
ສະພາບໂດຍລວມ ແລະ ຄວາມແຕກຕ່າງຂອງຍົນສູ້ຮົບສອງຕະກຸນ

ໃນຊຸມປີ 1948 ຫາ 1991 ເປັນຊ່ວງໄລຍະສົງຄາມເຢັນ. ຍົນບິນສູ້ຮົບ MiG-29 ຂອງສະຫະພາບໂຊວຽດ ແລະ F-16 ຂອງສະຫະລັດ
ອາເມຣິກາ ໂດຍລວມທັງສອງຕະກຸນຍົນສູ້ຮົບທີ່ມີຊື່ສຽງໃນໄລຍະນັ້ນ ແມ່ນໄດ້ມີການຜະລິດຍົນບິນທັງໝົດ 4.604 ລຳໃນທົ່ວໂລກ.
ຄຸນນະສົມບັດໂດຍລວມ: ໃນນັ້ນ MiG-29 ໄດ້ມີການຜະລິດຍົນບິນທັງໝົດ 2.500 ລຳໃນທົ່ວໂລກ. ເຊ່ິງເປັນຍົນສູ້ຮົບລຸ້ນທີ 4 ຂອງ
ໂຊວຽດ ທີ່ອອກແບບໂດຍ ມິໂກຍັນ Mikoyan, ມີຄວາມໄວສູງສຸດຂອງ 2.3+ ມັກ ແລະ ໄດ້ຂື້ນບິນຄັ້ງທຳອິດໃນວັນທີ 6 ຕຸລາ 1977.
ໃນນັ້ນ ລາຄາພື້ນຖານຂອງ MiG-29 ຈະມີມູນຄ່າປະມານ 22 ລ້ານໂດລາ, ເຊິ່ງເປັນຍົນສູ້ຮົບ ລຸ້ນທີ່ 4 ຂອງສະຫະພາບໂຊຫວຽດ, ເຊິ່ງໄດ້
ມີການຜະລິດຂຶ້ນມາໃນຊຸມປີ 1970 ແລະ ໄດ້ເຂົ້າມາປະຈຳການໃນກອງທັບອາກາດ ໃນຊຸມປີ 1983, ໃນນັ້ນໄດ້ອອກແບບໂດຍ ມິໂກຍັນ
Mikoyan ເພື່ອເປັນຄູ່ແຂ່ງກັບ F-16 ຂອງສະຫະລັດ ແລະ FA-18 ຂອງຣາຊະອານາຈັກ ອັງກິດ.ໄດ້ມີບົດບາດໃນການປ້ອງກັນນ່ານຟ້າ,
ປ້ອງກັນທາງອາກາດໃນສະໜາມຮົບໃນຊ່ວງສະໄໝສົງຄາມ ແລະ ມີບົດບາດສູ້ຮົບປະຕິບັດໜ້າທີ່ທາງອາກາດ ສູ່ອາ ກາດ ແລະ ອາກາດສູ່
ໜ້າດິນ.
ສ່ວນ F-16 ກໍເປັນຍົນບິນສູ້ຮົບຂອງ ອາເມຣິກາ ທີ່ມີຄວາມໄວສູງສຸດ 2.05 ມັກ ແລະ ເຊິ່ງຂຶ້ນໄດ້ບິນເປັນຄັ້ງທຳອິດໃນ ວັນທີ 20 ມັງ
ກອນ 1974. ເຊິ່ງໄດ້ມີຕົ້ນກຳເນີດຈາກບໍລິສັດ Lockheed Martin ເຊິ່ງໄດ້ມີການຮ່ວມກັນສ້າງຕັ້ງແຕ່ 1912 ໄດ້ກໍ່ຕັ້ງໂດຍ Allan ແລະ
Malcolm Lockheed. ໃນຂະ ນະທີ່ F-16 ມີມູນຄ່າປະມານ 63 ລ້ານໂດລາສະຫະລັດ ໂດຍທີ່ບໍ່ທັນລວມທັງລາຄາ ທີ່ໄດ້ອັບເກຣດ ແລະ
ຄ່າບຳລຸງຮັກສາ, ເຖິງຢ່າງໃດກໍຕາມ ຖ້າລວມທັງລາຄາທີ່ໄດ້ຮັບການອັບເກຣດ ຈະມີມູນລະຄ່າສູງເຖິງ 100 ລ້ານໂດລາຕໍ່ລຳ. ຍົນສູ້ຮົບ F-16
ເປັນຍົນສູ້ຮົບທີ່ມີຫຼາຍບົດບາດທີ່ທັນສະໄໝກວ່າ ແລະ ມີສາມາດປະ ຕິບັດໜ້າທີ່ເທິງອາກາດໄດ້ທັງກາງເວັນ ແລະ ກາງຄືນ. ໂດຍລວມແລ້ວ,
F-16, ໂດຍສະເພາະຮຸ່ນໃໝ່, ມັກຈະເຫັນວ່າມີການປະຕິບັດໂດຍລວມທີ່ດີກວ່າໃນດ້ານເຕັກໂນໂລຢີ, ການສູ້ຮົບທີ່ເກີນຂອບເຂດ ແລະ ຄວາມ
ຄ່ອງແຄ້ວຂອງການປະຕິບັດໜ້າທີຢູ່ເທິງອາກາດ.
ແຫຼ່ງທີ່ມາ: ຂກທ
ວັນທີ 21/08/2025