
ຍົນ Yak-130M ຂອງຣັດເຊຍ ໄດ້ທົດລອງບິນເປັນຄັ້ງທຳອິດ

ຍົນYak-130M
ຍົນYak-130M ຂອງ ຣັດເຊຍ ທີ່ໄດ້ຮັບການຍົກລະດັບໄດ້ສຳເລັດ ແລະ ບິນຄັ້ງທຳອິດແລ້ວ, ເຊິ່ງເປັນບາດກ້າວທີ່ສຳຄັນໃນການ
ຫັນປ່ຽນໃຫ້ກາຍເປັນຍົນສູ້ຮົບເບົາທີ່ມີຄວາມສາມາດຫຼາຍຂຶ້ນ, ພ້ອມທັງສ້າງຄວາມດຶງດູດໃນການສົ່ງອອກ. ສຳນັກຂ່າວ TASS ກ່າວ
ວ່າ: ການບິນທົດລອງທີ່ປະສົບຜົນສຳເລັດໄດ້ສະແດງໃຫ້ເຫັນວ່າ ຣັດເຊຍ ກຳລັງວາງຕຳແໜ່ງ Yak-130M ບໍ່ພຽງແຕ່ເປັນຍົນເຝິກແອບ
ນັກບິນເທົ່ານັ້ນ, ແຕ່ຍັງເປັນເຮືອບິນສູ້ຮົບທີ່ມີລາຄາຖືກສຳລັບຄວາມຕ້ອງການພາຍໃນປະເທດ ແລະ ສົ່ງອອກຍົນ Yak-130M ພັດທະ
ນາ ຕໍ່ຍອດຈາກ Yak-130, ຍົນເຝິກຊ້ອມສອງບ່ອນນັ່ງຂອງກອງທັບອາກາດຣັດເຊຍ ແລະ ຫຼາຍປະເທດອື່ນໆໃນປັດຈຸບັນ.
ຍົນດັ່ງກ່າວຍັງຄົງຮັກສາການອອກແບບພື້ນຖານໄວ້ ແຕ່ໄດ້ຜ່ານການປັບປຸງຄວາມສາມາດໃນການສູ້ຮົບໃຫ້ທັນສະໄໝຂື້ນຢ່າງຫຼວງ
ຫຼາຍ. ເຖິງແມ່ນວ່າຮູບລັກສະນະພາຍນອກຂອງມັນຍັງຄົງບໍ່ປ່ຽນແປງ, ແຕ່ Yak-130M ແຕກຕ່າງກັນຢ່າງຫຼວງຫຼາຍໃນດ້ານຄວາມສາ
ມາດ ທາງເທັກໂນໂລຊີ, ລະບົບຣາດາໃໝ່, ລະບົບປະຕິບັດພາລະກິດທີ່ທັນສະໄໝ, ລະບົບປ້ອງກັນເອເລັກໂຕຣນິກແບບປະສົມປະສານ
ແລະ ຄວາມສາມາດໃນການບັນທຸກອາວຸດຫຼາກຫຼາຍຊະນິດ. ການປັບປຸງເຫຼົ່ານີ້ຊ່ວຍໃຫ້ຍົນສາມາດປະຕິບັດພາລະກິດໄດ້ຫຼາຍຢ່າງເຊັ່ນ:
ການສະໜັບສະໜູນທາງອາກາດຢ່າງໃກ້ຊິດ, ການປະຕິບັດງານຕ້ານ ຍົນບໍມີຄົນຂັບ UAV, ການຄວບຄຸມ ແລະ ການລາດຕະເວນທາງ
ອາກາດ, ການເຝິກແອບ ນັກບິນ. ຄວາມແຕກຕ່າງ ລະຫວ່າງ Yak-130 ແລະ Yak-130M ແມ່ນຢູ່ໃນຄວາມສາມາດໃນການສູ້ຮົບ.
ເຈົ້າໜ້າທີ່ ບໍລິສັດຜູ້ຜະລິດ Rosoboronexport, ກ່າວວ່າ: ຍົນ Yak-130M ສາມາດເຝິກແອບໃຫ້ແກ່ນັກບິນຂອງຍົນສູ້ຮົບລຸ້ນ
ທີ 4 ແລະ ທີ 5 ເພື່ອຮັບໃຊ້ເປັນຍົນສູ້ຮົບເບົາ. ຍົນມີນັກບິນ ສອງ ຄົນ, ມີນ້ຳໜັກ 10,29 ໂຕນ, ມີຄວາມໄວສູງສຸດ ຢູ່ທີ່ 960 ກິໂລແມັດ
ຕໍ່ຊົ່ວໂມງ, ມີໄລຍະທາງ 1.610 ບິນ/ ກິໂລແມັດ, ມີໄລຍະທາງປະຕິບັດພາລະກິດສູງສຸດ 2.265 ກິໂລແມັດດ້ວຍຖັງນ້ຳມັນເຊື້ອໄຟເສີມ,
ນ້ຳໜັກບັນທຸກໄດ້ 2.500 ກິໂລກຣາມ, ລະດັບຄວາມສູງ 12.500 ແມັດ.
ແຫຼ່ງທີ່ມາ: ຂກທ
ວັນທີ 30/07/2026