
ຍົນບໍ່ມີຄົນຂັບ Supercam S350 ລຸ້ນໃໝ່ຂອງຣັດເຊຍ

ທີ່ງານວາງສະແດງອາວຸດປ້ອງກັນຊາດ (WDS) 2026 ຈັດຂຶ້ນທີ່ນະຄອນ ຣີຢາດ ປະເທດຊາອຸດິອາຣາບີ, ຣັດເຊຍ ໄດ້ນຳສະ
ເໜີຍົນບໍ່ມີຄົນຂັບ ຮຸ້ນ Supercam S350 (UAV). ນີ້ແມ່ນຍົນສອດແນມ, ລາດຕະເວນ ແລະ ເຝົ້າລະວັງ ທີ່ຖືກອອກແບບມາ
ເພື່ອໃຊ້ງານໃນສະພາບອາກາດທີ່ຮຸນແຮງ ແລະ ໃຫ້ຂໍ້ມູນການກຳນົດເປົ້າໝາຍໂດຍກົງແກ່ກອງປືນໃຫຍ່ ແລະ ລູກສອນໄຟ. ຍົນບໍ່
ມີຄົນຂັບ Supercam S350 UAV ມີການອອກແບບມໍເຕີໄຟຟ້າ ເພື່ອຫຼຸດຜ່ອນສຽງລົບກວນ ແລະ ວິທີການກູ້ຄືນດ້ວຍຮົ່ມຊູ
ຊີບ, ຊ່ວຍໃຫ້ເຮືອບິນ UAV ສາມາດເຮັດວຽກໄດ້ຢ່າງເປັນອິດສະຫຼະໂດຍບໍ່ຕ້ອງມີທາງແລ່ນທີ່ກຽມໄວ້ລ່ວງໜ້າ.
Supercam S350 ເປັນ UAV ຍຸດທະວິທີຂະໜາດນ້ອຍ ແລະ ມີປີກຍາວ 3.2 ແມັດ, ປະສົມປະສານໃບພັດຢູ່ດ້ານໜ້າ.
ອີງຕາມຂໍ້ມູນຈາກບໍລິສັດຜູ້ຜະລິດໃຫ້ຮູ້ວ່າ: UAV ສາມາດສອດແນມໄດ້ໃນເວລາກາງເວັນໂດຍໃຊ້ກ້ອງຖ່າຍຮູບ Full HD ທີ່ມີ
ການຊູມແບບ optical ສູງເຖິງ 40x ແລະ ການສອດແນມໃນຕອນກາງຄືນໂດຍໃຊ້ກ້ອງຖ່າຍຮູບຄວາມຮ້ອນທີ່ມີຄວາມລະອຽດ
HD ສູງເຖິງ 4x, ຕອບສະໜອງຄວາມຕ້ອງການສຳລັບການປະຕິບັດງານຕໍ່ສູ້ຢ່າງຕໍ່ເນື່ອງທັງກາງເວັນ ແລະ ກາງຄືນ, Supercam
S350 UAV ມີນໍ້າໜັກບີນຂຶ້ນສູງສຸດປະມານ 15 ກິໂລກຣາມ, ຄວາມໄວໃນການບິນ 75 ຫາ 120 ກິໂລແມັດຕໍ່ຊົ່ວໂມງ ແລະ
ເພດານຄວາມສູງ 5.000 ແມັດ. ເວລາບິນສູງສຸດ 330 ນາທີ, ລະດັບສູງສຸດແມ່ນຫຼາຍກວ່າ 240 ກິໂລແມັດ, ໃນຂະນະທີ່ລະດັບ
ການສື່ສານແລະ ການສົ່ງຂໍ້ມູນແມ່ນປະມານ 100 ກິໂລແມັດ.
ແຫຼ່ງທີ່ມາ: ຂກທ
ວັນທີ 19/02/2026