ແລະ ສະຫະລັດ, ເສີມສ້າງຄວາມໝັ້ນຄົງທາງທະເລໃນປາຊີຟິກໃຕ້ທ່າມກາງ
ອິດທິພົນທາງ
ທະຫານທີ່ຂະຫຍາຍຕົວຂອງບັນດາປະເທດມະຫາອຳນາດ. ການຍົກລະດັບກອງທັບເຮືອຕ້ານເຮືອດຳນ້ຳໃຫ້ຄວາມໄດ້
ປຽບທາງກອງທັບເຮືອ ແລະ ສົ່ງສັນຍານເຕືອນທີ່ຊັດເຈນໄປຍັງຄູ່ແຂ່ງທີ່ດຳເນີນນະໂຍບາຍການຂະຫຍາຍກອງທັບເຮືອໃນພາກພື້ນ.
ແຫຼ່ງທີ່ມາ: ຂກທ
ວັນທີ 02/11/2026