ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເຮືອ​ດຳ​ນ້ຳ​ບຸກ​ຕີ​ດ້ວຍ​ພະລັງງານ​ນິວ​ເຄລຍ​ລຸ້ນ Type-093B SSN


ເຮືອ​ດຳ​ນ້ຳ​ລຸ້ນ Type-093B SSN

     ເຮືອ​ດຳ​ນ້ຳ​ລຸ້ນ Type-093B SSN ທີ່​ບຸກ​ຕີ​ດ້ວຍລະບົບພະລັງງານ​ນິວເຄລຍ ເປັນ​ເຮືອ​ດຳ​ນ້ຳປະເພດ​ໜຶ່ງ​ທີ່ ຜະລິດ​ຈາກສາທາລະ
ນະ​ລັດ ປະຊາຊົນ​ຈີນ ເຊິ່ງ​ຈຸດປະສົງ​ຜະລິດ​ມາ ​ເພື່ອ​ຮັບ​ໃຊ້​ໃນ​ກອງທັບ​ເຮືອ​ໂດຍ​ກົງ, ເຮືອ​ດຳ​ນ້ຳ​ປະເພດ​ດັງ​ກ່າວ ຊື່ວ່າ Type-093B SSN,
ເຊິ່ງ​ໄດ້​ມີ​ການ​ເລີ່ມ​ຕົ້ນ​ກໍ່ສ້າງ​ທີ່ທ່າເຮືອ ໂບ​ຮາຍ ຮູ​ລູ​ດາວ Bohai Huludao, ຜະລິດ​ໂດຍກອງທັບ​ເຮືອ ​ສປ ຈີນ ທີ່​ໄດ້​ຮັບ​ການ​ພັດທະນາ
​ຕໍ່​ຍອດ​ຈາກ​ເຮືອ​ດຳ​ນ້ຳ​ລຸ້ນ Type 091.

     ລັກສະນະ​ທົ່ວ​ໄປ​ຂອງ​ເຮືອ Type-093B, ມັນ​ມີ​ຄວາມ​ຍາວ 110 ແມັດ, ກວ້າງ 11 ແມັດ, ຄວາມ​ໄວ​ແລ່ນ​ຢູ່​ໃຕ້​ນໍ້າ​ປົກກະຕິ 26 ນ໊ອດ
ຫຼື 48.152 ກິໂລແມັດ ແລະ ສາມາດ​ຮັບ​ນໍ້າ​ໜັກ​ໄດ້ 8.500 ໂຕນ. ຕິດ​ຕັ້ງ​ລະບົບ​ຍິງ​ລູກ​ສອນ​ໄຟ VLS 24 ລຳ ແລະ ຕິດ​ຕັ້ງ​ລູກ​ສອນ​ໄຟ​ນຳ
​ທາງ YJ-18 ASCM ທີ່​ມີ​ໄລຍະ​ຍິງ​ໄກ​ສູງ​ສຸດ​ກວ່າ 3.000 ກິໂລແມັດ, AJ-8, YJ-82, ທໍ່​ປີ​ໂດ ເຊິ່ງ​ເປັນ​ລູກ​ສອນ​ໄຟ ທີ່​ສາມາດ​ຍິງ​ໃນ​ນໍ້າ​
ສາມາດ​ຕິດ​ຕັ້ງ​ ໄດ້​ເຖິງ​ຫົກ​ທໍ່​ທີ່​ມີ​ຄວາມ​ກວ້າງ 533 ​ມມ ( ສີ່​ທໍ່​ຢູ່​ຂ້າງ, ສອງ​ທໍ່​ຢູ່​ດ້ານ​ລຸ່ມ ), ສາມາດ​ບັນທຸກ ອາວຸດ​ຍຸດ​ໂທ​ປະກອນ ຕໍ່​ປີ​ໂດ
ປະເພດ​ຕ່າງໆ, ລວມ​ທັງຂີ​ປະ​ນາວຸດ ຕ້ານ​ເຮືອ, ຕ້ານ​ໜ້າ​ທະເລ, ລູກ​ສອນ​ໄຟ ໄຮ​ເປີ​ໂຊ​ນິກ ແລະ ລູກ​ສອນ​ໄຟ​ນຳ​ທາງ​ດ້ວຍ​ຄວາມ​ໄວ​ສູງ​ແບບ
ໃໝ່, ມີ​ຄວາມ​ໄວ​ສູງ​ເຖິງ 200 ກິໂລແມັດ​ຕໍ່​ຊົ່ວໂມງ ແລະ ຄວາມ​ເລິກ​ຂອງ​ການ​ຍິງ​ສູງ​ສຸດ​ຫຼາຍ​ກວ່າ 1.500 ແມັດ.

ແຫຼ່ງທີ່ມາ: ຂກທ
ວັນທີ 18/08/2025