
ໂດຣນ MQ-25A Stingray ຂອງກອງທັບເຮືອສະຫະລັດ ໄດ້ບິນທົດລອງຄັ້ງທຳອິດ

ໂດຣນ MQ-25A
ຂ່າວການທະຫານຕ່າງປະເທດ ລາຍງານວ່າ: ໂດຣນ MQ-25A ໄດ້ບິນທົດລອງ ໃນ ວັນທີ 25 ເມສາ ທີ່ຜ່ານມາ ນັບເປັນກ້າວສຳ
ຄັນໃນການພັດທະນາໂຄງການ ເພື່ອເຂົ້າໃກ້ຂັ້ນຕອນໂດຣນທີ່ສາມາດຕິດຂີປະນາວຸດ ຫຼື ຂີປະນາວຸດແບບຍົນບໍ່ມີຄົນຂັບ Milestone C
ແລະ ການທົດລອງ ແລະ ພັດທະນາຮ່ວມກັບເຮືອບັນທຸກເຮືອບິນ.
ໂດຣນນີ້ໃຊ້ເຄື່ອງຈັກ AE 3007N ຈຳນວນ 1 ເຄື່ອງ ຈາກຕະກູນ AE ຂອງ ໂຣສຣອຍ Rolls-Royce. ໂດຣນ MQ-25A ຖືກ
ອອກແບບມາເພື່ອ ເຕີມນ້ຳມັນກາງອາກາດ” ເປັນຫຼັກຊ່ວຍຂະຫຍາຍພິໄສການໂຈມຕີຂອງກອງບິນເທິງເຮືອບັນທຸກ ສາມາດເຮັດໃຫ້ກອງ
ເຮືອສາມາດປະຕິບັດການໄດ້ໄກຈາກໄພຄຸກຄາມຫຼາຍຂຶ້ນ ເຊັ່ນ: ເພີ່ມຄວາມປອດໄພໃຫ້ກຳລັງພົນ. ນອກຈາກນັ້ນ, ຍັງສາມາດໃຊ້ໃນພາ
ລະກິດຂອງໜວຍຂ່າວກອງ, ການເຝົ້າລະວັງ, ການລາດຕະເວນ, ເຄື່ອງຈັກ AE 3007N ມີອັດຕາ bypass ສູງ 5:1, ຊ່ວຍປະຫຍັດນ້ຳ
ມັນ, ເຮັດໃຫ້ບິນໄດ້ດົນ ສາມາດບິນໄດ້ຫຼາຍກວ່າ 2 ຊົ່ວໂມງ, ໂດຣນ MQ-25A ສາມາດປະຕິບັດພາລະກິດແບບອັດຕະໂນມັດ ຕັ້ງແຕ່
ການເຄື່ອນທີ່, ບິນຂຶ້ນຊື່ ແລະ ລົງຈອດ ພ້ອມກັນນັ້ນ ຍັງທົດລອງ ລະຫວ່າງເຄື່ອງຈັກ ກັບລຳຕົວໂດຣນ ແລະ ສະຖານີຄວບຄຸມພາກພື້ນ
MD-5.
ຕາມຂໍ້ມູນຈາກ Boeing ແລະ Rolls-Royce ຈະສົ່ງເຄື່ອງຈັກເພີ່ມ ເປັນ 4 ເຄື່ອງໃນປີ 2026. ໂຄງການ MQ-25A ມີແຜນ
ຜະລິດ 76 ລຳ, ປັດຈຸບັນນີ້ໄດ້ຖືກໃຊ້ໃນ 16 ແພລດຟອມທົ່ວໂລກ. ສົ່ງມອບແລ້ວຫຼາຍກວ່າ 7.500 ລຳ ແລະ ຊົ່ວໂມງບິນລວມຫຼາຍ
ກວ່າ 90 ລ້ານຊົ່ວໂມງ.
ແຫຼ່ງທີ່ມາ: ຂກທ
ວັນທີ 07/05/2026