ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈີນ​ ທົດ​ລອງ​ລົດ​ຕັງ VU-T10 UGV ແບບ​ບໍ່ມີ​ຄົນ​ຂັບ


ລົດ​ຕັງ VU-T10 UGV

     ຕາມ​ແຫຼ່ງ​ຂ່າວ ເວັບ​ໄຊ ໂກ​ໂບ​ທາມ ໄດ້​ເປີດເຜີຍ​ວ່າ: ຫວ່າງ​ມໍ່ໆມານີ້, ບໍລິສັດ ໂນ​ຣິງ​ໂກ(Norinco) ອຸດສາຫະກຳ ພາກ​ເໜືອ​ຂອງ​ຈີນ ໄດ້​
ທົດ​ລອງ​ລົດ​ຕັງ ແບບ​ບໍ່​ມີ​ຄົນ​ຂັບ ລຸ້ນ​ໃໝ່ VU-T10 (UGV), ນີ້​ຖື​ເປັນ​ບາດກ້າວ​ສຳຄັນ​ໃນ​ການ​ເຊື່ອມ​ໂຍງ​ຫຸ່ນ​ຍົນ​ເຂົ້າ​ໃນ​ການ​ຊ້ອມ​ຮົບ​ທາງບົກ,
ເຊິ່ງ​ລົດ​ດັ່ງກ່າວ ໄດ້​ຖືກ​ເປີດເຜີຍ​ຄັ້ງ​ທຳ​ອິດ​ໃນ​ງານ​ວາງສະແດງ ຈູ​ໄຫ່ (Zhuhai) ປີ 2024 ແລະ ໄດ້​ຮັບ​ຄວາມ​ສົນໃຈ​ຕື່ມ​ອີກ ຫຼັງ​ຈາກ​ວິ​ດີ​ໂອ ​ທີ່​
ໄດ້​ເປີດເຜີຍ​ຢ່າງ​ເປັນ​ທາງ​ການ​ຈາກ​ສື່​ມວນ​ຊົນ.

     ບໍລິສັດ ໂນ​ຣິງ​ໂກ ໄດ້​ອອກ​ມາ​ເປີດເຜີຍ ໃນ​ວັນ​ທີ 20 ກໍລະກົດ 2025 ວ່າ: ສະມັດ​ຕະ​ພາບ​ຄວາມ​ທັນ​ສະ ໄໝ​ໃນ​ການ​ພັດທະນາ ຮຸ່ນ​ຍົນ​
ແບບ​ບໍ່​ມີ​ຄົນ​ຂັບ ແມ່ນ​ຂັບ​ເຄື່ອນ​ດ້ວຍ​ລະບົບ​ພະລັງງານ​ໄຟຟ້າ ແລະ ມີ​ຄວາມ​ໄວ​ໃນ​ການ​ເຄື່ອນ​ທີ່​ສູງ​ສຸດ 60 ກິໂລແມັດ​ຕໍ່​ຊົ່ວໂມງ, ຊ່ວຍ​ໃຫ້​ລະ
ບົບ​ປະຕິບັດ​ການ​ຢ່າງ​ມີ​ປະສິດທິພາບ ແລະ ທົນ​ທານ​ຕໍ່​ສະພາບ​ແວດ​ລ້ອມ​ທີ່​ມີ​ຄວາມ​ກົດ​ດັນ​ສູງ, ທົນ​ຕໍ່່​ອຸນຫະພູມ​ທີ່​ມີ​ຄວາມ​ຮ້ອນ ແລະ ຄວາມ​
ເຢັນ. ນອກຈາກ​ນັ້ນ, ທາງ​ບໍລິສັດ ຍັງ​ກຳລັງ​ພັດທະນາ ລົດ​ຫຸ້ມ​ເກາະ 8x8, ທີ່​ໃສ່​ຊື່ວ່າ "Mule," ເຊິ່ງ​ອອກ​ແບບ​ມາ​ເພື່ອ​ຂົນສົ່ງ​ອາວຸດ​ຍຸດ​ໂທ​ປະ
ກອນໄປ​ສູ່​ສະໜາມຮົບ, ຕາມການສູ້​ຮົບ​ທີ່​ທັນ​ສະໄໝ​ໃນ​ຍຸກ​ປັດຈຸບັນ.

ແຫຼ່ງທີ່ມາ: ຂກທ
ວັນທີ 29/07/2025