ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ດານ​ມາກ ຈັດ​ຊື້​ລະບົບ​ປ້ອງ​ກັນ​ອາກາດ ໄອຣິສ-ທີ

     ເວັບ​ໄຊ​ຂ່າວ​ການ​ທະຫານ​ອຸດສາຫະກຳ​ປ້ອງ​ຊາດ​ເອີ​ຮົບ ລາຍ​ງານ​ໃຫ້​ຮູ້​ວ່າ: ກະຊວງ​ປ້ອງ​ກັນ​ປະເທດ​​ດານ​ມາກ​ ໄດ້​ເລືອກ​ລະບົບ​ປ້ອງ​ກັນ
​ໄພ​ທາງອາກາດ​ພາກ​ພື້ນ​ດິນ ໄອຣິສ-ທີ (IRIS-T SLM) ຈາກ​ບໍລິສັດ Diehl Defense ຂອງ ​ເຢຍ​ລະ​ມັນ ​ສຳລັບ​ຄວາມ​ຕ້ອງການ​ດ້ານ
​ການ​ປ້ອງ​ກັນ​ໄພ​ທາງ​ອາກາດ ແລະ ຂີ​ປະ​ນາວຸດພາກ​ພື້ນ​ດິນ (SBAMD) ສັນຍາ​ດັ່ງກ່າວ, ​ໄດ້​ລົງ​ນາມ​ຢ່າງ​ເປັນ​ທາງ​ການ​ໃນ​ທ້າຍ​ອາທິດ ຜ່ານ​
ມາ​ນີ້.

     ການ​ຈັດ​ຊື້​ຄັ້ງ​ນີ້, ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ອົງການ​ຈັດ​ຊື້​ ແລະ ​ການ​ຈັດ​ສົ່ງ​ຂອງ​ ກະຊວງ​ປ້ອງ​ກັນ​ປະເທດ​ດານ​ມາກ (DALO) ເຊິ່ງ​
ໄດ້​ອະນຸຍາດ​ໃຫ້​ສຳນັກງານ​ການ​ສະໜັບສະໜູນ​ດ້ານ​ບໍລິການ​ຂອງ​ກອງທັບ​ເຢຍ​ລະ​ມັນ (BAAINBw) ດຳເນີນ​ຕາມ​ຂະ​ບວນ​ການ. ເຊິ່ງ​ລະບົບ​
ນີ້, ມີ​ຈຸດປະສົງ​ເພື່ອ​ຫຼຸດ​ຊ່ອງ​ຫວ່າງ​ດ້ານ​ຂີດ​ຄວາມ​ສາມາດ​ທີ່​ສຳຄັນ​ໂດຍ​ການ​ປົກ​ປ້ອງ​ພົນ​ລະ​ເຮືອນ, ກອງ​ກຳລັງ​ທະຫານ ແລະ​ ໂຄງ​ສ້າງ​ພື້ນຖານ
​ທີ່​ສຳຄັນ​ຈາກ​ການ​ຂົ່ມຂູ່​ທາງ​ອາກາດ. ການ​ຈັດ​ຊື້​ແມ່ນ​ໄດ້​ຖືກ​ດຳເນີນ​ໂດຍ​ຜ່ານ​ຂໍ້​ຕົກລົງ​ມາດຕະຖານ ໂຄງການລິເລີ່ມປ້ອງກັນທ້ອງຟ້າ ປະເທດ
ເອີຣົບ (ESSI), ເຊິ່ງ​ອຳ ນວຍ​ຄວາມ​ສະດວກ​ໃຫ້​ແກ່​ຂະ​ບວນ​ການ​ຈັດ​ຊື້​ທີ່​ໄວ​ຂຶ້ນ ​ແລະ ​ມີ​ປະສິດທິພາບ​ຫຼາຍ​ຂຶ້ນ. ດ້ວຍ​ຂັ້ນ​ຕອນ​ນີ້, ເດນ​ມາກ
ກາຍເປັນ​ປະເທດ​ທີ 8 ໃນ​ກຸ່ມ ESSI ທີ່​ນຳ​ໃຊ້​ລະບົບ​ປ້ອງ​ກັນ​ໄພ​ທາງ​ອາກາດ​ຂອງ Diehl Defense ມາ​ນຳ​ໃຊ້​ຖັດ​ຈາກ ເຢຍ​ລະ​ມັນ, ແອັດ
ສ​ະໂຕ​ນີ, ລັດ​ເວຍ, ສະ​ໂລ​ເວ​ນີ, ບຸນ​ກາ​ຣີ, ຊູ​ແອັດ ແລະ ສະ​ວິດ.

     ສຳລັບລະບົບ​ປ້ອງ​ກັນ​ອາກາດ IRIS-T SLM ຂອງ Diehl Defence ຖືກ​ອອກ​ແບບ ​ເພື່ອ​ຕ້ານ​ໄພ​ຂົ່ມຂູ່​ເຊັ່ນ: ຍົນ​ສູ້​ຮົບ, ເຮລິ​ກົບ​ແຕ,
ອາວຸດ​ປ່ອຍ​ນຳວິຖີ ແລະ ໂດຣນ ໃນ​ໄລຍະ 40 ກິໂລແມັດ ແລະ ລະດັບ​ຄວາມ​ສູງເຖິງ 20.000 ແມັດ, ໝູນ​ໄດ້ 360 ອົງສາ, ໜ່ວຍ​ຍິງ​ແຕ່​
ລະ​ໝ່ວຍ​ປະກອບ​ດ້ວຍ​ເຄື່ອງ​ຍິງ​ອາວຸດ​ປ່ອຍ, ຣາ​ດາ ແລະ ສູນ​ປະຕິບັດ​ການ​ທາງ​ຍຸດ​ທະວີ​ທີ, ອາ​ໄຫຼ່, ຍານພາຫະນະ, ​ລູກປືນ ແລະ ​ສາມາດ​
ໂຈມ​ຕີ​ຫຼາຍ​ກວ່າ 15 ເປົ້າ​ໝາຍ​ພ້ອມ​ກັນ. ປັດຈຸບັນ, ມີ​ຜູ້​ໃຊ້​ລະບົບນີ້ 21 ປະເທດ.

ແຫຼ່ງທີ່ມາ: ຂກທ
ວັນທີ 12/08/2025