ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ເສນາທິການກອງທັບ ສະຫຼຸບວຽກງານຮອບດ້ານປະຈໍາປີ 2020

     ກົມໃຫຍ່ເສນາທິການກອງທັບໄດ້ຈັດກອງປະຊຸມສະຫຼຸບວຽກງານຮອບດ້ານປະຈໍາປີ 2020, ໃນ ວັນທີ 30 ທັນ
ວາ 2020 ຜ່ານມາ, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກຳມະການ ສູນກາງພັກ ຮອງ
ລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າ ກົມໃຫຍ່ເສນາທິການກອງທັບ, ມີບັນດາສະຫາຍຫົວໜ້າກົມ, ຮອງ
ຫົວໜ້າກົມ, ຫ້ອງການ, ພະນັກງານຫຼັກແຫຼ່ງ ແລະ ແຂກຖືກເຊີນເຂົ້າຮ່ວມ
(ກປທ)                                                           (ອ່ານຕໍ່............)

   

ກອງປະຊຸມມອບໝາຍໜ້າທີ່ໃຫ້ບັນດາກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນ ປ້ອງກັນການເລືອກຕັ້ງ
ສສຊ ຊຸດທີ IX ເຂດເລືອກ ຕັ້ງທີ 1

     ໃນວັນທີ 28 ທັນວາ 2020 ນີ້, ກົມໃຫຍ່ເສນາທິການ ກອງທັບ ໄດ້ຈັດກອງປະຊຸມມອບໝາຍໜ້າທີ່ໃຫ້ບັນດາ
ກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນ ປ້ອງກັນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ເຂດເລືອກຕັ້ງທີ 1
ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງສະຫາຍ ພົນໂທ ສຸວອນ ເລືອງບຸນມີ ຮອງລັດຖະມົນຕີ ກະຊວງ
ປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບ
(ກປທ)                                                           (ອ່ານຕໍ່............)

   

ປະກາດການແຕ່ງຕັ້ງ ຮອງຫົວໜ້າ ກອງບັນຊາການທະຫານ ແຂວງ ຊຽງຂວາງ

     ພິທີປະກາດການແຕ່ງຕັ້ງ ຮອງຫົວໜ້າ ກອງບັນຊາການທະຫານ ແຂວງ ຊຽງຂວາງ ໄດ້ຈັດຂຶ້ນໃນ ວັນທີ 24
ທັນວາ 2020 ນີ້ ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ພົນຈັດຕະວາ ວໍລະສານ ວິລັດດາວົງ ກໍາມະການຄະ
ນະປະຈໍາພັກ ກະຊວງປ້ອງກັນປະເທດ ຮອງຫົວໜ້າ ກົມໃຫຍ່ການເມືອງ ກອງທັບ, ມີສະຫາຍ ພົນຈັດຕະວາ ຂັນ
ທອງ ວົງອໍາຄາ ເລຂາຄະນະພັກ ຫົວໜ້າ ການເມືອງກອງບັນຊາການ ທະຫານ ແຂວງ ຊຽງຂວາງ
(ກປທ)                                                           (ອ່ານຕໍ່............)

   

ກອງປະຊຸມສະຫຼຸບວຽກງານອົບຮົມ-ຫັດແອບທົ່ວ​ກອງທັບ ຄັ້ງທີ III

     ວັນທີ 24 ທັນວາ 2020 ນີ້, ກົມອົບຮົມ ກົມໃຫຍ່ເສນາທິການ ກອງທັບ ໄດ້ເປິດກອງປະຊຸມສະຫຼຸບຖອດຖອນ
ບົດຮຽນວຽກງານອົບຮົມ-ຫັດແອບ, ປັບປຸງລະບຽບແບບແຜນ, ເຝິກຝົນກໍາລັງແຮງກາຍທົ່ວກອງທັບ ຄັ້ງທີ III ຂຶ້ນ
ໂດຍການເປັນປະທານຂອງ ສະຫາຍ ພົນຕີ ຈັນທອງ ສອນຕະອາດ ກຳມະການຄະນະປະຈຳພັກກະຊວງ ຮອງຫົວໜ້າ
ກົມໃຫຍ່ເສນາທິການກອງທັບ, ມີບັນດາ ສະຫາຍ ຄະນະພັກ-ຄະນະກົມໃຫຍ່
(ກປທ)                                                           (ອ່ານຕໍ່............)

   

ປະກາດການຈັດຕັ້ງ ຄະນະພັກ-ຄະນະບັນຊາກົມ 213

     ພິທີປະກາດການຈັດຕັ້ງ ຄະນະພັກ-ຄະນະບັນຊາ ກົມ 213 ໄດ້ຈັດຂຶ້ນໃນ ວັນທີ 23 ທັນວາ 2020  ນີ້, ໂດຍ
ການເປັນປະທານຂອງ ສະຫາຍ ພົນຕີ ສອນທອງ ພົມລາວົງ ກໍາມະການປະຈໍາຄະນະພັກກະຊວງ, ຮອງຫົວໜ້າ ກົມ
ໃຫຍ່ການເມືອງກອງທັບ, ມີຕາງໜ້າ ກົມໃຫຍ່ພະລາທິການ ກອງທັບ, ກົມໃຫຍ່ເຕັກນິກ ກອງທັບ
(ກປທ)                                                           (ອ່ານຕໍ່............)

   

ມອບໂອນ ກົມການເງິນຂຶ້ນກັບ ກະຊວງປ້ອງກັນປະເທດ ໂດຍກົງ

     ວັນທີ 22 ທັນວາ 2020 ນີ້, ກົມໃຫຍ່ພະລາທິການ ກອງທັບ ໄດ້ຈັດພິທີປະກາດການມອບໂອນ ກົມການເງິນ
ຂຶ້ນກັບ ກະຊວງປ້ອງກັນປະເທດ ໂດຍກົງ, ຢູ່ທີ່ສະໂມສອນ ກົມໃຫຍ່ພະລາທິການ ກອງທັບ, ໂດຍການເປັນປະທານ
ຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີ ກະຊວງປ້ອງ
ກັນປະເທດ, ມີບັນດາຄະນະພັກ-ຄະນະກົມໃຫຍ່, ຫ້ອງວ່າການກະຊວງ
(ກປທ)                                                           (ອ່ານຕໍ່............)

   

ມອບ-ຮັບ ​ແລະ ​ເປີດ​ນຳ​ໃຊ້​ສະ​ໂມ​ສອນ​ກາງ​ແຈ້ງ ກົມ​ໃຫ່ຍການ​ເມືອງ​ກອງທັບ

     ພິທີມອບ-ຮັບ ແລະ ເປີດນຳໃຊ້ສະໂມສອນກາງແຈ້ງ ລະຫວ່າງ ບໍລິສັດ ສົມຫວັງ ຈະເລີນກໍ່ສ້າງຂົວ-ທາງຈໍາກັດ
ແລະ ກົມໃຫຍ່ ການເມືອງກອງທັບ ໄດ້ຈັດຂຶ້ນໃນຕອນແລງຂອງ ວັນທີ 21 ທັນວາ ນີ້, ໂດຍການເຂົ້າຮ່ວມ ເປັນປະ
ທານຂອງ ສະຫາຍ ພົນຕີ ສອນທອງ ພົມລາວົງ ກໍາມະການຄະນະປະຈຳພັກ ກະຊວງປ້ອງກັນປະເທດ, ຮອງຫົວໜ້າ
ກົມໃຫຍ່ ການເມືອງກອງທັບ
(ກປທ)                                                           (ອ່ານຕໍ່............)

   

ກົມ ວສ-ປສ ການທະຫານ ເຂົ້າອວຍພອນທູດປ້ອງກັນຊາດ ສສ ຫວຽດນາມ

     ວັນທີ 18 ທັນວາ 2020 ນີ້, ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າ ກົມວິທະຍາສາດ-ປະຫວັດ
ສາດ ການທະຫານ ກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ໄດ້ນໍາເອົາກະຕ່າຂອງຂວັນ ເຂົ້າອວຍພອນ ທູດປ້ອງ
ກັນຊາດ ສສ ຫວຽດນາມ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ ຄົບຮອບ 76 ປີ ວັນທີ 22
ທັນວາ 1944-22 ທັນວາ 2020 ນີ້.
(ກປທ)                                                           (ອ່ານຕໍ່............)

   

ປະກາດ​ແຕ່ງ​ຕັ້ງ ສະຫາຍ ພົນຈັດຕະວາ ສາຍໃຈ ກົມມະສິດ ເປັນຮອງຫົວໜ້າ ກົມໃຫຍ່ເສນາທິການ
ກອງທັບ

     ພິທີປະກາດການແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ສາຍໃຈ ກົມມະສິດ ເປັນຮອງຫົວໜ້າ ກົມໃຫຍ່ເສນາທິການ
ກອງທັບ ໄດ້ຈັດຂຶ້ນໃນ ວັນທີ 18 ທັນວາ 2020 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ປອ ທອງລອຍ
ສິລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ ການເມືອງກອງທັບ,
ມີຕາງໜ້າບັນດາກົມໃຫຍ່, ຫ້ອງວ່າການກະຊວງ ແລະ ບັນດາກົມ
(ກປທ)                                                           (ອ່ານຕໍ່............)

   

ເປີດ​ກອງ​ປະຊຸມ​ວຽກງານ​ປ້ອງ​ກັນ​ພາຍ​ໃນ​ທົ່ວ​ກອງທັບ ຄັ້ງ​ທີ IX

     ກອງປະຊຸມວຽກງານປ້ອງກັນພາຍໃນທົ່ວກອງທັບ ຄັ້ງທີ IX ໄດ້ຈັດຂຶ້ນ ໃນວັນທີ 17 ທັນວາ 2020 ນີ້, ໂດຍ
ການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ກໍາມະການສູນກາງພັກ ຮອງລັດຖະມົນຕີ
ກະຊວງປ້ອງກັນປະເທດ ຫົວໜ້າ ກົມໃຫຍ່ການເມືອງກອງທັບ ມີຄະນະນໍາກົມໃຫຍ່, ຫ້ອງວ່າການກະຊວງ, ຜູ້ຕາງ
ໜ້າກະຊວງປ້ອງກັນຄວາມສະຫງົບ
(ກປທ)                                                           (ອ່ານຕໍ່............)

   

ໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງ ກອງພັນໃຫຍ່ 11 ຄົບຮອບ 45 ປີ ຢ່າງຄືກຄື້ນ

     ໃນວັນທີ 16 ທັນວາ 2020 ນີ້, ກອງພັນໃຫຍ່ 11 ໄດ້ຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງກອງ
ພັນໃຫຍ່ ຄົບຮອບ 45 ປີ (16 ທັນວາ 1975-16 ທັນວາ 2020) ຂຶ້ນຢ່າງຄືກຄື້ນ ແລະ ມີຄວາມໝາຍສໍາຄັນທາງ
ດ້ານປະຫວັດສາດ, ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມ
ການເມືອງສູນກາງພັກ, ລັດຖະມົນຕີ ກະຊວງປ້ອງກັນປະເທດ
(ກປທ)                                                           (ອ່ານຕໍ່............)

   

ກົມພົວພັນຕ່າງປະເທດ ແລະ ກະຊວງປ້ອງກັນປະເທດ ກົມນະໂຍບາຍ ແຜນການຍຸດທະສາດ
ມາເລເຊຍ ຈັດກອງປະຊຸມທາງໄກ

     ໃນວັນທີ 15 ທັນວາ 2020, ໄດ້ມີກອງປະຊຸມທາງໄກ ສອງຝ່າຍລະຫວ່າງ ກົມພົວພັນຕ່າງປະເທດກະຊວງປ້ອງ
ກັນປະເທດ ສປປ ລາວ ກັບ ກົມນະໂຍບາຍ ແລະ ແຜນການຍຸດທະສາດ ກະຊວງປ້ອງກັນປະເທດມາເລເຊຍ ເຊິ່ງຄະ
ນະຜູ້ແທນຝ່າຍລາວນຳໂດຍ ທ່ານ ພົນຈັດຕະວາ ແກ່ນຈັນ ນັນທະລັງສີ ຫົວໜ້າ ກົມພົວ ພັນຕ່າງປະເທດ ກະຊວງ
ປ້ອງກັນປະເທດ ສປປ ລາວ
(ກປທ)                                                           (ອ່ານຕໍ່............)

   

ປະກາດແຕ່ງຕັ້ງຮອງຫົວໜ້າ ກົມກວດກາ ກະຊວງປ້ອງກັນປະເທດ

     ວັນທີ 14 ທັນວາ 2020 ນີ້, ກົມໃຫຍ່ການເມືອງກອງທັບ ໄດ້ປະກາດແຕ່ງຕັ້ງຮອງຫົວໜ້າ ກົມກວດກາ ກະ
ຊວງປ້ອງກັນປະເທດ ຂຶ້ນໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຕີ ສອນທອງ ພົມລາວົງ ຄະນະປະຈຳພັກ
ກະຊວງ, ຮອງຫົວໜ້າ ກົມໃຫຍ່ການເມືອງກອງທັບ, ມີບັນດາຄະນະພັກ-ຄະນະບັນຊາກົມກອງ, ຫ້ອງການ ແລະ ພະ
ນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ
(ກປທ)                                                           (ອ່ານຕໍ່............)

   

ວປກ ສະຫຼຸບຖອດຖອນບົດຮຽນວຽກງານກວດກາ 5 ປີ ຄັ້ງທີ III

     ວັນທີ 9 ທັນວາ 2020 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຈັດກອງປະຊຸມສະຫຼຸບຖອດ
ຖອນບົດຮຽນວຽກງານກວດກາ 5 ປີ ຄັ້ງທີ III (2016-2020) ແລະ ວາງທິດທາງແຜນການ 5 ປີ (2021-2025)
ຂຶ້ນ. ໂດຍການເປັນປະທານຂອງ ສະຫາຍ ພົນຕີ ຄຳຫຼ້າ ພັນໄຊຍະສຸກ, ກຳມະການຄະນະພັກກະຊວງປ້ອງກັນປະ
ເທດ, ຫົວໜ້າ ການເມືອງ ວປກ
(ກປທ)                                                           (ອ່ານຕໍ່............)

   

ປະກາດການເລື່ອນຊັ້ນນາຍທະຫານ ຊັ້ນ ພັນຕີ ຂຶ້ນ ຊັ້ນ ພັນໂທ ຢູ່​ເຂດ​ພາກ​ກາງ

     ວັນທີ 8 ທັນວາ ນີ້, ຢູ່ທີ່ສະໂມສອນກອງພົນທີ 4 ໄດ້ຈັດຕັ້ງພິທີປະກາດການເລື່ອນຊັ້ນນາຍທະຫານ ຊັ້ນ ພັນຕີ
ຂຶ້ນ ຊັ້ນ ພັນໂທ ໃຫ້ບັນດາກົມກອງກຳລັງຫຼວງ ແລະ ກຳລງທ້ອງຖິ່ນຢູ່ເຂດພາກກາງ ຈຳນວນ 75 ສະຫາຍ, ໂດຍ
ການເປັນປະທານຂອງ ສະຫາຍ ພົນຈັດຕະວາ ວົງສອນ ອິນປານພິມ ກຳມະການຄະນະປະຈຳພັກ ກະຊວງປ້ອງກັນ
ປະເທດ
(ກປທ)                                                           (ອ່ານຕໍ່............)

   

ລັດຖະມົນຕີ ກະຊວງປ້ອງກັນປະເທດ ເຂົ້າຮ່ວມກອງປະຊຸມທາງໄກ ລັດຖະມົນຕີ ປ້ອງກັນປະເທດ
ອາຊຽນ ຄັ້ງທີ 14

     ໃນວັນທີ 9 ທັນວາ 2020, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ, ລັດຖະມົນຕີ ກະຊວງປ້ອງກັນປະເທດ
ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ສໍາເລັດການເຂົ້າຮ່ວມກອງປະຊຸມ ລັດຖະມົນຕີ ປ້ອງກັນປະເທດ ອາຊຽນ ຄັ້ງ
ທີ 14 ( 14th ADMM ) ແບບທາງໄກ ແລະ ບັນດາກອງປະຊຸມປິ່ນອ້ອມອື່ນໆ. ກອງປະຊຸມໃນຄັ້ງນີ້ ແມ່ນດຳເນີນ
ພາຍໃຕ້ການເປັນປະທານຂອງ ທ່ານ ພົນເອກ ໂງ ຊວັນ ລິກ
(ກປທ)                                                           (ອ່ານຕໍ່............)

   

ມອບ-ຮັບປໍ້າເບີກຈ່າຍນໍ້າມັນເຊື້ອໄຟ

     ໃນວັນທີ 4 ທັນວາ 2020 ນີ້, ໄດ້ຈັດພິທີມອບ-ຮັບ ປໍ້າເບີກຈ່າຍນໍ້າມັນເຊື້ອໄຟລະຫວ່າງ ກົມນໍ້າມັນເຊື້ອໄຟ
ກົມໃຫຍ່ພະລາທິການກອງທັບ ແລະ ກອງບັນຊາການທະຫານອາກາດ ໂດຍການເຂົ້າຮ່ວມເປັນປະທານ ສະຫາຍ
ພົນຈັດຕະວາ ສົມໃຈ ເພັດທະວົງສີ ຄະນະພັກອົງການ ກົມໃຫຍ່ພະລາທິການ ກອງທັບ ຫົວໜ້າ ກົມນໍ້າມັນເຊື້ອໄຟ
ກົມໃຫຍ່ພະລາທິການກອງທັບ
(ກປທ)                                                           (ອ່ານຕໍ່............)

   

ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບທີ່ປຶກສາທູດຝ່າຍປ້ອງກັນຊາດ
ກໍາປູເຈຍ
ຄົນໃໝ່

     ໃນວັນທີ 7 ທັນວາ 2020 ນີ້, ຢູ່ທີ່ຫ້ອງຮັບແຂກ ກະຊວງປ້ອງກັນປະເທດ ສະຫາຍ ພົນຕີ ອ່ອນສີ ແສນສຸກ ຮອງ
ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມຄະນະໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ພັນເອກ ແຊງ ຣັກ
ຣາ ທີ່ປຶກສາທູດຝ່າຍປ້ອງກັນຊາດ ກໍາປູເຈຍ
(ກປທ)                                                           (ອ່ານຕໍ່............)

   
ໜ້າ

ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ແລະ ໃບອະນຸຍາດຈົດທະບຽນ ເລກທີ 381/ສອຊ,
ລົງວັນທີ 05/05/2016 ແລະ ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012