ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໂກ​ລົມ​ບີ​ຈະ​ຊື້​ຍົນ​ບິນ Gripen E ຈຳນວນ 17 ລຳ ເພື່ອ​ມາ​ທົດ​ແທນ​ກອງ​ບິນ Kfir


ຍົນບິນ Gripen E

     ໂກ​ລົມ​ບີ​ໄດ້​ເຊັນ​ສັນຍາ​ຂໍ້​ຕົກລົງ​ມູນ​ຄ່າ 4,3 ຕື້​ໂດ​ລາ​ສະຫະລັດ ເພື່ອ​ຈັດ​ຊື້​ຍົນ​ບິນ​ສູ້​ຮົບ Saab Gripen E ຂອງ​ຊູ​ແອັດ ຈຳ
ນວນ 17 ລຳ, ພ້ອມ​ທັງທາງ​ບໍລິສັດ Saab ຈະ​ລົງ​ທຶນ​ທາງ​ດ້ານ​ວຽກ​ງານ​ປ້ອງ​ກັນ​ປະເທດ​ເປັນຕົ້ນ​ແມ່ນໂຮງງານ​ຜະລິດ​ແຝງ​ໂຊ​ລາ​ເຊວ
ໃນ​ແຂວງ​ກໍ​ໂດ​ບາ, ຈຸດ​ເຊື່ອມ​ຕໍ​ນໍ້າ​ປະປາ​ໃນ​ເມືອງ ​ລາ ​ກົວ​ຮິ​ຣາ ແລະ ອຸປະກອນ​ການ​ແພດ​ຂັ້ນ​ສູງ​ສຳລັບ​ໂຮງໝໍ San Juan de Dios
ໃນ​ເມືອງ​ໂບ​ໂກ​ຕາ.

     ການ​ຈັດ​ຊື້​ຍົນ​ບິນ​ສູ້​ຮົບ Gripen E ໃໝ່​ນີ້​ ເພື່ອ​ມາ​ທົດ​ແທນ​ຍົນ​ບິນ​ສູ້​ຮົບ​ລຸ້ນ IAI Kfir ຈຳນວນ 12 ລຳ ຂອງ​ໂກ​ລົມບີ ທີ່​ປະ
ຈຳການ​ມາ​ແລ້ວ 44 ປີ ແລະ​ ໃຊ້​ປະ​ຈໍ​ການ​ໃນ​ກອງທັບ​ອາກາດ 32 ປີ, ຫຼັງ​ຈາກ​ຈັດ​ຊື້​ ມາ​ຈາກ​ປະເທດ​ອິດ​ສະ​​ຣາ​ແອນ, ໂດຍ​ໂກ​ລົມ​ບີ​
ໄດ້ປະກາດ​ຊື້ JAS-39E Gripen ໃນ​ຕົ້ນ​ເດືອນ​ພະຈິກ 2025 ນີ້, ຕ່ໍ​ຈາກ​ຊູ​ແອັດ, ບຣ​າຊິນ ແລະ ໄທ ເປັນຕົ້ນ.

ແຫຼ່ງທີ່ມາ: ຂກທ
ວັນທີ 25/11/2025