
ຣັດເຊຍ ສືບຕໍ່ຜະລິດ ແລະ ປັບປຸງ ຍົນສູ້ຮົບ ໃນຍຸກທີຫ້າ Su-57

ຍົນສູ້ຮົບ Su-57E
ຕາມລາຍງານຂອງສື່ດ້ານການທະຫານ ເຈນ ໃນປີ 2026, ອານເຊຣີ ໄດ້ເລືອກ ຍົນສູ້ຮົບ Su-57E ເປັນຍົນສູ້ຮົບຮຸ່ນໃໝ່ສຳ
ລັບກອງທັບອາກາດ ໂດຍມີລາຍງານກ່ອນໜ້ານີ້ວ່າ ບໍລິສັດ United Aircraft Corporation (UAC) ຂອງ ລັດເຊຍ ໄດ້ສົ່ງ-
ມອບ Su-57E ຈຳນວນ 2 ລຳໃຫ້ແກ່ລູກຄ້າຕ່າງປະເທດທີ່ບໍ່ເປີດເຜີຍຊື່ໃນເດືອນພະຈິກ 2025. ຂໍ້ມູນດັ່ງກ່າວສອດຄ່ອງກັບ
ລາຍງານຂອງສື່ ອານຊີຣີ ທີ່ລະບຸວ່າ ປະເທດນີ້ເປັນລູກຄ້າຕ່າງປະເທດລາຍທຳອິດຂອງ Su-57E. ແນວໃດກໍຕາມ ຈຳນວນຍົນ
ສູ້ຮົບທີ່ສົ່ງມອບໃຫ້ ອານເຊຣີ ແລ້ວຢ່າງເປັນທາງການນັ້ນ ຍັງຄວນອ້າງອີງຕາມການຢືນຢັນຈາກແຫຼ່ງຂ່າວທີ່ກ່ຽວຂ້ອງ. Su-57E
ເປັນຍົນສູ້ຮົບທີ່ປະຕິບັດໜ້າທີ່ໄດ້ຫຼາຍບົດບາດທີ່ອອກແບບມາໃຫ້ມີຄວາມສາມາດຫຼຸດການກວດຈັບຈາກເຣດາ ພ້ອມທັງມີຄວາມ
ຄ່ອງຕົວສູງ ແລະ ສາມາດໃຊ້ອາວຸດຫຼາຍປະເພດ ເພື່ອປະຕິບັດພາລະກິດຕໍ່ສູ້ທາງອາກາດ ໂຈມຕີເປົ້າ ໝາຍພາກພື້ນດິນ ແລະ ເປົ້າ
ໝາຍທາງທະເລ. ຄຸນລັກສະນະເຫຼົ່ານີ້ອາດຊ່ວຍເພີ່ມທາງເລືອກໃຫ້ແກ່ກອງທັບອາກາດ, ໃນການຮັບມືກັບໄພຄຸກຄາມທາງອາກາດ
ທີ່ມີຄວາມສັບຊ້ອນຫຼາຍຂຶ້ນ. ຂະນະດຽວກັນ ວັນທີ 24 ກັນຍາ 2026 ທີ່ຜ່ານມາ ບໍລິສັດ ໂຣດເຕັກ ລະບຸວ່າ UAC ໄດ້ສົ່ງມອບ
Su-57 ລຸ້ນປັບປຸງຊຸດໃໝ່ໃຫ້ແກ່ກອງກຳລັງທາງອາກາດ ຣັດເຊຍ ຫຼັງຈາກຜ່ານການທົດລອງຈາກໂຮງງານ ແລະ ການບິນທົດລອງ
ໂດຍນັກບິນຂອງ ຣັດເຊຍ. ການສົ່ງມອບຄັ້ງນີ້ສະແດງວ່າ ການຜະລິດ ແລະ ການປັບປຸງຍົນສູ້ຮົບ Su-57 ຍັງດຳເນີນຕໍ່ໄປ ໂດຍລັດ
ເຊຍມຸ່ງເນັ້ນການພັດທະນາລະບົບ ແລະ ຂີດຄວາມສາມາດຂອງຍົນສູ້ຮົບຕາມບົດຮຽນຈາກການນຳໃຊ້ງານຈິງ. ໃນດ້ານຍຸດທະສາດ
ຖ້າ ອານຊີຣີ ສາມາດຮັບມອບ Su-57E ແລະ ນຳເຂົ້າປະຈຳການໄດ້ຕາມແຜນ ກໍອາດເປັນການເພີ່ມຂີດຄວາມສາມາດທາງອາກາດ
ທີ່ສໍາຄັນຂອງປະເທດ ແລະ ເພີ່ມບົດບາດໃນພາກພື້ນ ອາຟຣິກາເໜືອ. ແຕ່ການປະເມີນວ່າຍົນສູ້ຮົບລຸ້ນນີ້ຈະປ່ຽນດຸນອຳນາດທາງທະ
ຫານໃນພາກພື້ນໄດ້ຫຼາຍພຽງໃດ ຍັງຕ້ອງພິຈາລະນາຈຳນວນຍົນສູ້ຮົບທີ່ມີຈິງ, ການຝຶກຝົນນັກບິນ, ລະບົບເຣດາ, ອາວຸດປະກອບ
ແລະ ຄວາມສາມາດໃນການບຳລຸງຮັກສາໂດຍລວມ.
ແຫຼ່ງທີ່ມາ: ຂກທ
ວັນທີ 02/11/2026