
ກອງທັບອາກາດ ອິນໂດເນເຊຍ ເລີ່ມທົດສອບຍົນສູ້ຮົບ ຣາຟາແອລ ລຳທຳອິດ

ຍົນສູ້ຮົບ ຣາຟາແອລ ຍຸກ 4.5 ແບບ Dassault Rafale BF4
ເວັບໄຊຂ່າວການທະຫານອຸດສາຫະກຳປ້ອງຊາດເອີຣົບ ລາຍງານໃຫ້ຮູ້ວ່າ: ກອງທັບອາ ກາດອິນໂດເນເຊຍ ໄດ້ເລີ່ມທົດສອບຍົນສູ້ຮົບ
ຣາຟາແອລ ຍຸກ 4.5 ແບບ Dassault Rafale BF4 ລຳທຳອິດຂອງກອງທັບອາກາດອິນໂດເນເຊຍ.
ຍົນລຳນີ້ກຳລັງກະກຽມຂື້ນບິນທົດສອບຢູ່ທີ່ໂຮງງານຂອງ ບໍລິສັດ Dassault ໃນນະຄອນ ບອກໂດ ປະເທດຝຣັ່ງ ເມື່ອວັນທີ 30 ກໍ
ລະກົດ ຜ່ານມາ, ໂດຍມີໝາຍເລກຍົນສູ້ຮົບ ລຳດັບ T-0301.ກອງທັບອາກາດອິນໂດເນເຊຍ ໄດ້ສັ່ງຊື້ຍົນສູ້ຮົບຍຸກ 4.5 ລຸ້ນ Rafale BF4
ຈຳນວນ 24 ລຳໃນເບື້ອງຕົ້ນ, ເຊິ່ງຂະນະນີ້ ຈຳນວນ 6 ລຳທຳອິດ ຢູ່ລະຫວ່າງດໍາເນີນການຜະລິດ ແລະ ອິນໂດເນເຊຍ ໄດ້ໃຊ້ສິດທາງເລືອກ
ໃນການສັ່ງຊື້ຍົນເພີ່ມອີກ ຈຳນວນ 18 ລຳໃນຕົ້ນປີນີ້, ເຮັດໃຫ້ຍອດລວມການຈັດຊື້ຍົນທັງໝົດມີ 42 ລຳໃນສັນຍາທີ່ມີມູນຄ່າ 8,1 ຕື້ໂດລາ
ສະຫະລັດ ໃນນັ້ນ, ຍົນລຳທຳອິດຈະຈັດສົ່ງມອບຮັບໃນຕົ້ນປີ 2026.
ໃນຂະນະດຽວກັນ, ເມື່ອບໍ່ດົນມານີ້, ບໍລິສັດ PT ອິນໂດເນເຊຍ (IPTN) ໄດ້ລົງນາມເຊັນສັນຍາກັບບໍລິສັດຜູ້ຜະລິດຍົນສູ້ຮົບຂອງຕວກ
ກີ TAI ເພື່ອຮ່ວມກັນຜະລິດຍົນສູ້ຮົບຂັບໄລ່ຍຸກທີ 5 ລຸ້ນ TAI TF Kaan ດ້ວຍຂໍ້ຕົກລົງນີ້ຈະເປີດທາງໃຫ້ບໍລິສັດ IPTN ສາມາດຜະລິດ
ຍົນສູ້ຮົບລຸ້ນດັ່ງກ່າວ ໄດ້ຈຳນວນ 48 ລຳໃນສັນຍາມູນຄ່າອາດເພີ່ມຂຶ້ນກວ່າ 10 ຕື້ໂດລາສະຫະລັດ.
ແຫຼ່ງທີ່ມາ: ຂກທ
ວັນທີ 12/08/2025