ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລະບົບ​ຍິງ​ລູກ​ສອນ​ໄຟ KN-25 ຊຸດ​ໃໝ່​ຂອງ ​ສປປ ເກົາຫຼີ
ທີ່​ສາມາດ​
ບັນທຸກ​ຫົວ​ລະເບີດ​ນິວ​ເຄລຍ​ໄດ້

     Newsweek ລາຍງານ​ວ່າ: KN-25 ເປັນ​ລະບົບ​ຍິງ​ລູກ​ສອນ​ໄຟ​ຫຼາຍ​ລໍາກ້ອງ​ຂະໜາດ 600 ​ມມ, ເຊິ່ງ​ຖື​ວ່າ​ເປັນ “ ປືນ​ໃຫຍ່​ຍິງ
​ລູກ​ສອນ​ໄຟ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ,” ມີ​ລະດັບ​ຍິງ​ສູງ​ກວ່າ​ລະບົບ HIMARS ຂອງ​ສະຫະລັດ, ມັນ​ສາມາດ​ຕິດ​ຕັ້ງ​ຫົວ​ລະເບີດ​ນິວ​ເຄລຍ​
ທາງ​ຍຸດທະວິທີ​ໄດ້ ໂດຍ​ໃຊ້​ເສັ້ນທາງນໍາວິຖີ​ທີ່​ມີ​ທໍ່​ຍິງ​ຫຼາຍ​ທໍ່​ເພື່ອ​ເຈາະ​ເຂົ້າ​ໄປ​ສູນ​ບັນຊາ​ການ, ສະໜາມ​ບິນ ແລະ ພື້ນຖານ​ໂຄງ​ລ່າງ​ທາງ
​ທະຫານ​ຂອງ​ຝ່າຍ​ກົງກັນຂ້າມໄດ້ດີກ​ວ່າການ​ສະກັດ​ກັ້ນ ຫຼື ການ​ຍິງ​ປືນ​ໃຫຍ່​ແບບ​ເກົ່າ, KCNA ລະບຸ​ວ່າ: ​ລະບົບ​ຍິງ​ແຕ່​ລະ​ລະບົບ​ມີ​ທໍ່​
ຍິງ​ຫ້າ​ທໍ່, ເຊິ່ງ​ເປັນ​ການ​​​ປັບປຸງ​, k ຈາກ​ລຸ້ນ​ກ່ອນ​ໜ້າ​ນີ້​ທີ່​ມີ​ສີ່​ທໍ່, ເຊິ່ງ KN 25 ແມ່ນ​ລະບົບ​ຍິງ​ຈະ​ຫຼວດ​ທີ່​ມີ​ຄວາມ​ແມ່ນ​ຍຳ​ສູງ ທີ່​ໄດ້​ຮັບ
​ການ​ຍົກ​ລະດັບ​ເພື່ອ​ຮອງ​ຮັບ " ປັນຍາ​ປະດິດ (AI) ແລະ ການ​ຊີ້​ນຳ​ແບບ​ປະສົມ," ເຊິ່ງ​ສົ່ງ​ຜົນ​ໃຫ້​ມີ​ຄວາມ​ແມ່ນ​ຍຳ ແລະ ຄວາມ​ສາມາດ
​ໃນ​ການ​ເຈາະ​ທຽບ​ເທົ່າ​ກັບ​ລູກ​ສອນ​ໄຟ​ໄລຍະ​ສັ້ນ.

     ໃນ​ດ້ານ​ຍຸດ​ທະ​ສາດ, ນັກ​ວິເຄາະ​ຊີ້​ໃຫ້​ເຫັນ​ວ່າ KN 25 ຂະໜາດ 60 ​ມມ ແມ່ນ​ມີ​ສຳຄັນ​ຕໍ​ກັບ​ການ​ພັດທະນາ​ອາວຸດ ຂອງ ສປປ
ເກົາຫຼີ, ເຊິ່ງ​ລະບົບ KN 25 ແມ່ນທໍາລາຍເປົ້າໝາຍພື້ນຖານ​ໂຄງ​ລ່າງ​ທາງ​ທະຫານ ແລະ ລະບົບ​ບັນຊາ​ການ​ຂອງ​ສັດຕູ​ຈະ​ລົ້ມ​ລະລາຍ​ທັນ
ທີ ແລະ ບໍ່​ມີ​ກຳລັງ​ໃດ​ສາມາດ​​ປ້ອງ​ໄດ້, ເຊິ່ງ​ລະບົບ​ນີ້​ໃນ​ບົດບາດ​ຍຸດ​ທະ​ສາດໂດຍລູກ​ສອນ​ໄຟ KN-25 ຊຸດ​ໃໝ່​ສະທ້ອນ​ໃຫ້​ເຫັນ​ເຖິງ​ການ
​ຍົກ​ລະດັບ​ພະລັງ​ນິວ​ເຄລຍ ເພື່ອ​ເພີ່ມ​ຂີດ​ຄວາມ​ສາມາດ​ໃນ​ການ​ປົກ​ປ້ອງ​ອະທິປະ​ໄຕ ແລະ ຜືນ​ແຜ່ນ​ດີນ​ອັນ​ຄົບ​ຖ້ວນ​ຂອງ ​ສປປ ເກົາຫຼີ.

ແຫຼ່ງທີ່ມາ: ຂກທ
ວັນທີ 03/03/2026