
ສປປ ເກົາຫຼີ ປະສົບຜົນສຳເລັດການທົດລອງຍິງລູກສອນໄຟນຳວິຖີປ້ອງກັນທາງອາກາດແບບໃໝ່

ລູກສອນໄຟນຳວິຖີປ້ອງກັນທາງອາກາດ
ວັນທີ 23 ສິງຫາ 2025 ສປປ ເກົາຫຼີ ໄດ້ດຳ ເນີນການທົດລອງລູກສອນໄຟປ້ອງກັນອາກາດ ເພື່ອກວດສອບສະມັດຕະພາບ ໃນການ
ຕໍ່ສູ້ຂອງລູກສອນໄຟນຳວິຖີປ້ອງກັນທາງອາກາດແບບໃໝ່ 2 ປະເພດທີ່ໄດ້ຮັບການປັບປຸງໃຫ້ດີຂຶ້ນ ແລະ ປະສົບຜົນສຳເລັດການຍິງໃສ່ເປົ້າ
ໝາຍຕ່າງໆ.
ທ່ານ ກິມເຈິງອຸນ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກແຮງງານ, ປະທານຄະນະກຳມະການແຫ່ງລັດ ສປປ ເກົາຫຼີ ໄດ້ສັງ
ເກດການທົດລອງຄັ້ງນີ້. ອີງຕາມການປະເມີນຜົນການທົດລອງ, ລະບົບອາວຸດລູກສອນໄຟນຳວິຖີປ້ອງກັນທາງອາກາດແບບໃໝ່ ມີການຕອບ
ໂຕ້ຢ່າງວ່ອງໄວຕໍ່ເປົ້າໝາຍທາງອາກາດປະເພດຕ່າງໆ ເປັນຕົ້ນ: ເຮືອບິນສູ້ຮົບແບບບໍ່ມີຄົນຂັບ ແລະ ລູກສອນໄຟນຳວິຖີ. ຫົວລູກສອນໄຟສອງ
ປະເພດທີ່ໄດ້ຮັບການປັບປຸງນີ້ ມີຈຸດດີເດັ່ນໃນການດັບສູນເປົ້າໝາຍທາງອາກາດປະເພດຕ່າງໆ.
ແຫຼ່ງທີ່ມາ: ຂກທ
ວັນທີ 26/08/2025