
ຫວຽດນາມ ຄົ້ນຄວ້າ ແລະ ພັດທະນາ ລູກປືນໃຫຍ່ນຳທາງ ດ້ວຍເລເຊີ
ແບບເຄິ່ງອັດຕະໂນມັດ

ລູກປືນໃຫຍ່ນຳທາງດ້ວຍລະບົບເລເຊີແບບເຄິ່ງອັດຕະໂນມັດ Semi-active Laser Guidance
ຕາມສື່ຫວຽດນາມ ເປີດເຜີຍວ່າ: ຫວຽດນາມ ໄດ້ສຸມໃສ່ການພັດທະນາຜະລິດລູກປືນໃຫຍ່ແບບທຳມະດາແລ້ວ, ຍັງກຳລັງຄົ້ນຄວ້າ ແລະ
ພັດທະນາລູກປືນໃຫຍ່ນຳທາງດ້ວຍລະບົບເລເຊີແບບເຄິ່ງອັດຕະໂນມັດ Semi-active Laser Guidance ໂດຍມີເປົ້າໝາຍເພື່ອຍົກສູງຂີດ
ຄວາມສາມາດໃນການໂຈມຕີເປົ້າໝາຍຢ່າງແມ່ນຍໍາຂອງກໍາລັງປືນໃຫຍ່. ຫຼັງຈາກຍິງອອກຈາກລຳກ້ອງ, ລູກປືນຊະນິດນີ້ຈະເຄື່ອນທີ່ໄປຕາມວິຖີ
ການບິນແບບວິຖີສູນຖ່ວງໃນໄລຍະທຳອິດ. ເມື່ອເຂົ້າໃກ້ເປົ້າໝາຍແລ້ວຫົວລູກປືນຈະຊອກຫາເປົ້າໝາຍຕາມສັນຍານເລເຊີທີ່ສະແດງກັບຈາກເປົ້າ
ໝາຍ ເຊິ່ງຖືກສ່ອງດ້ວຍເລເຊີຈາກອຸປະກອນພາກພື້ນດິນ ຫຼື ຍົນບໍ່ມີຄົນຂັບ UAV. ຈາກນັ້ນ, ລະບົບຈະຄວບຄຸມຄີບບັງຄັບທິດທາງເພື່ອປັບປ່ຽນ
ເສັ້ນທາງການບິນ ຊ່ວຍໃຫ້ລູກປືນສາມາດບິນເຂົ້າຫາເປົ້າໝາຍໄດ້ຢ່າງແມ່ນຍຳສູງ. ແນວໃດກໍຕາມ, ລະບົບນຳທາງຮູບແບບນີ້ຍັງຕ້ອງອາໄສແຫຼ່ງ
ສ່ອງເລເຊີຈາກພາຍນອກ ແລະ ອາດໄດ້ຮັບຜົນກະທົບຈາກກ້ອນເມກທີ່ຕ່ຳ, ຄວັນ, ຂີ້ຝຸ່ນ, ໝອກ ຫຼື ສະພາບອາກາດທີ່ບໍ່ເອື້ອອຳນວຍ. ເຊິ່ງການ
ຄົ້ນຄວ້າດັ່ງກ່າວອາດເປັນພຽງຈຸດເລີ່ມຕົ້ນຂອງການພັດທະນາ ແລະ ສ້າງຄວາມຊຳນານດ້ານເຕັກໂນໂລຊີລູກປືນຄວາມແມ່ນຍຳສູງລຸ້ນໃໝ່ຂອງ
ຫວຽດນາມໃນອະນາຄົດ.
ແຫຼ່ງທີ່ມາ: ຂກທ
ວັນທີ 05/11/2026