
ກົມອາວຸດຍຸດໂທປະກອນ ກອງທັບລາດຊະອານາຈັກໄທ ວາງແຜນຈັດຊື້ອາວຸດມາເສີມທັບ

ຕາມແຫຼ່ງຂ່າວ ເວັບໄຊ ກົມຈັດຊື້ອາວຸດຍຸດໂທປະກອນຂອງ ກອງທັບຣາສະອານາຈັກໄທ ໄດ້ເປີດເຜີຍວ່າ (RoyalThai Army:
RTA) ກອງທັບໄທ ປະກາດມີແຜນງົບປະມານ 2025 ເພື່ອການຈັດຊື້ບັນດາອາວຸດຍູດໂທປະກອນ ທາງການທະຫານຖືວ່າເປັນແຜນ
ຫງົບປະມານປະຈຳປີ ໃນນັ້ນ, ລວມທັງຍົນບໍ່ມີຄົນຂັບສຳລັບການໂຈມຕີ ແລະ ຖິ້ມລະເບີດໄລຍະສັ້ນລວມທັງສະຖານີຄວບຄຸມພາກພື້ນ
ດິນ ແລະ ລະບົບຍິງຈະຫຼວດຫຼາຍລຳກ້ອງ, ລູກຈະຫຼວດ 40 ມມ ປະເພດລະເບີດແຮງສູງ ເພື່ອຍິງຕ້ານລົດຕັງ, ປືນລູກຊອງຍິງສະກັດຍົນ
ບໍ່ມີຄົນຂັບ, ພ້ອມທັງລູກປືນຕ່າງໆ, ລະເບີດມື, ຫົວລູກລະເບີດ ເພື່ອຕິດຕັ້ງໃສ່ຍົນບ່ໍມີຄົນຂັບ ລາຍການທີ່ຈະຊື້ມີດັ່ງນີ້, ລະເບີດມື ຈຳນວນ
7,680 ລູກ, ຈັດຊື້ປືນລູກຊອງອັດຕະໂນມັດປະເພດຍິງຕ້ານລົດຕັງ ຈຳນວນ 40 ກະບອກ, ຈັດຊື້ ລະເບີດລູກຫວ່ານ ສຳລັບຍິງຈາກ ຍົນ
ບໍ່ມີຄົນຂັບ (UNAV) ຈຳນວນ 300 ລູກ4. ຊຸດທໍ່ສຽງທໍ່ລະບາຍລັງສີ ຈຳນວນ 50 ຊຸດ, ຈັດຊື້ ປະເພດລູກປານ ຈຳນວນ 2 ປະເພດ, ຊື້
ຈະຫຼວດ RPG-7 ຂະໜາດ 40 ມມ, ປະເພດລະເບີດແຮງສູງຍິງຕ້ານລົດຕັງ(ROCKET 40 MM. HEAT) ຈຳນວນ 2,500 ລູກ,
ສັ່ງຜະລິດ ຢາງຫຸ້ມລູກປືນ (RUBBER BOOT) ຈຳນວນ 155 ມມ ຈຳນວນ 15,000 ຊຸດ, ຊື້ຍົນບໍ່ມີຄົນຂັບ ຈຳນວນ 3 ລາຍການ
(ຍົນຂັບແບບຫົວລະເບີດ ໄລຍະກາງ, ສະຖານີຄວບຄຸມພື້ນດິນ ແລະ ລະບົບສົ່ງຍົນປະເພດລູກປືນເຈາະ) ແລະອື່ນໆ ລວມທັງໝົດ 13 ລາຍ
ການ ໃນມູນລະຄ່າ ປະມານ 376,715 ລ້ານບາດ ຫຼື ປະມານ 11,38 ລ້ານ ໂດລາ.
ແຫຼ່ງທີ່ມາ: ຂກທ
ວັນທີ 25/09/2025