ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະປະຕິບັດງານພິເສດ ລາວ-ຫວຽດນາມ ສຳເລັດກອງປະຊຸມຄັ້ງທີ 21 ປະຈຳປີ 2015-2016

  ກອງປະຊຸມຄັ້ງທີ 21 ປະຈຳສົກປີ 2015-2016 ລະຫວ່າງຄະນະປະຕິບັດງານພິເສດລັດຖະບານລາວ ຫວຽດນາມ ໄດ້ໄຂຂຶ້ນໃນ ວັນທີ 6 ມິຖຸນາ 2016 ນີ້, ຢູ່ທີ່ນະຄອນໂຮ່ຈິມິງ ແຫ່ງ ສສ ຫວຽດນາມ ໂດຍ
ການ ເປັນປະທານຮ່ວມຂອງ ທ່ານ ພົນຕີ ວິໄລ ຫຼ້າຄຳຟອງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ,
ຫົວຫນ້າກົມໃຫຍ່ການເມືອງກອງທັບ, ຫົວຫນ້າຄະນະປະຕິບັດງານພິເສດລັດຖະບານແຫ່ງ ສປປ ລາວ ແລະ
ທ່ານ ພົນຕີ ເລຈຽມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວຫນ້າຄະນະປະຕິບັດງານພິເສດລັດຖະ
ບານ ແຫ່ງ ສສ ຫວຽດ ນາມ ພ້ອມດ້ວຍຄະນະວິຊາການທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
(ກປທ)                                                           (ອ່ານຕໍ່............)

 

ໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນແຕ່ເມືອງສະໜາມໄຊ ຫາ ປາກເຊປຽນ ແຂວງ ອັດຕະປື ສຳ​ເລັດ​
ແລ້ວ 45%

     ວັນທີ 18 ສິງຫາ 2020 ນີ້, ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ ຮອງລັດຖະມົນຕີ ກະ
ຊວງປ້ອງກັນປະເທດ ຫົວໜ້າ ກົມໃຫຍ່ເສນາທິການ ກອງທັບ ພ້ອມຄະນະໄດ້ລົງກວດກາຄວາມຄືບໜ້າ ໂຄງການ
ກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ແຕ່ ເມືອງສະໜາມໄຊ ຫາ ປາກເຊປຽນ ແຂວງອັດຕະປື, ໂດຍໄດ້ຮັບຟັງການລາຍງານ
ຈາກ ສະຫາຍ ພັນເອກ ປອ ສີພອນ ໄຊຄຳທອງເຫວີນ ຮອງຫົວໜ້າ ກົມຊ່າງແສງ ຫົວໜ້າ ທີ່ປຶກສາ
(ກປທ)                                                           (ອ່ານຕໍ່............)

   

ກະຊວງປ້ອງກັນປະເທດ ເຜີຍແຜ່ເຊື່ອມຊຶມສາມມະຕິ ຂອງກົມການເມືອງສູນກາງພັກ

     ໃນທີ 14 ສິງຫາ 2020 ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມສາມມະຕິຂອງ ກົມ
ການເມືອງສູນກາງພັກ ໂດຍການເປັນປະທານ ແລະ ເຜີຍແຜ່ຂອງ ສະຫາຍ ພົນຕີ ສອນທອງ ພົມລາວົງ ກໍາມະການ
ຄະນະພັກ ກະຊວງປ້ອງກັນປະເທດ ຮອງຫົວໜ້າ ກົມໃຫຍ່ການເມືອງກອງທັບ, ມີຄະນະພັກກະຊວງ-ຄະນະພັກ ກົມ
ໃຫຍ່, ຫ້ອງວ່າການ ແລະ ຄະນະພັກ-ຄະນະບັນຊາກົມກອງ ອ້ອມຂ້າງເຂົ້າຮ່ວມ
(ກປທ)                                                           (ອ່ານຕໍ່............)

   

ກອງປະຊຸມອະນຸກໍາມະການກະກຽມດໍາເນີນ ກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວກອງທັບຄັ້ງທີ VIII

     ກອງປະຊຸມອະນຸກໍາມະການກະກຽມດໍາເນີນ ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວກອງທັບ ຄັ້ງທີ VIII ໄດ້ຈັດ
ຂຶ້ນໃນ ວັນທີ 12 ສິງຫານີ້, ຢູ່ທີ່ຫ້ອງປະຊຸມກົມໃຫ່ຍການເມືອງກອງທັບ ໂດຍການເປັນປະທານຂອງ ສະຫາຍ ພົນ
ຈັດຕະວາ ວໍລະສານ ວິລັດດາວົງ ກໍາມະການ ຄະນະພັກກົມໃຫຍ່ການເມືອງຮອງ ຫົວໜ້າ ກົມໃຫຍ່ການເມືອງກອງ
ທັບ, ມີຄະນະພັກກົມໃຫຍ່, ຄະນະຊີ້ນໍາ
(ກປທ)                                                           (ອ່ານຕໍ່............)

   

ຮອງ​ລັດຖະມົນຕີ​ກະຊວງ​ປ້ອງກັນ​ປະ​ເທດ ຕ້ອນຮັບ ທີ່​ປືກສາ​ທູດ​ຝ່າ​ຍປ້ອງ​ກັນຊາ​ດ ກຳປູ​ເຈ​ຍ
ເຂົ້າ​ຢ້ຽມອຳ​ລາ

     ໃນຕອນເຊົ້າ ວັນທີ 12 ສິງຫາ 2020 ນີ້, ຢູ່ທີ່ຫ້ອງຮັບແຂກກະຊວງປ້ອງກັນປະເທດ ສະຫາຍ ພົນຕີ ອ່ອນສີ
ແສນສຸກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມຄະນະໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງສະຫາຍ
ພົນຈັດຕະວາ ຈາວ ປວນ ທີ່ປຶກສາທູດຝ່າຍປ້ອງກັນຊາດກໍາປູເຈຍ ປະຈໍາລາວ ພ້ອມຄະນະເນື່ອງໃນໂອກາດທີ່ໝົດ
ວາລະເຮັດວຽກການທູດປະຈໍາຢູ່ ສປປ ລາວ
(ກປທ)                                                           (ອ່ານຕໍ່............)

   

ຫົວໜ້າ ກົມໃຫຍ່ເສນາທິການກອງທັບ ລົງກວດກາ ໂຄງການກໍ່ສ້າງຄ້າຍກອງພັນໃຫຍ່ 621

     ໃນວັນທີ 10 ສິງຫາ 2020 ນີ້, ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ ຮອງລັດຖະມົນ
ຕີກະຊວງປ້ອງກັນປະເທດ ຫົວໜ້າ ກົມໃຫຍ່ເສນາທິການກອງທັບ ພ້ອມຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ລົງ
ກວດກາຄວາມຄືບໜ້າໂຄງການກໍ່ສ້າງຄ້າຍກອງພັນໃຫຍ່ 621
(ກປທ)                                                           (ອ່ານຕໍ່............)

   

ກົມ ວສ-ປສ ການທະຫານ ປາຖະກະຖາ​ ວັນສ້າງຕັ້ງສູນ​ກາງ ແນວລາວສ້າງຊາດ ຄົບຮອບ 70 ປີ

     ວັນທີ 7 ສິງຫາ 2020 ນີ້, ກົມວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຈັດຕັ້ງປາຖະກະຖາ ວັນສ້າງຕັ້ງ
ສູນ​ກາງແນວລາວສ້າງຊາດຄົບຮອບ 70 ປີ (13/8/ 1950-13/8/2020) ໂດຍການເປັນປະທານຂອງສະຫາຍ
ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າ ກົມວິທະຍາສາດ-ປະຫວັດສາດ ການທະຫານ, ມີຄະນະພັກ, ຄະນະບັນ
ຊາ, ພະແນກການ ແລະ ພະນັກງານ-ນັກຮົບພາຍໃນກົມເຂົ້າຮ່ວມ
(ກປທ)                                                           (ອ່ານຕໍ່............)

   

ປະກາດແຕ່ງຕັ້ງພະນັກງານບັນຊາກົມລົດຕັງ-ຍານເກາະ ແລະ ກອງພັນໃຫຍ່ 661

     ວັນທີ 7 ສິງຫາ 2020 ນີ້, ໄດ້ມີພິທີປະກາດແຕ່ງຕັ້ງພະນັກງານບັນຊາກົມລົດຕັງ-ຍານເກາະ ແລະ ກອງພັນໃຫຍ່
661 ຂຶ້ນທີ່ ສະໂມສອນ ກອງພັນໃຫຍ່ 661 ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພົນໂທ ສຸວອນ ເລືອງບຸນ
ມີ ກຳມະການສູນກາງພັກ, ຮອງລັດຕີຖະມົນ ກະຊວງປ້ອງກັນປະເທດ, ຫົວໜ້າ ກົມໃຫຍ່ເສນາທິການ ກອງທັບ
(ກປທ)                                                           (ອ່ານຕໍ່............)

   

ກົມໃຫຍ່ເຕັກນິກກອງທັບ ເຊັນສັນຍາໂຄງການກໍ່ສ້າງອູ່ສ້ອມແປງລົດ

     ວັນທີ 4 ສິງຫາ 2020 ນີ້, ກົມໃຫຍ່ເຕັກນິກກອງທັບ ຈັດພິທີເຊັນສັນຍາ ໂຄງການກໍ່ສ້າງອູ່ສ້ອມແປງລົດລະ
ຫວ່າງ ບໍລິສັດ ລາວິນນາໂກ 36 ຈໍາກັດຜູ້ດຽວ (ຜູ້ຮັບເໝົາ), ກັບ ກົມໃຫຍ່ເຕັກນິກກອງທັບ (ເຈົ້າຂອງໂຄງການ),
ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນຕີ ກິລາກອນ ບຸນນະຜົນ ຫົວໜ້າ ກົມໃຫຍ່ເຕັກນິກກອງທັບ ພ້ອມດ້ວຍຄະ
ນະ, ມີຄະນະອຳນວຍການ ບໍລິສັດ ລາວິນນາໂກ 36 ຈຳກັດຜູ້ດຽວ
(ກປທ)                                                           (ອ່ານຕໍ່............)

   

ກະຊວງປ້ອງກັນປະເທດມອບທຶນກໍ່ສ້າງເຂື່ອນຂັງນ້ຳ ໃຫ້ກອງບັນຊາການທະຫານແຂວງຈຳປາສັກ

     ພິທີ ມອບ-ຮັບ ທຶນກໍ່ສ້າງ ເຂື່ອນຂັງນໍ້າຢູ່ກອງພັນຕີພິເສດ 709 ທີ່ຂຶ້ນກັບກອງບັນຊາການ ທະຫານແຂວງຈໍາ
ປາສັກ. ຈາກກະຊວງປ້ອງກັນປະເທດໄດ້ ຈັດຂຶ້ນທີ່ຫ້ອງປະຊຸມຂອງກອງບັນຊາການທະຫານແຂວງຈໍາປາສັກ. ໃນ
ວັນທີ 31 ກໍລະກົດນີ້, ໂດຍການເປັນປະທານຂອງສະຫາຍ ພົນຕີ ປອ ວົງຄໍາ ພົມມະກອນ ຄະນະປະຈໍາພັກ ກະຊວງ
ປ້ອງກັນປະເທດ
(ກປທ)                                                           (ອ່ານຕໍ່............)

   

ກົມລົດຕັງ-ຍານເກາະສໍາເລັດບັ້ນ ອົບຮົມ-ຫັດແອບໄລຍະສັ້ນ

     ໃນ ວັນທີ 5 ສິງຫາ ນີ້, ກົມລົດຕັງ-ຍານເກາະກົມໃຫຍ່ເສນາທິການກອງທັບ ໄດ້ສໍາເລັດບັ້ນ ອົບຮົມ-ຫັດແອບ
ໄລຍະສັ້ນ ເພື່ອກະກຽມຄວາມພ້ອມເຂົ້າຮ່ວມແຂ່ງຂັນ ອາຣາມີເກມ ທີ່ປະເທດ ຣັດເຊຍ ໃນປີ 2020, ໂດຍການເຂົ້າ
ຮ່ວມຂອງສະຫາຍ ພົນຕີ ປະສິດ ທ່ຽງທຳ ກໍາມະການຄະນະພັກກະຊວງ ຮອງ ຫົວໜ້າກົມໃຫຍ່ເສນາທິການກອງທັບ
(ກປທ)                                                           (ອ່ານຕໍ່............)

   

ປະກາດ​ແຕ່ງ​ຕັ້ງຮອງຫົວໜ້າອໍານວຍການໂຮງໝໍບໍລິເວນ 109

     ກອງປະຊຸມປະກາດການແຕ່ງຕັ້ງຮອງ ຫົວໜ້າ ອໍານວຍການ ​ແລະ​ ບາງ​ຕຳ​ແໜ່ງ ໂຮງໝໍບໍລິເວນ 109 ໄດ້ຈັດ
ຂຶ້ນໃນ ວັນທີ 4 ສິງຫາ 2020 ຢູ່ທີ່ ໂຮງໝໍບໍລິເວນ 109 ໂດຍການເປັນປະທານຂອງສະຫາຍ ພົນຕີ ປອ ວົງຄໍາ ພົມ
ມະກອນ ຫົວໜ້າ ກົມໃຫຍ່ພະລາທິການກອງທັບ ມີຄະນະພັກ-ຄະນະບັນຊາ, ກົມກອງ, ພະແນກການ ພ້ອມດ້ວຍ
ພະນັກງານແພດໝໍເຂົ້າຮ່ວມ
(ກປທ)                                                           (ອ່ານຕໍ່............)

   

ພິທີຊາປະນະກິດສົບ ສະຫາຍ ພົນຈັດຕະວາ ບຸນລ້ຽງ ແສງພະຈັນ

     ໃນວັນທີ 3 ສິງຫາ ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດພິທີຊາປະນະກິດສົບ ສະຫາຍ ພົນຈັດຕະວາ ບຸນລ້ຽງ
ແສງພະຈັນ ກຳມະການ ຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າ ກົມປ້ອງກັນພາຍໃນ ໂດຍມີການນຳພັກ-ລັດ,
ບັນດາສະຫາຍການນຳ ກະປ້ອງກັນປະເທດ, ພະນັກງານ-ນັກຮົບ ແລະ ຄອບຄົວ, ຍາດຕິພີ່ນ້ອງ ທີ່ໃກ້ຊິດເຂົ້າຮ່ວມ
(ກປທ)                                                           (ອ່ານຕໍ່............)

   

ຈັດ​ງານ​ວາງສະ​ແດງຮູບພາບສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ປົດປ່ອຍປະຊາຊົນ ຈີນ
ຄົບຮອບ 93 ປີ

     ວັນທີ 31 ກໍລະກົດ 2020 , ທີ່ຕຶກປິ່ນປົວ ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ເຊິ່ງເປັນ ຕຶກແຫ່ງ
ສັນຍາລັກການຮ່ວມມືມິດຕະພາບລະຫວ່າງສອງກອງທັບ ລາວ-ຈີນ, ສະຖານເອກອັກຄະລັດຖະທູດຈີນ ປະຈຳ
ສປປ ລາວ ຈັດງານວາງສະແດງຮູບພາບສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນ ຈີນ ຄົບຮອບ 93
ປີ (1 ສິງຫາ 1927-1 ສິງຫາ 2020), ໂດຍມີ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ
(ກປທ)                                                           (ອ່ານຕໍ່............)

   

ກົມໃຫຍ່ການເມືອງກອງທັບ ສະຫຼຸບການເຄື່ອນໄຫວວຽກງານຮອບດ້ານ 6 ເດືອນຕົ້ນປີ 2020

     ກອງປະຊຸມສະຫຼຸບຖອດຖອນບົດຮຽນການເຄື່ອນໄຫວວຽກງານຮອບດ້ານໄລຍະ 6 ເດືອນຕົ້ນ ແລະ ວາງທິດ
ທາງແຜນການ 6 ເດືອນທ້າຍປີ 2020 ຂອງກົມໃຫຍ່ການເມືອງກອງທັບ ໄດ້ຈັດຂຶ້ນໃນວັນທີ 30 ກໍລະກົດ 2020
ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ປອ ທອງລອຍ ສິລິວົງ ກໍາມະການສູນກາງພັກ, ຮອງລັດຖະມົນຕີ
ກະຊວງປ້ອງກັນປະເທດ ຫົວໜ້າ ກົມໃຫຍ່ການເມືອງກອງທັບ
(ກປທ)                                                           (ອ່ານຕໍ່............)

   

ກອງປະຊຸມຜູ້ແທນແມ່ຍິງທົ່ວກອງທັບ ຄັ້ງທີ VIII

     ກອງປະຊຸມຜູ້ແທນແມ່ຍິງທົ່ວກອງທັບ ຄັ້ງທີ VIII ໄດ້ໄຂຂຶ້ນ ແລະ ອັດລົງໃນ ວັນທີ 29 ກໍລະກົດ 2020 ນີ້, ທີ່
ສະໂມສອນກົມໃຫຍ່ການເມືອງກອງທັບ ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນໂທ ປອ ທອງລອຍ ສິລິ
ວົງ ກໍາມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ ການເມືອງກອງທັບ, ມີສະ
ຫາຍ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ
(ກປທ)                                                           (ອ່ານຕໍ່............)

   

ວິທະຍາຄານການແພດກອງທັບ ຜ່ານຫຼັກສູດ​ປະລິຍາ​ໂທ​ການ​ແພດ

     ວັນທີ 24 ກໍລະກົດ ນີ້, ວິທະຍາຄານການແພດກອງທັບ ໄດ້ຈັດຕັ້ງຜ່ານໂຄງການຫຼັກສູດລະດັບປະລິນຍາໂທ
ການແພດພື້ນຖານສາຂາການແພດໜ້າທີ່ການ ຢູ່ທີ່ຕຶກອໍານວຍການ ວິທະຍາຄານການແພດກອງທັບ ໂດຍການ
ເປັນປະທານຂອງ ສະຫາຍ ພົນຈັດຕະວາ ປອ ວົງສັກ ພັນທະວົງ ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ຮອງ
ຫົວໜ້າ ກົມໃຫຍ່ພະລາທິການກອງທັບ
(ກປທ)                                                           (ອ່ານຕໍ່............)

   

ປະກາດຍົກລະດັບ ກອງພັນ 428 ເປັນ ກອງພັນຕີພິເສດເຄື່ອນທີ່ໄວ

     ກອງປະຊຸມປະກາດຍົກລະດັບ ກອງພັນ 428 ເປັນ ກອງພັນຕີພິເສດເຄື່ອນທີ່ໄວ ຂຶ້ນກັບ ກອງພັນໃຫຍ່ 497
ໄດ້ຈັດຂຶ້ນໃນ ວັນທີ 24 ກໍລະກົດນີ້, ໂດຍການ ເປັນປະທານຂອງ ສະຫາຍ ພົນຕີ ປະສິດ ທ່ຽງທຳ ກຳມະການ ຄະ
ນະພັກກະຊວງ ຮອງຫົວໜ້າ ກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາ ກົມກອງ, ພະແນກການ
ພ້ອມດ້ວຍພະນັກງານຫຼັກແຫຼ່ງ ແລະ ແຂກຖືກເຊີນເຂົ້າຮ່ວມ
(ກປທ)                                                           (ອ່ານຕໍ່............)

   

ກົມ ວສ-ປສ ການທະຫານ ​ໄດ້ຜ່ານ​ເນື້ອ​ໃນຕຳລາ​ການ​ຮຽນ-ການ​ສອນ ວິຊາ​ສິ່ງ​ແວດ​ລ້ອມ ​ໃນ​ກອງ
ທັບ​ຄັ້ງ​ທີ II

     ໃນວັນທີ 23 ກໍລະກົດ2020 ນີ້, ກົມວິທະຍາສາດ-ປະຫວັດສາດ ການທະຫານ (ວສ-ປສ) ໄດ້ຈັດກອງປະຊຸມ
ຜ່ານເນື້ອໃນ ແລະ ປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດການຮຽນການສອນປຶ້ມຕໍາລາຮຽນວິຊາວິທະຍາສາດສິ່ງ
ແວດລ້ອມ ໃນກອງທັບ ຄັ້ງທີ II, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມ
ວິທະຍາສາດ-ປະຫວັດສາດ ການທະຫານ
(ກປທ)                                                           (ອ່ານຕໍ່............)

   
ໜ້າ

ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ແລະ ໃບອະນຸຍາດຈົດທະບຽນ ເລກທີ 381/ສອຊ,
ລົງວັນທີ 05/05/2016 ແລະ ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012