
ຣັດເຊຍ ສືບຕໍ່ຜະລິດປືນກົນ SR-2M

ຕາມຂ່າວການທະຫານຕ່າງປະເທດລາຍງານວ່າ: ກຸ່ມ Kalashnikov ຂອງຣັດເຊຍໄດ້ປະກາດສືບຕໍ່ຜະລິດປືນກົນ SR-2M
ຂະໜາດ 9 ມມ ທີ່ໄດ້ຮັບການຍົກລະດັບຢ່າງເປັນທາງການ, ປືນSR-2M ໃກ້ຄຽງກັບປືນກົນ 9x19 ມມ ແບບເກົ່າ. ປືນກົນ SR-2M
ຂະໜາດ 9 ມມ ທີ່ທັນສະໄໝມີກົນໄກທີ່ດີຂຶ້ນ,ໃຊ້ຍິງລູກກະສູນຂະໜາດ 9x21 ມມ ໃນຝັກກະສຸນ 20 ຫຼື 30 ລູກ, SR-2M ແລະ
ສາມາດໃຊ້ລູກກະສຸນຂະໜາດ 9x21 ມມ ເຊັ່ນ SP-10 ແລະ SP-11 ລູກກະສຸນເຈາະເກາະ SP-10ສາມາດເຈາະເກາະອ່ອນໄດ້ໃນໄລ
ຍະໃກ້ຫາກາງ ໄລຍະ100-200 ແມັດ, SR-2M ສະເໜີສອງລຸ້ນຄືແບບສັ້ນ ແລະ ຍາວ.
ອີງຕາມລາຍງານຂອງ Kalashnikov, ການຍົກລະດັບປືນແມ່ນອີງໃສ່ການປະຕິບັດຕົວງານຈິງຂອງສະໜາມຮົບໃຫ້ມີຄວາມ
ກະທັດຮັດແລະຄ່ອງແຄ້ວຂື້ນຕື່ມ, ສິ່ງທີ່ໜ້າສັງເກດຄື:ກະບອກປືນໄດ້ຫຼຸດຂະໜາດລົງ, SR-2M ມີຄວາມຍາວ 367 ມມ ເມື່ອກະບອກ
ປືນພັບລົງແມ່ນ 605 ມມ ເມື່ອຍືດອອກ ມີນ້ຳໜັກ 1.55 ກິໂລກຣາມ (ບໍ່ລວມຝັກກະສຸນ) ແລະ ມີໄລຍະຍິງປະມານ 200 ແມັດ. ເມື່ອ
ປຽບທຽບກັບລຸ້ນກ່ອນຊຸດ SR-2, SR-2M ຖືວ່າ,ສະດວກກວ່າສຳລັບການຕໍ່ສູ້ໃນໄລຍະໃກ້, ການທັນເປັນສະໄໝມີຈຸດປະສົງເພື່ອຍົກລະ
ດັບການຍິງ ຫຼື ເພີ່ມກຳລັງການຍິງ, ມີຄວາມໄວໃນການຍິງ ແລະ ຄວາມສະດວກໃນການພົກພາໃນສະພາບແວດລ້ອມທີ່ຄັບແຄບ, ການທີ່
ຣັດເຊຍສືບຕໍ່ການຜະລິດປືນSR-2M ສະທ້ອນໃຫ້ເຫັນເຖິງການລົງທຶນ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງດ້ານການທະຫານໃນຍຸກ
ແຂ່ງຂັນອາວຸດທັນສະໄໝໃນໂລກປັດຈຸບັນ.
ແຫຼ່ງທີ່ມາ: ຂກທ
ວັນທີ 03/03/2026