
ສະຫະລັດ ມີແຜນຂາຍລູກສອນໄຟ Patriot ຈຳນວນ 730 ລູກ ໃຫ້ກັບ ອາຣັບບີ ຊາອຸດິ

ລູກສອນໄຟ Patriot
ກະຊວງການຕ່າງປະເທດສະຫະລັດ ໄດ້ອະນຸມັດຂາຍລູກສອນໄຟຕ້ານໄພທາງອາກາດ Patriot PAC-3 MSE ໃຫ້ກັບ ອາ
ຣັບບີ ຊາອຸດິ ຈຳນວນ 730 ລູກ ຖືວ່າເປັນການສັ່ງຊື້ລາຍການທີ່ໃຫຍ່ທີ່ສຸດໃນຮອບປີ ໃນຕົ້ນປີ 2026 ນີ້ໂດຍມີມູນຄ່າລວມປະມານ
9 ຕື້ໂດລາສະຫະລັດ.
ການເຊັນສັນຍາ ນີ້ນັບເປັນໜຶ່ງໃນແພັກເກດການຈັດຊື້ລູກສອນໄຟ PAC-3 MSE ທີ່ມີຂະໜາດໃຫຍ່ທີ່ສຸດ ທີ່ມີການປະກາດ
ຕໍ່ສາທາລະນະ. ເຖິງຢ່າງໃດກໍຕາມ ການອະນຸມັດດັ່ງກ່າວ ຍັງບໍ່ແມ່ນສັນຍາຊື້-ຂາຍທີ່ສຳເລັດສົມບູນແບບ ແຕ່ເປັນການອະນຸມັດກອບ
ການຂາຍທີ່ອາດຈະມີການດຳເນີນການໃນຂັ້ນຕໍ່ໄປ. ນອກຈາກນັ້ນ ມູນຄ່າ 9 ຕື້ໂດລາ ຍັງບໍ່ທັນລວມເຖິງງົບປະມານການປັບປຸງແທ່ນ
ຍິງ ຫຼື ອາໄຫຼ່, ພ້ອມການຝຶກແອບ ທາງດ້ານຊອບແວ ໃຫ້ກັບວິຊາການ ທີ່ບໍ່ແມ່ນຄ່າຂອງລູກສອນໄຟພຽງຢ່າງດຽວ. ຂະນະດຽວກັນ,
ຄວາມຕ້ອງການຈັດຊື້ຈາກປະເທດພັນທະມິດ ກຳລັງກາຍເປັນປັດໄຈສຳຄັນທີ່ຜັກດັນສາຍການຜະລິດ. ຫຼ້າສຸດ ກອງທັບບົກສະຫະລັດ
ໄດ້ມອບສັນຍາມູນຄ່າ 4,761 ຕື້ໂດລາ ໃຫ້ບໍລິສັດ Lockheed Martin ເປັນຜູ້ຜະລິດລູກສອນໄຟ PAC-3 MSE ໂດຍປະມານ
4,496 ຕື້ໂດລາ ຫຼື 94,4% ຂອງງົບປະມານ ມາຈາກໂຄງການຂາຍອາວຸດໃຫ້ຕ່າງປະເທດ (Foreign Military Sales: FMS)
ຂະນະທີ່ງົບຈັດຊື້ໂດຍກົງຂອງກອງທັບບົກສະຫະລັດ ມີພຽງປະມານ 265 ລ້ານໂດລາ.
ນອກຈາກ ອາຣັບບີ ຊາອຸດິ ແລ້ວ ດານມາກ ກໍໄດ້ຮັບການອະນຸມັດແພັກເກດຈັດຊື້ລະບົບ Patriot ໃນເດືອນ ສິງຫາ 2025 ປະ
ກອບມີລູກສອນໄຟ PAC-3 MSE ຈຳນວນ 20 ລູກ ແລະ ລູກສອນໄຟ GEM-T ອີກ 36 ລູກ. ຄວາມຕ້ອງການຈາກຫຼາຍປະເທດ
ໄດ້ຜັກດັນໃຫ້ສະຫະລັດ ແລະ ບໍລິສັດ Lockheed Martin ວາງແຜນເພີ່ມກຳລັງການຜະລິດລູກສອນໄຟ PAC-3 MSE ຈາກປະ
ມານ 600 ລູກຕໍ່ປີ ເປັນ 2.000 ລູກຕໍ່ປີ ພາຍໃນໄລຍະ 7 ປີ ສະແດງໃຫ້ເຫັນວ່າ ສົງຄາມໃນຍຸກໃໝ່ບໍ່ໄດ້ແຂ່ງຂັນກັນພຽງດ້ານເຕັກ
ໂນໂລຊີເທົ່ານັ້ນ ແຕ່ຍັງແຂ່ງຂັນກັນດ້ານຄວາມສາມາດໃນການຜະລິດ ແລະ ທົດແທນອາວຸດໄດ້ຢ່າງວ່ອງໄວ.
ແຫຼ່ງທີ່ມາ: ຂກທ
ວັນທີ 04/08/2026