ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເຢຍ​ລະ​ມັນ​ໄດ້​ປະກາດ​ງົບປະມານ ໄລຍະ​ຍາວ​ ມູນ​ຄ່າ 9 ຕື້​ເອີ​ໂຣ​ຕໍ່​ປີ​ໃຫ້​ແກ່​ອູ​ແກຣນ

     ຕາມ​ແຫຼ່ງ​ຂ່າວ ໂກ​ໂບ​ທາມ ກ່າວ​ວ່າ: ທາງ​ການ​ຂອງ ກອງທັບ​ເຢຍ​ລະ​ມັນ ໄດ້​ປະກາດ​ໃນ​ຕົ້ນ​ເດືອນພະຈິກ ທີ່​ຜ່ານ​ນີ້, ລັດຖະມົນຕີ​
ເສດຖະກິດ​ເຢຍ​ລະ​ມັນ ​ໄດ້​ກະ​ຕຸ້ນ​ຄວາມ​ສົນໃຈ​ໃນ​ທົ່ວ​ເອີ​ຣົບ ແລະ ຊາດ​ສະມາຊິກ​ ອົງການ​ສົນທິສັນຍາ​ປ້ອງ​ກັນ​ອັດ​ລັງ​ຕິກ​ເໜືອ, ຍ້ອນ​ວ່າ​
ບໍ່​ພຽງ​ແຕ່​ເປັນ "ການ​ຊ່ວຍເຫຼືອ​ລ້າ." ນີ້​ເປັນ​ການ​ລົງທຶນ​ແບບ​ຍຸດ​ທະ​ສາດ​ທີ່​ສະແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງວ່າ ເບີ​ລິນ ກຳລັງ​ວາງ​ພື້ນ ຖານ​ໃຫ້
ອູ​ແກຣນ ຢືນ​ຢູ່​ດ້ວຍ​ຕົນ​ເອງ​ໃນ​ສົງຄາມ​ໄລຍະ​ຍາວ.

     ການ​ນຳ​ໃຊ້​ລະບົບ Patriot ເພື່ອ​ເສີມ​ຂະຫຍາຍ​ກຳລັງ​ທະຫານ​ແຖວ​ໜ້າ ແມ່ນ​ເປັນ​ບາດກ້າວ​ທີ່​ສຳຄັນ​ໃນ​ການ​ເພີ່ມ​ທະວີ​ຄວາມ​ສາ
ມາດ​ປ້ອງ​ກັນ​ທາງ​ອາກາດ​ຂອງ​ອູ​ແກຣນ. ຍ້ອນ​ວ່າ Patriot ຖື​ວ່າ​ເປັນ​ລະບົບ​ປ້ອງ​ກັນ​ໄພ​ທາງ​ອາກາດ​ທີ່​ດີ​ທີ່​ສຸດ​ໃນ​ໂລກ, ສາມາດ​ສະກັດ​
ລູກ​ສອນ​ໄຟ​ຄວາມ​ໄວ​ສູງ ແລະ ຍົນ​ບໍ່​ມີ​ຄົນ​ຂັບ​ທີ່​ມີ​ຄວາມ​ແມ່ນ​ຍຳ​ໃນ​ລະດັບ​ທີ່ດີ​ທີ່​ສຸດ. ສະນັ້ນ​ການ​ປະກາດ​ຂອງ​ເຢຍ​ລະ​ມັນ ໄດ້​ກ່ຽວ​ກັບ​
ແຜນການ​ຊ່ວຍເຫຼືອ​ປະຈຳ​ປີ​ອັນ​ໃຫຍ່​ຫຼວງ ທີ່​ມີ​ມູນ​ຄ່າ​ສູງ​ເຖິງ 9 ຕື້​ເອີ​ໂຣ ນັ້ນ​ຍັງ​ສະແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຕັ້ງໃຈ​ຂອງ​ຕົນ​ທີ່​ຈະຮ່ວມ​ມື​
ດ້ານ​ອຸດສາຫະກຳ ກັບ ອູ​ແກຣນ.

     ສິ່ງ​ດັ່ງກ່າວ​ໄດ້​ເປີດ​ໂອກາດ​ໃຫ້​ບັນດາ​ບໍລິສັດ​ອາວຸດ​ຍຸດ​ໂທ​ປະກອນ​ຂອງ​ທັງ​ສອງ​ປະເທດ​ຮ່ວມ​ກັນ​ພັດທະນາ ແລະ ຜະລິດ​ອຸປະກອນ​
ການ​ທະຫານໃນອະນາຄົດ, ເຊິ່ງ​ອາດ​ຈະ​ເຮັດໃຫ້ ອູ​ແກຣນ ກາຍເປັນ​ສູນ​ອຸດສາ ຫະກຳ​ປ້ອງ​ກັນ​ປະ​ຊາດ​ໃໝ່​ຂອງ​ເອີ​ລົບ​ຕາເວັນ​ອອກ. ນີ້​
ແມ່ນ "ແຜນການ​ໄລຍະ​ຍາວ" ເພື່ອ​ສ້າງ​ພັນທະ​ມິດ​ທີ່​ເຂັ້ມແຂງ​ລະຫວ່າງ Berlin ແລະ Kyiv ແບບ​ຍືນ​ຍົງ​ໃນ​ອະນາຄົດ.

ແຫຼ່ງທີ່ມາ: ຂກທ
ວັນທີ 13/11/2025