ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ການ​ພັດທະນາ​ລະບົບ​ຣາ​ດາ​ AESA ທີ່​ໃຊ້​ກັບ ຍົນ Chengdu J-10C

     ບົດ​ຄວາມ​ທີ່​ເຜີຍແຜ່​ໂດຍ ເບັນ​ດີ ນັກ​ພັດທະນາ​ລະບົບ ຣາ​ດາ ໄດ້​ຊີ້​ແຈງ​ຂໍ້​ມູນ​ກ່ຽວ​ກັບ​ຍົນ​ສູ້​ຮົບ Chengdu J-10C ຂອງ​ຈີນ ໂດຍ
ກ່າວວ່າ ຍົນ Chengdu J-10C ໃຊ້​ຣາ​ດາ AESA ຮຸ່ນ KLJ-7A ນັ້ນ ບໍ່​ຖືກຕ້ອງ. ອີງ​ຕາມ​ການ​ວິເຄາະ​ໃຫ້​ຮູ້​ວ່າ, J-10C ໃຊ້​ຣາ​ດາ
AESA ອີກ​ຮຸ່ນ​ໜຶ່ງ ທີ່​ຮູ້ຈັກ​ໃນ​ຊື່ KLJ-10 ຫຼື KLJ-17 ຂະນະ​ທີ່​ ຍົນJF-17 Thunder Block 3 ໃຊ້​ຣາ​ດາ KLJ-7A AESA.

     ເຖິງ​ແມ່ນ​ວ່າ​ທັງ​ສອງ​ລະບົບ​ຈະ​ໃຊ້​ຊຸດ​ຮັບ-ສົ່ງ​ສັນຍານ (Transmit/Receive Modules: TR Modules) ທີ່​ຜະລິດ​ດ້ວຍ​ເຕັກ​
ໂນ​ໂລ​ຊີ Gallium Nitride (GaN) ຄື​ກັນ ແຕ່​ຣາ​ດາ​ຂອງ J-10C ມີ​ຂະ ໜາດ, ພະລັງງານ ແລະ ສະມັດຖະພາບ​ສູງ​ກວ່າ​ຢ່າງ​ຊັດ​ເຈນ.
ທ່ານ​ຍັງ​ອະທິບາຍ​ອີ​ກວ່າ: ການ​ທີ່​ລາວ​ເຄີຍ​ກ່າວ​ໃນ​ລາຍການ​ໂທລະພາບ​ຂອງ​ລັດ​ຈີນ​ວ່າ J-10C ແລະ JF-17 Block 3 ໃຊ້​ຣາ​ດາ​ຮຸ່ນ​ດຽວ​
ກັນ​ນັ້ນ ເປັນ​ໄປ​ຕາມ​ຂໍ້​ກຳນົດ​ການ​ເຜີຍແຜ່​ຂໍ້​ມູນ​ຂອງ​ທາງ​ການ​ຈີນ ທີ່​ມີ​ຄວາມ​ເຂັ້ມ​ງວດ ຈຶ່ງ​ບໍ່​ສາມາດ​ເຜີຍແຜ່​ຂໍ້​ມູນ​ທາງ​ເຕັກນິກ​ທີ່ແທ້​ຈິງ​ໄດ້​
ທັງ​ໝົດ. ບົດ​ຄວາມ​ຍັງ​ອ້າງ​ວ່າ ຣາ​ດາ​ຂອງ J-10C ສາມາດ​ລັອກ​ເປົ້າ​ໝາຍ ຍົນ Rafale ໄດ້​ໃນ​ໄລຍະ​ຫ່າງ​ປະມານ 200 ກິໂລແມັດ ໃນ​
ໂໝດ LPI (Low Probability of Intercept) ຫຼື ໂໝດ​ຫຼຸດ​ໂອກາດ​ຖືກ​ກວດ​ຈັບ ໂດຍ​ໃຊ້​ການ​ປັບ​ຮູບ​ແບບ​ສັນຍານ​ເພື່ອ​ຫຼຸດ​ການ​ຖືກ
ກວດ​ພົບ​ຈາກ​ຝ່າຍ​ກົງ​ຂ້າມ. ຜູ້​ຂຽນ​ຄາດ​ຄະເນ​ວ່າ ຫາກ​ເຮັດ​ວຽກ​ໃນ​ໂໝດ​ປົກກະຕິ ຣາ​ດາ​ດັ່ງກ່າວ​ອາດ​ຈະ​ມີ​ໄລຍະ​ກວດ​ຈັບ​ໄດ້​ປະມານ
250-300 ກິໂລແມັດ. ນອກຈາກ​ນັ້ນ ການ​ນຳ​ໃຊ້ TR Modules ທີ່​ຜະລິດ​ຈາກ GaN ເຮັດ​ໃຫ້​ຣາ​ດາ​ຂອງ J-10C ມີ​ປະສິດທິພາບ​
ໄວ​ກວ່​​າ​ຣາ​ດາ AESA ທີ່​ໃຊ້​ເຕັກ​ໂນ​ໂລ​ຊີ Gallium Arsenide (GaAs) ຂອງ Rafale ໃນ​ຫຼາຍ​ດ້ານ. ພ້ອມ​ກັນ​ນີ້ ຍັງ​ອ້າງ​ວ່າ ເຄື່ອງ​
ຈັກ​ຂອງ J-10C ສາມາດ​ຜະລິດ​ແຮງ​ດັນ​ສູງ​ສຸດ​ຫຼາຍ​ກວ່າ 140 ກິ​ໂລ​ນິວ​ຕັນ ເຊິ່ງ​ພຽງພໍ​ສຳລັບ​ການ​ສະໜອງ​ພະລັງງານ​ໃຫ້​ແກ່​ລະບົບ​ຣາ​ດາ
ແລະ ລະບົບ​ສົງຄາມ​ເອ​ເລັກ​ໂຕຣ​ນິກ Electronic Warfare: EW. ຢ່າງໃດ​ກໍ​ຕາມ ຂໍ້​ມູນ​ທັງ​ໝົດ​ຂ້າງ​ເທິງ​ເປັນ​ການ​ວິເຄາະ ແລະ ການ
​ອ້າງ​ຂອງ​ຜູ້​ຂຽນ​ບົດ​ຄວາມ ຍັງ​ບໍ່​ມີ​ການ​ຢືນຢັນ​ຢ່າງ​ເປັນ​ທາງ​ການ​ຈາກ​ກອງທັບ​ອາກາດ​ຈີນ ຫຼື ຜູ້​ຜະລິດ​ອາວຸດ​ດັ່ງກ່າວ.

     ສະນັ້ນ ຂໍ້​ອ້າງ​ເລື່ອງ​ໄລຍະ​ການ​ກວດ​ຈັບ​ເປົ້າ​ໝາຍ, ປະສິດທິພາບ​ຂອງ​ຣາ​ດາ ແລະ ການ​ປຽບທຽບ​ກັບ ຍົນ Rafale ຄວນ​ພິຈາລະນາ
​ດ້ວຍ​ຄວາມ​ລະມັດລະວັງ ເນື່ອງ​ຈາກ​ຂໍ້​ມູນ​ທາງ​ທະຫານ​ສ່ວນ​ໃຫຍ່​ອາດ​ຍັງ​ເປັນຄວາມ​ລັບ ແລະ ຫາກ​ຂໍ້​ມູນ​ເຫຼົ່າ​ນີ້​ເປັນຄວາມ​ຈິງ ກໍ​ອາດ​ຈະ​
ສະທ້ອນ​ໃຫ້​ເຫັນ​ວ່າ ສະມັດຖະພາບ​ຂອງ J-10C ຖືກ​ປະ​ເມີນ​ຕ່ຳ​ກວ່າ​ຄວາມ​ເປັນ​ຈິງ ເມື່ອ​ປຽບທຽບ​ກັບ​ຍົນ​ຂັບ​ໄລ່​ຂອງ​ປະເທດ​ຕາເວັນຕົກ
ແລະ ຍົກ​ເຫດການ​ການ​ປະຕິບັດ​ງານ​ຂອງ​ກອງທັບ​ອາກາດ​ປາ​ກິ​ສະ ຖານ (PAF) ໃນ​ເດືອນ​ພຶດສະພາ 2025 ເປັນ​ຕົວຢ່າງ​ປະກອບ ແມ່ນ
​ແຕ່​ຂໍ້​ອ້າງ​ດັ່ງກ່າວ​ຍັງ​ຕ້ອງ​ລໍຖ້າ​ຫຼັກ​ຖານ ແລະ ການ​ຢືນຢັນ​ຈາກ​ແຫຼ່ງ​ຂໍ້​ມູນ​ທີ່​ເຊື່ອ​ຖື​ໄດ້.

ແຫຼ່ງທີ່ມາ: ຂກທ
ວັນທີ 30/07/2026