ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

AM General ກຽມ​ເປີດ​ໂຕ ລົດ HUMVEE ຮຸ່ນ​ປັບປຸງ​ໃໝ່
ໃນ​ງານ AUSA 2026

​
ລົດ​ທະຫານ​ HUMVEE

     ຂ່າວ​ການ​ທະຫານ​ຕ່າງປະເທດ ເປີດເຜີຍ​ວ່າ: ບໍລິສັດ AM General ຂອງ​ສະຫະລັດ ກຽມ​ຈັດ​ສະແດງ​ລົດ​ທະຫານ​ HUMVEE
ຮຸ່ນ​ປັບປຸງ​ລະບົບ​ຂັບ​ເຄື່ອນໃໝ່ ໃນ​ງານ​ປະຊຸມ ແລະ ງານ​ວາງສະແດງ​ປະຈຳ​ປີ​ຂອງ​ສະມາຄົມ​ກອງທັບ​ບົກ​ສະຫະລັດ​ອາເມຣິກາ (AUSA
2026) ທີ່​ນະຄອນຫຼວງ​ວໍ​ຊິງ​ຕັນ.

     ຕາມ​ຖະແຫຼງການ​ຂອງ​ບໍລິສັດ ການ​ຜະລິດ​ໃນ​ໄລຍະ​ທຳ​ອິດ​ຂອງ​ໂຄງການ​ປັບປຸງ​ທີ່​ແບ່ງ​ອອກ​ເປັນ 3 ໄລຍະ ມີ​ແຜນ​ຈະ​ເລີ່ມ​ຂຶ້ນ​ໃນ
​ທ້າຍ​ປີ 2027. ຕາມ​ຂໍ້​ມູນ​ຈາກ AM General, ລົດ HUMVEE ຮຸ່ນ​ປັບປຸງ​ ໃໝ່​ມີ​ຝາ​ກະໂປງ​ໜ້າ ແລະ ກະຈັງ​ໜ້າ​ອອກ​ແບບ​ໃໝ່
ເພື່ອ​ຮອງ​ຮັບ​ລະບົບ​ຂັບ​ເຄື່ອນ​ທີ່​ປັບປຸງ​ຂຶ້ນ. ສ່ວນ​ລະບົບ​ລະງັບ​ຖືກ​ອອກ​ແບບ​ໃຫ້​ຊ່ວຍ​ເພີ່ມ​ຄວາມ​ຄ່ອງ​ຕົວ​ໃນ​ການ​ເຄື່ອນ​ທີ່ ແລະ ຄວາມ​
ທົນ​ທານ ເມື່ອ​ປະຕິບັດ​ງານ​ໃນ​ພູມ​ປະເທດ​ທຸລະກັນດານ ຫຼື ສະພາບ​ພື້ນ​ທີ່​ ທີ່​ມີ​ອຸປະສັກ​ສູງ. ລະບົບ​ຂັບ​ເຄື່ອນ​ຂອງ HUMVEE ຮຸ່ນ​ໃໝ່
ໃຊ້​ເຄື່ອງ​ຈັກ​ທີ່​ມີ​ລະບົບ​ສີດ​ນ້ຳມັນ​ເຊື້ອ​ໄຟ​ໂດຍ​ກົງ​ແບບ​ຄອມ​ມອນ​ເຣວ Common Rail ໃຫ້​ກຳລັງ​ສູງ​ສຸດ 250 ແຮງ​ມ້າ ແລະ ແຮງ​ບິດ​
ຫຼາຍ​ກວ່າ 500 ປອນ. ເຄື່ອງ​ຈັກ​ດັ່ງກ່າວ​ເຮັດ​ວຽກ​ ຮ່ວມ​ກັບ​ເກຍ​ອັດຕະໂນມັດ 6 ຈັງຫວະ ທີ່​ມີ​ອັດຕາ​ທົດ​ເກຍ​ກວ້າງ ເຊິ່ງ​ຊ່ວຍ​ໃຫ້​ປັບ
​ການ​ສົ່ງ​ກໍາລັງ​ໃຫ້​ເໝາະ​ສົມ​ກັບ​ສະພາບ​ການ​ໃຊ້​ງານ​ໄດ້​ຫຼາຍ​ຮູບ​ແບບ. ນອກ​ນີ້ ລະບົບ​ເລືອກ​ຕຳແໜ່ງ​ເກຍ​ແບບ​ອິ​ເລັກ​ໂທຣ​ນິກ ຍັງ​ຊ່ວຍ
​ໃຫ້ການ​ປັບ​ຕັ້ງ​ລະບົບ​ສຳລັບ​ລົດ​ພວງມາໄລ​ຊ້າຍ ຫຼື ພວງມາໄລ​ຂວາ​ເຮັດ​ໄດ້​ງ່າຍ​ຂຶ້ນ. ລະບົບ​ຂັບ​ເຄື່ອນ​ໃໝ່​ນີ້​ຈະ​ຊ່ວຍ​ເພີ່ມ​ກຳລັງ​ຂອງ​ລົດ
ແລະ ປັບປຸງ​ປະສິດທິພາບ​ການ​ປະຢັດ​ນໍ້າ ມັນ​ເຊື້ອ​ໄຟ. ສຳລັບ​ການ​ປັບ ປຸງໃນໄລຍະ​ຕໍ່​ໄປ ໂຄງການຈະ ​ເນັ້ນ​ການ​ຍົກ​ລະດັບ​ຫ້ອງ​ໂດຍ
ສານ​ໃຫ້​ເໝາະ​ສົມ​ກັບ​ສີ​ລະ​ສາດ​ຂອງ​ຜູ້​ໃຊ້​ງານ​ຫຼາຍ​ຂຶ້ນ, ຕິດ​ຕັ້ງ​ລະບົບ​ຄວບ​ຄຸມ​ແບບ​ດີຈີຕອນ​ພາຍ​ໃນ​ຫ້ອງ​ໂດຍສານ ແລະ ພັດທະນາ​
ສະຖາປັດຕະຍະກຳ​ລະບົບ​ເອ​ເລັກ​ໂທຣ​ນິກ​ຂອງ​ລົດ​ໃຫ້​ທັນ​ສະໄໝ​ຂຶ້ນ.ແຜນການ​ຍັງ​ລວມ​ເຖິງ​ການ​ພັດທະນາ​ຄວາມ​ສາມາດ​ໃນ​ການ
​ຂັບ​ເຄື່ອນ​ແບບ​ອັດຕະໂນມັດຄວບ​ຄູ່​ກັບ​ທາງ​ເລືອກ​ການ​ຂັບ​ຂີ່​ໂດຍ​ພະນັກງານ​ປະຈຳ​ລົດ ຕາມ​ຂໍ້​ມູນ​ທີ່​ບໍລິສັດ​ເປີດເຜີຍ. ປະທານ ແລະ
ຜູ້​ບໍລິຫານ​ສູງ​ສຸດ (CEO) ຂອງ ບໍລິສັດ AM General ກ່າວ​ວ່າ ທາງບໍລິສັດ​ ມີ​ຄວາມ​ຄາດ​ຫວັງ​ສູງ​ຕໍ່​ງານ​ ວາງສະແດງ AUSA
ໃນ​ປີ​ນີ້ ເນື່ອງ​ຈາກ​ເປັນໂອກາດ​ສຳຄັນ​ ໃນ​ການ​ນຳ​ສະເໜີ​ຂີດ​ຄວາມ​ສາ ມາດ​ທີ່​ພັດທະນາ​ຂຶ້ນ​ຕໍ່​ກອງທັບ​ບົກ​ສະຫະລັດ ເຊິ່ງ​ເປັນ​ລູກ​ຄ້າ
​ທີ່​ຮ່ວມ​ງານ​ກັບ​ບໍລິສັດ​ມາ​ຢ່າງ​ຍາວ​ນານ ພ້ອມ​ທັງ​ສະແດງ​ໃຫ້​ເຫັນ​ວ່າ: ບໍລິສັດ​ກຳລັງ​ປັບ​ຕົວ​ໃຫ້​ທັນ​ກັບ​ການ​ປ່ຽນແປງ​ຢ່າງ​ວ່ອງໄວ​ຂອງ
​ສະໜາມຮົບ​ສະໄໝ​ໃໝ່.

     ລະບົບ​ຂັບ​ເຄື່ອນ​ໃໝ່ໄປ​ຈົນ​ເຖິງ​ຄວາມ​ສາມາດ​ໃນ​ການ​ເຮັດ​ວຽກ​ແບບ​ອັດຕະໂນມັດ​ຂັ້ນ​ສູງ ແລະ ອຳນາດ​ການ​ທຳລາຍ​ທີ່​ເພີ່ມ​ຂຶ້ນ
ລະບົບ​ຂອງ​ບໍລິສັດ​ຈະ​ເປັນ​ພື້ນຖານ​ທີ່​ແຂງ​ແກ່ນ ໃນ​ການ​ສະໜັບສະໜູນ​ກຳລັງ​ພົນ ແລະ ພາລະກິດ​ຂອງ​ພວກ​ເຂົາ. ງານ​ປະຊຸມ ແລະ
ງານວາງ ສະແດງ​ປະຈຳ​ປີ​ຂອງ​ສະມາຄົມ ​ກອງທັບ​ບົກ​ສະຫະລັດຈັດຂຶ້ນ ​ໃນ​ວັນ​ທີ 12-14 ຕຸລາ 2026 ທີ່​ຜ່ານ​ມາ ທີ່​ສູນ​ປະຊຸມ
Walter E. Washington.            

ແຫຼ່ງທີ່ມາ: ຂກທ
ວັນທີ 21/10/2026