ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເຮືອ​ດຳ​ນ້ຳ​ບໍ່​ມີ​ຄົນ​ຂັບ ຂອງ ຈີນ ປະສົບ​ຜົນສຳເລັດ ດຳລົງ​ທະເລ​ເລິກ 6.000 ແມັດ


ເຮືອ​ດຳ​ນ້ຳ “ໄຫ​ສິນ ”

     ​ວັນ​ທີ 23 ສິງຫາ 2025 ເຮືອ​ດຳ​ນ້ຳ “ ໄຫ​ສິນ ” ຄວບ​ຄຸມ​ໄລຍະ​ໄກ​ບໍ່​ມີ​ຄົນ​ຂັບ​ສາມາດ​ດຳລົງ​ທະເລ​ເລິກ 6.000 ແມັດ ​ທີ່​ຈີນ​ຄົ້ນຄວ້າ​
ຜະລິດ​ເອງ ເມື່ອ​ໄດ້​ດຳເນີນ​ການ​ທົດ​ສອບ​ເປັນ​ເວລາ 8 ຊົ່ວໂມງ​ໂດຍ​ໄດ້​ດຳລົງ​ທະເລ​ເລິກ 4.140 ແມັດ ໄດ້​ກັບ​ຄືນ​ຢ່າງ​ປະສົບ​ຜົນສຳເລັດ ເຊິ່ງ
​ເປັນ​ການ​ເພີ່ມ “ ເຄື່ອງ​ສຳ​ຫຼວດ​ທາງ​ວິທະຍາສາດ​ທີ່​ສຳຄັນ ” ໃຫ້​ແກ່​ການ​ຄົ້ນຄວ້າ​ທະເລ​ເລິກ​ຂອງ​ຈີນ​ອີກ​ຢ່າງ​ໜຶ່ງ.

     ເຮືອ​ດຳ​ນ້ຳ “ ໄຫ​ສິນ ” ໄດ້​ ຮັບ​ການ​ຄົ້ນຄວ້າ​ຜະລິດ​ໂດຍ​ສະ​ຖາ​ບັນ​ວິສະວະກຳ​ໃຕ້​ນ້ຳ ມະຫາວິທະຍາໄລ​ຈ່ຽວ​ທົ່ງ​ຊຽງ​ໄຮ້​ຈີນ, ໄດ້​ຕິດ​ຕັ້ງ​ອຸ
ປະກອນ​ສຳ​ຫຼວດ​ທາງ​ວິທະຍາສາດ ເຊັ່ນ: ກ້ອງ​ຖ່າຍ​ວີ​ດີ​ໂອ​ທີ່​ມີ​ຄວາມ​ລະອຽດ​ສູງ, ແຂນ​ກົນ​ອະເນກ​ປະສົງ, ຕົວ​ຈັບ​ສັນຍານ​ການ​ຢັ່ງ​ແທກ ແລະ
ອື່ນໆ. ລະຫວ່າງ​ວັນ​ທີ 20-21 ສິງຫາ ຜ່ານ​ມາ, ເຮືອ​ດຳ​ນ້ຳ “ ໄຫ​ສິນ ” ຍັງ​ໄດ້​ທົດ​ສອບ​ການ​ດຳລົງ​ທະເລ 320 ແມັດ ແລະ 1.600 ແມັດ​ຕາມ​
ລຳດັບ, ໄດ້​ເກັບ​ຕົວຢ່າງເຊັ່ນ: ສັດ ແລະ ພືດ​ທະເລ, ຫີນ​ໃຕ້​ທະເລ ແລະ ອື່ນໆ ເພື່ອ​ນຳ​ມາ​ໃຊ້​ໃນ​ການ​ຄົ້ນຄວ້າ​ວິທະຍາສາດ.

ແຫຼ່ງທີ່ມາ: ຂກທ
ວັນທີ 26/08/2025