ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງທັບ​ອາກາດ​ເຢຍ​ລະ​ມັນ​ ໄດ້​ຮັບ​ຍົນ​ຂົນສົ່ງ​ທາງ​ທະຫານ A400M ລຳ​ທີ 52

     ຕາມ​ຂ່າວ​ການ​ທະຫານ​ຕ່າງປະເທດ​ໃຫ້​ຮູ້​ວ່າ: ບໍລິສັດ Airbus Defence ໄດ້​ສົ່ງ​ມອບ​ຍົນ​ຂົນສົ່ງ​ທາງ​ທະຫານ​ແບບ A400M
ລຳ​ທີ 52 ໃຫ້​ກັບ​ກອງທັບ​ເຢຍ​ລະ​ມັນ​ ແມ່ນສໍາເລັດຕາມແຜນ, ອີງ​ຕາມ​ຂໍ້​ມູນ​ຂອງ ບໍລິສັດ Airbus Defence and Space ວ່າ
​ຍົນ​ລຳ​ດັ່ງກ່າວ​ນີ້​ເປັນ​​ຍົນ​ຮຸ່ນ A400M ລຳ​ທີ 52 ທີ່​ຖືກ​ສົ່ງ​ມອບ​ໃຫ້​ແກ່​ກອງທັບ​ເຢຍ​ລະ​ມັນ ໂດຍ​ເປັນ​ສ່ວນ​ໜຶ່ງ​ຂອງ​ໂຄງການ​ປັບປຸງ​ຈຸ​
ຍົນ​ຂົນສົ່ງ​ທາງອາກາດ​ຂອງ​ກອງທັບ​ ​ເຢຍ​ລະ​ມັນ, ການ​ສົ່ງ​ມອບ​ໃນ​ຄັ້ງ​ນີ້​ເຮັດໃຫ້​ກອງທັບ​ອາກາດ​ມີ​ຍົນ​ປະຕິບັດ​ການ​ເພີ່ມ​ອີກ 1 ລໍາ, ເພື່ອ
​ໃຊ້​ໃນ​ພາລະກິດ​ຂົນສົ່ງ​ທັງ​ດ້ານ​ຍຸດ​ທະ​ສາດ ແລະ ຍຸດທະວິທີເຊັ່ນ ການ​ເຄື່ອນ​ຍ້າຍ​ກຳລັງ​ພົນ, ການ​ຂົນສົ່ງ​ຂະໜາດ​ໃຫຍ່ ແລະ ພາລະ
ກິດ​ລະຫວ່າງ​ປະເທດ. ບໍລິສັດ Airbus ລະບຸ​ວ່າ A400M ໃຊ້​ເຄື່ອງ​ຈັກ​ເທີ​ໂບ 4 ເຄື່ອງ, ໃຫ້​ກຳລັງ​ແຮງ​ປະມານ 44,000 ແຮງ​ມ້າ,
ມີ​ຄວາມ​ໄວ​ສູງ​ສຸດ 750 ກິໂລແມັດ​ຕໍ່​ຊົ່ວໂມງ ແລະ ມີ​ເພດານ​ການບິນ​ສູງ​ສຸດ​ຫຼາຍ​ກວ່າ 8.700 ກິໂລແມັດ ແລະ ເມື່ອ​ບັນທຸກ​ເຄື່ອງ​
ເຕັມທີ່ 37 ໂຕນ ຍັງ​ສາມາດ​ປະຕິບັດ​ການ​ໄດ້​ໃນ​ລະຍະ​ໄກ​ກວ່າ 3.300 ກິໂລແມັດ.

     ຍົນ​ຂົນສົ່ງ​ຮຸ່ນ​ນີ້​ຖືກ​ອອກ​ແບບ​ໃຫ້​ສາມາດ​ຂຶ້ນ-ລົງ​ໄດ້​ໃນ​ຣັນ​ເວ​ທີ່​ສັ້ນ ແລະ ຣັນ​ເວ​ທີ່​ບໍ່​ໄດ້​ປູ​ພື້ນ ເຮັດ​ໃຫ້​ສາມາດ​ສະໜັບສະໜູນ​ພາ
ລະກິດ​ໃນ​ສະພາບ​ແວດ​ລ້ອມ​ທີ່​ຫຍຸ້ງຍາກ​ຄື​ກັບ​ຍົນ​ຂົນສົ່ງ​ທົ່ວ​ໄປ​ບໍ່​ສາມາດ​ດຳເນີນ​ການ, ຄວາມ​ສາມາດ​ນີ້​ຊ່ວຍ​ໃຫ້ A400M ສາມາດ​
ຂົນສົ່ງ ແລະ ກຳລັງ​ພົນ​ໄປ​ພື້ນ​ທີ່​ແນວ​ໜ້າ​ໄດ້​ໂດຍ​ກົງ​ບໍ່​ຈຳເປັນ​ຕ້ອງ​ເພິ່ງ​ພາ​ສະໜາມ​ບິນ​ທີ່​ມີ​ການ​ພັດທະນາ​ຢ່າງ​ສົມບູນ. A400M ເປັນ
​ຍົນ​ທີ່​ຫຼາຍ​ພາລະ​ບົດບາດ​ເປັນຕົ້ນ​ແມ່ນ​ສາມາດ​ຂົນສົ່ງ​ລົດ​ຕັງ-ຍານ​ເກາະ, ຍົນ​ເຮລິ​ກົບ​​ແຕ, ພາ​ເລດ ແລະ ຄວາມ​ຊ່ວຍເຫຼືອ​ດ້ານ​ມະນຸດ
ສະທຳ. ນອກຈາກ​ນີ້, ຍັງ​ສະໜັບສະໜູນ​ພາລະກິດ​ອົບ​ພະ​ຍົບ​ຜູ້​ປ່ວຍ ແລະ ການ​ສົ່ງ​ສະບຽງ​ອາຫານ​ທາງ​ອາກາດ ໂດຍ​ຍົນ​ຮຸ່ນ​ນີ້​ມີ​ຂະ
ໜາດ ແລະ ນ້ຳໜັກ​ບັນທຸກ​ຢູ່​ລະຫວ່າງ​ຍົນ​ລຳລຽງ​ທາງ​ຍຸດທະວິທີ​ຂະໜາດ​ນ້ອຍ ແລະ ເຮືອບິນ​ລຳລຽງ​ທາງ​ຍຸດ​ທະ​ສາດ​ຂະໜາດ​ໃຫຍ່.
ເຢຍ​ລະ​ມັນ​ເປັນ​ໜຶ່ງ​ໃນ​ປະເທດ​ຜູ້​ໃຊ້ A400M ລາຍ​ໃຫຍ່​ທີ່​ສຸດ​ໂດຍ​ນຳ​ໃຊ້​ໃນ​ພາລະກິດ​ປ້ອງ​ກັນ​ປະເທດ, ພັນທະ​ກິດ​ຂອງ NATO
ແລະ ການ​ວາງ​ກຳລັງ​ໃນ​ຕ່າງປະເທດ ກອງທັບ​ອາກາດ​ເຢຍ​ລະ​ມັນ Luftwaffe ໄດ້​ນຳ​ເອົາ​ຍົນ​ຮຸ່ນ​ນີ້​ໃຊ້​ໃນ​ພາລະກິດ​ຫຼາຍ​ຮູບ​ແບບ ຕັ້ງ
ແຕ່​ການ​ສະໜັບສະໜູນ​ການ​ສົ່ງ, ກຳລັງ​ເຝິກຊ້ອມ​ທາງ​ທະຫານ​ໃນ​ເອີ​ຣົບ ໄປ​ຈົນ​ເຖິງ​ການ​ຂົນສົ່ງ​ໄລຍະ​ທາງ​ທີ່​ໄກ ສຳລັບ​ການ​ປະຕິບັດ​
ການ​ໃນ​ຕ່າງປະເທດ. ຕາມ​ການ​ລະບຸ​ຂອງ Airbus Defence ໄດ້​ກ່າວ​ອີ​ກວ່າ: ປະສິດທິພາບ​ຂອງ A400M ຈະ​ຊ່ວຍ​ໃຫ້​ສາມາດ​
ປະສານ​ຄວາມ​ໄວ, ນ້ຳໜັກ​ບັນທຸກ ແລະ ຄຸນ​ລັກສະນະ​ເຫຼົ່າ​ນີ້​ຖືກ​ອອກ​ແບບ​ເພື່ອ​ສະໜັບສະໜູນ​ການ​ເຄື່ອນ​ຍ້າຍ​ກອງ​ກຳລັງ ໃນ​ສະພາບ
​ການ​ທີ່​ຫຼາກ​ຫຼາຍ​ຮູບ​ແບບ​ການ​ສົ່ງ​ມອບ​ໃນ​ຄັ້ງ​ນີ້​ເປັນ​ໄປ​ຕາມ​ແຜນການ​ທີ່​ກຳນົດ​ໃວ້ ຢ່າງ​ຕໍ່​ເນື່ອງ​ໃຫ້​ແກ່​ກອງທັບ​ອາ ກາດ ເຢຍ​ລະ​ມັນ
ເນື່ອງ​ຈາກ Airbus ຍັງ​ປະຕິບັດ​ຕາມ​ພັນທະ​ສັນຍາ​ການ​ຜະລິດ​ທີ່​ມີ​ຢູ່.

ແຫຼ່ງທີ່ມາ: ຂກທ
ວັນທີ 23/02/2026