ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລົດ​ສະເທືອນ​ນ້ຳ​ສະເທືອນ​ບົກ KAAV-II ຂອງ ​ສປປ ເກົາຫຼີ
ກາຍເປັນ​ລົດ​ລຸ້ນ​ໃໝ່​ ທີ່​ຫຼາຍ​ປະເທດ ໃຫ້​ຄວາມ​ສົນໃຈ

     ຕາມ​ແຫຼ່ງ​ຂ່າວ KCNA ໄດ້​ກ່າວ ໃນກາງ​ເດືອນ ພຶດສະພາ ວ່າ: ຫຼາຍ​ປະເທດ​ໃນ​ອາຊີ​ຕາເວັນ​ອອກ​ສ່ຽງ​ໄຕ້ ແລະ ໃນ​ຕາເວັນ
​ອອກ​ກາງ ໃຫ້​ຄວາມ​ສົນໃຈ ກັບ​ຜະລິດ​ຕະ​ພັນ​​ລົດ​ສະເທືອນນ້ຳ​ສະເທືອນ​ບົກ KAAV-II ຂອງ ​ສປປ ເກົາຫຼີ. ຈຸດ​ເດັ່ນ​ຂອງ KAAV-II
ບໍ່​ແມ່ນ​ພຽງ​ແຕ່​ການ​ບຸກ​ຂຶ້ນ​ບົກ​ແບບ​ທຳ​ມະ​ດາ ແຕ່​ຍັງ​ມາ​ພ້ອມ​ແນວ​ຄິດ​ການ​ສູ້​ຮົບ​ແບບ​ຍຸກ​ໃໝ່​ທີ່​ເຕັມ​ຮູບ​ແບບ ທັງ​ປະກອບ​ປືນ​ໃຫຍ່
40 ​ມມ, ລະບົບ​ຕ້ານ​ໂດຣນ, ເຄື່ອງ​ລົບ​ກວນ​ສັນຍານ ແລະ ຄວາມ​ໄວ​ໃນ​ນ້ຳ​ທີ່​ເກີນ 20 ​ກມ/​ຊມ ຂະນະ​ທີ່​ແລ່ນ​ເທິງ​ບົກ​ກໍ​ສາມາດ​
ແລ່ນ​ໄດ້​ເກີນ 70 ​ກມ/​ຊມ ຖື​ວ່າ​ໄວ ແລະ ຄ່ອງ​ແຄ້ວ​ກວ່າ ລົດ​ສະເທືອນ​ນ້ຳ​ສະເທືອນ​ບົກ​ແບບ​ລຸ້ນ​ເກົ່າ ສິ່ງ​ທີ່​ໜ້າ​ສົນໃຈ​ຄື ​ສປປ ເກົາ
ຫຼີ ກຳລັງ​ຊຸກຍູ້​ດ້ານ ອຸດສາຫະກຳ​ປ້ອງ​ກັນ​ປະເທດ​ຂອງ​ຕົນ​ເອງ​ຂຶ້ນ​ມາ​ແຂ່ງຂັນ​ໃນ​ຕະຫຼາດ​ໂລກ​ຢ່າງ​ຈິງ​ຈັງ ແລະ ຫຼາຍ​ປະເທດ​ເລີ່ມ​ໃຫ້​
ຄວາມ​ສົນໃຈ ລວມ​ທັງ ຟີ​ລິບ​ປິນ, ອິນ​ໂດ​ເນ​ເຊຍ ໄປ​ເຖິງ​ປະເທດ​ໃນ​ຕາເວັນ​ອອກ​ກາງ ເພາະ​ມັນ​ສາມາດ​ຕອບ​ໂຈດ​ສົງຄາມ​ໃນ​ຍຸກ​
ໃໝ່ ທີ່​ໄພ​ຄຸກ​ຄາມ​ບໍ່​ໄດ້​ມີ​ພຽງ​ແຕ່​ລົດຕັງ ຫຼື ເຮືອ​ຮົບ ແຕ່​ລວມ​ເຖິງ​ໂດຣນ ແລະ ການ​ບຸກ​ໂຈມ​ຕີ​ຢ່າງ​ວ່ອງໄວ​ຈາກ​ຫຼາຍ​ທິດ​ທາງ ອີກ
​ໜຶ່ງ​ປະເທດ​ທີ່​ໃກ້​ຄຽງ ສຳລັບ ກອງທັບ ຣາ​ຊະ​ອານາຈັກ​ໄທ ຍັງ​ຢູ່​ໃນ​ຂັ້ນ​ຕອນ​ໃຫ້​ຄວາມ​ສົນໃຈ ໃນ​ມູມ​ຍຸດ​ທະ​ສາດ ລົດ​ລຸ້ນ​ນີ້​ອາດ
​ເໝາະ​ກັບ​ພາລະກິດ​ຂອງ​ທະຫານ​ເຮືອ ໄດ້​ຫຼາຍ​ຮູບ​ແບບ ໂດຍ​ສະເພາະ​ການ​ປ້ອງ​ກັນ​ຊາຍ​ແດນ, ການ​ຍົກ​ຍ້າຍກຳລັງ​ພົນ​ຂຶ້ນ​ບົກ​ໃນ​ເຂດ​
ໝູ່​ເກາະ​ຕ່າງໆ ແລະ ການ​ນຳ​ໃຊ້​ໃຫ້​ເໝາະ​ກັບ​ສະພາບ​ພູມ​ມີ​ປະເທດ​ຕົວ​ຈິງ​ຂອງ​ຕົນ.

ແຫຼ່ງທີ່ມາ: ຂກທ
ວັນທີ 28/05/2026