
ອູແກຣນ ກາຍເປັນສະໜາມຮົບທົດລອງອາວຸດຂອງບັນດາສະມາຊິກ ນາໂຕ້

ວັນທີ 13 ພະຈິກ ນີ້ ລັດຖະມົນຕີປ້ອງກັນປະເທດ ຊູແອັດ ໄດ້ອອກມາເປີດເຜີຍຢ່າງຈະແຈ້ງວ່າ, ປັດຈຸບັນ ອູແກຣນ ກາຍເປັນ “ສະໜາມ
ຮົບທົດລອງອາວຸດຈິງ ບັນດາຊາດສະມາຊິກ ອົງການສົນທິສັນຍາປ້ອງກັນອັດລັງຕິກເໜືອ” ຂອງຫຼາຍປະເທດ ລວມທັງ ຊູແອັດ.
ທ່ານໄດ້ກ່າວວ່າ: ຊູແອັດ ໄດ້ຮັບຂໍ້ມູນ ໂດຍກົງຈາກທາງການຂອງ ອູແກຣນ ກ່ຽວກັບປະສິດທິຜົນຂອງອາວຸດທີ່ ຊູແອັດໄດ້ສົ່ງໃຫ້, ບໍ່ວ່າ
ຈະເປັນ ເຮືອຮົບໂຈມຕີ, ລົດຕັງຫຸ້ມເກາະ, ປືນໃຫຍ່ອັດຕະໂນມັດ ທີ່ຖືກນຳໃຊ້ໃນສະໜາມຮົບຈິງກັບ ຣັດເຊຍ. ຂໍ້ມູນເຫຼົ່ານີ້ ຊ່ວຍໃຫ້ ຊູແອັດ
ສາມາດ “ ປັບປຸງ ແລະ ພັດທະນາເຕັກໂນໂລຊີໃຫ້ເໝາະກັບສົງຄາມສະໄໝໃໝ່ ” ໄດ້ຢ່າງວ່ອງໄວ. ການຊ່ວຍເຫຼືອ ອູແກຣນ ຈ່ິງຖືເປັນການ
ລົງທຶນເພື່ອຄວາມໝັ້ນຄົງຂອງ ຊູແອັດ ໃນໄລຍະຍາວ.
ແຫຼ່ງທີ່ມາ: ຂກທ
ວັນທີ 18/11/2025