ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງທັບ​ອິນ​ເດຍ​ ກຳລັງ​ທົດ​ລອງ​ຜະລິດ​ປືນ​ໃຫຍ່ MGS 155 ​ມມ ທີ່​ຕິດ​ຕັ້ງ​ໃສ່​ລົດ​ບັນທຸກ​

     ກອງທັບ​ອິນ​ເດຍ ກຳລັງ​ກະກຽມ​ເພື່ອ​ທົດ​ລອງ​ໃຊ້​ລະບົບ​ປືນ​ໃຫຍ່​ທີ່​ຕິດ​ຕັ້ງ​ໃສ່ລົດ​ບັນທຸກ (MGS) ທີ່​ມີ​ຂະໜາດ 155 ​ມມ/52-calibre
ທີ່​ອອກ​ແບບ​ມາ​ເພື່ອ​ນຳ​ໃຊ້​ຢ່າງ​ຄ່ອງ​ແຄ້ວ ແລະ ມີ​ປະສິດ​ຕິ​ພາບ​ສູງ​ໃນ​ສະຖານະ​ການ​ສູ້​ຮົບ​ທີ່​ທັນ​ສະໄໝ. ປືນ​ໃຫຍ່ລຸ້ນນີ້ MGS ພັດທະນາ​ໂດຍ​
ອົງການ​ຄົ້ນ​ຄ້ວາ ​​ແລະ ພັດທະນາ​ ກະຊວງ​ປ້ອງ​ກັນ​ປະເທດ ອິນເດຍ(DRDO) ທີ່​ສະ​ຖາ​ບັນ​ຄົ້ນຄວ້າ ແລະ ພັດທະນາ​ເຄື່ອງ​ຈັກ (VRDE),
Ahmednagar, ເບື້ອງ​ຕົ້ນແມ່ນ​ອີງໃສ່​ລະບົບ​ປືນ​ໃຫຍ່ Towed ຂັ້ນ​ສູງ (ATAGS) ທີ່​ໄດ້​ພັດທະນາ​ໃຫ້​ມີ​ຄວາມ​ທັນ​ສະໄໝ ກອງທັບ​ປືນ
​ໃຫຍ່​ຂອງ​ກອງທັບ.

     ການ​ເຄື່ອນ​ທີ່​ໄດ້​ຕິດ​ຕັ້ງ​ລະບົບ​ທີ່​ສາມາດ​ປ່ຽນ​ຈາກ​ການເຄື່ອນໄຫວ​ໄປ​ສູ່​ໂໝດ​ການ​ຍິງ​ພາຍ​ໃນ​ວິນາທີ ແລະ ກັບ​ຄືນ​ສູ່​ໂໝດ​ເຄື່ອນ​ທີ່​ພາຍ​ໃນ
85 ວິນາທີ, ເຊິ່ງ​ຈະ​ຊ່ວຍ​ໃຫ້ການ​ຍິງ​ໄວ ແລະ ການ​ປ່ຽນ​ຕຳແໜ່ງ​ເພື່ອ​ຫຼີກ​ລ້ຽງ​ການ​ຕ້ານ​ການ​ຍິງ​ຂອງ​ສັດຕູ. ຄວາມ​ອາດ​ສາມາດ​ທີ່​ຍິງ​ໄດ້ 6 ຮອບ​
ຕໍ່​ນາທີ ແລະ ຍິງເປົ້າ​ໝາຍ​ໄດ້​ໄກ​ກວ່າ 45 ກິໂລແມັດ ດ້ວຍ​ຄວາມ​ແມ້ນ​ຢຳ​ທີ່​ສຸດ ແລະ ສາມາດ​ດັບ​ສູນ​ເປົ້າ​ໝາຍ​ສູງ. ປືນ​ໃຫຍ່ MGS ແມ່ນ​ສາ
ມາດ​ຕິດ​ຕັ້ງ​ໃສ່​ເທິງ​ລົດ​ລາກ​ແກ່​ຂະໜາດ​ກາງ 8x8, ຫ້ອງ​ຂັບ​ຈະ​ເປັນ​ລະບົບ​ຫຸ້ມ​ເກາະ​ປ້ອງ​ກັນ​ລະເບີດ, ລະບົບ​ໄຟຟ້າ​ແບບ​ປະສົມ​ປະສານ ແລະ
ການ​ຄວບ​ຄຸມ​ເອ​ເລັກ​ໂຕຣ​ນິກ, ເຮັດ​ໃຫ້​ມັນ​ເໝາະ​ສົມ​ສຳລັບ​ຫຼາຍ​ພູມ​ສັນຖານ, ລວມ​ທັງ​ທະເລຊາຍ ແລະ ມີ​ຄວາມ​ທົນ​ທານ​ຕໍ່​ອຸນຫະພູມ​ທີ່​ມີ​
ຄວາມ​ຊຸ່ມ​ສູງ.

ແຫຼ່ງທີ່ມາ: ຂກທ
ວັນທີ 22/07/2025