ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

 

ກະຊວງປ້ອງກັນປະເທດ ສະຫຼຸບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງໄພພິບັດໄລຍະ 5 ປີຜ່ານມາ

     ວັນທີ 23 ກໍລະກົດນີ້, ກະຊວງປ້ອງກັນປະເທດ ໄດ້ຈັດກອງ ປະຊຸມສະຫຼຸບຖອດຖອນບົດຮຽນ ການຈັດຕັ້ງປະຕິ
ບັດວຽກງານ ຄຸ້ມຄອງໄພພິບັດ ໄລຍະ 5 ປີຜ່ານມາ 2016-2020 ແລະ ວາງແຜນການ 5 ປີ 2021-2025, ໂດຍ
ການເປັນປະທານ ຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການ ກົມການເມືອງສູນກາງພັກ, ຮອງນາ
ຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ປະທານຄະນະກຳມະການຄຸ້ມຄອງ ໄພພິບັດຂັ້ນສູນກາງ, ມີ
ສະຫາຍ ພົນຕີ ຈັນທອງ ສອນຕະອາດ ກໍາມະການຄະນະປະຈໍາພັກກະຊວງ

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 27/07/2021

(ກປທ)                                                           (ອ່ານຕໍ່............)

   

 

ທີມເຫຼົ່າຮົບລົດຕັງ-ຍານເກາະ ກອງທັບປະຊາຊົນລາວ ກຽມຄວາມພ້ອມຮອບດ້ານເຂົ້າຮ່ວມແຂ່ງຂັນ
ອາມີເກມ ທີ່ ສ ຣັດເຊຍ

     ສະຫາຍ ພັນເອກ ບຸນປອນ ລົມພະຈັນ ຫົວໜ້າການທະຫານ ກອງພັນໃຫຍ່ 661, ທັງເປັນຫົວ ໜ້າທີມເຫຼົ່າຮົບ
ລົດຕັງ-ຍານເກາະ ກອງທັບປະຊາຊົນລາວ ທີ່ ຈະເຂົ້າຮ່ວມແຂ່ງຂັນ ອາມີເກມ ທີ່ ສ ຣັດເຊຍ ໄດ້ໃຫ້ສໍາພາດຕໍ່ນັກ
ຂ່າວໜັງສືພິມກອງທັບວ່າ: ປັດຈຸບັນນີ້, ທີມເຫຼົ່າຮົບລົດຕັງ-ຍານເກາະ ພວກເຮົາ ແມ່ນໄດ້ກະກຽມຄວາມພ້ອມ
ຮອບດ້ານ ເພື່ອເຂົ້າຮ່ວມແຂ່ງຂັນ ອາມີເກມ ຄັ້ງທີ V ທີ່ ສ ຣັດເຊຍ ໃນປີ 2021 ນີ້, ພາຍຫຼັງທີ່ໄດ້ຮັບການແຈ້ງການ
ຈາກປະເທດ ເຈົ້າພາບກ່ຽວກັບ ການແຂ່ງຂັນ ອາມີເກມ

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 27/07/2021

(ກປທ)                                                           (ອ່ານຕໍ່............)

   

 

ຫຼາຍກົມກອງຈັດຕັ້ງປາຖະກະຖາວັນສຳຄັນຂອງຊາດ

     ໃນວັນທີ 22 ກໍລະກົດ 2021 ນີ້, ກົມໃຫຍ່ການເມືອງກອງທັບ ໄດ້ຈັດຕັ້ງພິທີປາຖະກະຖາວັນ ຄ້າຍວັນເກີດ
ປະທານ ສຸພານຸວົງ ຄົບຮອບ 112 ປີ (13/7/1909- 13/7/2021) ຂຶ້ນຢູ່ທີ່ສະໂມສອນກົມໃຫຍ່ການເມືອງກອງ
ທັບ ໂດຍການເປັນປະທານ ແລະ ກ່າວປາຖະກະຖາ ໂດຍ ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ກຳມະການຄະນະ
ປະຈຳພັກ ກະຊວງປ້ອງກັນປະເທດ

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 23/07/2021

(ກປທ)                                                           (ອ່ານຕໍ່............)

   

 

ມອບ-ຮັບໜ້າທີ່ຂັ້ນກົມ ແລະ ຫົວໜ້າການເມືອງໂຮງໝໍສູນກາງ 103 ກອງທັບ

     ວັນທີ 21 ກໍລະກົດ 2021 ນີ້, ຢູ່ທີ່ໂຮງໝໍສູນກາງ 103 ກອງທັບ ໄດ້ຈັດພິທີມອບ-ຮັບໜ້າທີ່ ຂັ້ນກົມ ແລະ ຫົວ
ໜ້າການເມືອງໂຮງໝໍສູນກາງ 103 ກອງທັບ ຂຶ້ນ ໂດຍການເປັນປະທານຂອງ ສະຫາຍ ພົນຕີ ຄຳເພັດ ສີຊານົນ ກຳ
ມະການຄະນະປະຈຳພັກກະຊວງປ້ອງກັນປະເທດ, ເລຂາຄະນະອົງການກົມໃຫຍ່, ຫົວໜ້າກົມໃຫຍ່ພະລາທິການກອງ
ທັບ, ມີຄະນະພັກ-ຄະນະອຳນວຍການໂຮງໝໍສູນກາງ 103 ກອງທັບ, ຄະນະກົມ, ຫ້ອງການ, ວິທະຍາຄານ, ສະຖາ
ບັນອ້ອມຂ້າງກົມໃຫຍ່ພະລາທິການ, ຕະຫຼອດຮອດ ຄະນະຫ້ອງ

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 23/07/2021

(ກປທ)                                                           (ອ່ານຕໍ່............)

   

 

ກົມໃຫຍ່ພະລາທິການກອງທັບ ຈັດກິດຈະກຳປ່ອຍປາ ເນື່ອງໃນໂອກາດວັນອະນຸລັກສັດນ້ຳ-ສັດປ່າແຫ່ງ
ຊາດ ຄົບຮອບ 24 ປີ

     ໃນວັນທີ 13 ກໍລະກົດ 2021 ນີ້, ກົມໃຫຍ່ພະລາທິການ ກອງທັບ ໄດ້ຈັດກິດຈະກໍາປ່ອຍປາ ຢູ່ທີ່ກຸ່ມ ຜະລິດ
ກະສິກໍາຄົບວົງຈອນເລກ 1 ກອງທັບ ເນື່ອງໃນໂອກາດວັນປ່ອຍປາ ແລະ ອະນຸລັກສັດນໍ້າ-ສັດປ່າ ແຫ່ງຊາດ ຄົບຮອບ
24 ປີ ( 13 ກໍລະກົດ 1997-13 ກໍລະກົດ 2021). ໂດຍການເຂົ້າຮ່ວມ ເປັນປະທານຂອງ ສະຫາຍ ພົນຕີ ຄໍາເພັດ
ສີຊານົນ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນ ປະເທດ

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 14/07/2021

(ກປທ)                                                           (ອ່ານຕໍ່............)

   

 

ກອງພັນໃຫຍ່ 605 ສຳເລັດການຫັດແອບຍິງເປົ້າໝາຍດ້ວຍລູກປືນແທ້

     ວັນທີ 8 ກໍລະກົດ 2021 ນີ້, ກອງພັນໃຫຍ່ 605 ໄດ້ສຳເລັດ ການອົບຮົມ-ຫັດແອບ ແລະ ປະຕິບັດຕົວຈິງຍິງ
ເປົ້າໝາຍດ້ວຍ ລູກປືນແທ້ ໂດຍການເຂົ້າຮ່ວມ ເປັນປະທານຂອງສະຫາຍ ພັນເອກ ປະເສີດ ທ່ຽງທຳ ຫົວໜ້າ ການ
ທະຫານກອງພັນໃຫຍ່ 605, ມີຄະນະພັກ-ຄະນະບັນຊາ, ພະແນກການ ແລະ ພະນັກງານ-ນັກຮົບເຂົ້າຮ່ວມ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 14/07/2021

(ກປທ)                                                           (ອ່ານຕໍ່............)

   

 

ກົມໃຫຍ່ເສນາທິການກອງທັບສະຫຼຸບວຽກງານຮອບດ້ານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6
ເດືອນທ້າຍປີ 2021

     ວັນທີ 9 ມິຖຸນາ 2021 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ຈັດກອງປະຊຸມສະຫຼຸບວຽກ ງານຮອບດ້ານ 6
ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນ ທ້າຍປີ 2021, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ຈັນທອງ
ສອນຕະອາດ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຮັກສາ ການຫົວໜ້າກົມໃຫຍ່ເສນາທິການກອງທັບ

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 12/07/2021

(ກປທ)                                                           (ອ່ານຕໍ່............)

   

 

ມອບ-ຮັບນະໂຍບາຍເງິນປ່ຽນແທນໂກຕ້າລົດ ແລະ ເງິນອຸດໜູນເສຍສະຫຼະຊີວິດປະຈຳປີ 2021

     ວັນທີ 8 ກໍລະກົດ 2021 ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງພິທີມອບ-ຮັບນະໂຍບາຍ ເງິນປ່ຽນແທນໂກ
ຕ້າລົດ ແລະ ເງິນອຸດໝູນເສຍສະຫຼະຊີວິດ ງວດທີ I ປະຈຳປີ 2021 ໃຫ້ນັກ ຮົບແຂ່ງຂັນແຫ່ງຊາດ ແລະ ພະນັກງານ
ປະຕິວັດອາວຸໂສ ເຂົ້າການປະຕິວັດ ປີ 1954 ຄືນຫຼັງ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ສີທາ ດວງ
ມາລາ ກໍາມະການຄະນະ ພັກກະຊວງປ້ອງກັນປະເທດ, ຫົວໜ້າກົມນະໂຍບາຍກົມໃຫຍ່ ການເມືອງກອງທັບ

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 12/07/2021

(ກປທ)                                                           (ອ່ານຕໍ່............)

   

 

ຮອງລັດຖະມົນຕີກະຊວງປ້ອງກັນປະເທດເຄື່ອນໄຫວຢ້ຽມຢາມກອງພົນທີ 2

     ວັນທີ 3 ກໍລະກົດ 2021 ນີ້, ສະຫາຍ ພົນໂທ ທອງລອຍ ສີລິວົງ ກໍາມະການສູນກາງພັກ ຮອງລັດຖະມົນຕີກະ
ຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມພົບປະ ໂອ້
ລົມຄະນະພັກ-ຄະນະບັນຊາ ກອງພົນທີ 2 ໂດຍການຕ້ອນ ຮັບຂອງ ສະຫາຍ ພົນຈັດຕະວາ ວຽງແກ້ວ ສີສຸລາດ ເລ
ຂາຄະນະພັກ ຫົວໜ້າການເມືອງກອງ ພົນທີ 2 ພ້ອມດ້ວຍຄະນະ

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 06/07/2021

(ກປທ)                                                           (ອ່ານຕໍ່............)

   

 

ວາງສີລາລຶກກໍ່ສ້າງອາຄານ,ສໍານັກງານກອງບັນຊາການທະຫານອາກາດ

     ວັນທີ 03 ກໍລະກົດ 2021 ນີ້,ໄດ້ຈັດພິທີວາງສີລາລຶກ ກໍ່ສ້າງອາຄານ, ສໍານັກງານກອງບັນຊາການທະຫານ ອາ
ກາດ ໂດຍການເຂົ້າຮ່ວມເປັນປະທານ ຂອງສະຫາຍ ພົນຕີ ປອ ວົງຄໍາ ພົມມະກອນ ກໍາມະການສູນກາງພັກ ຮອງລັດ
ຖະມົນຕີ ກະຊວງປ້ອງກັນປະເທດ, ມີ ສະຫາຍ ພົນຈັດຕະວາ ຄໍາເຫຼັກ ແສງພະຈັນ ຜູ້ບັນຊາການທະຫານອາກາດ,
ສະຫາຍ ພັນເອກ ພິເສດ ຫຼີປິ້ງ ທີ່ປຶກສາທູດຝ່າຍປ້ອງກັນຊາດ ສປ ຈີນ ປະຈໍາລາວ

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 05/07/2021

(ກປທ)                                                           (ອ່ານຕໍ່............)

   

 

ມື້ນີ້ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 32 ຄົນ 29 ຄົນເປັນກໍລະນີນຳເຂົ້າ

     ວັນທີ 04 ກໍລະກົດ ປີ 2021 ນີ້, ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມ ຄວບຄຸມພະຍາດ
ຕິດຕໍ່, ກະຊວງສາທາລະນະສຸກ ພ້ອມດ້ວຍ ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ, ຮອງຫົວໜ້າ
ຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ, ຮອງຫົວໜ້າຄະນະສະເພາະກິດ, ຜູ້ປະຈຳການ, ຫົວໜ້າກອງເລຂາຄະ
ນະສະເພາະກິດ, ຈະຖະແຫຼງຂ່າວ ກ່ຽວກັບ ການສືບຕໍ່ຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດ
ກັ້ນ ການລະບາດຂອງພະຍາດໂຄວິດ-19

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 05/07/2021

(ກປທ)                                                           (ອ່ານຕໍ່............)

   

 

ສະຫາຍ ທອງລຸນ ສີສຸລິດ ແລະ ສະຫາຍ ຫງວຽນ ຝຸ ຈ້ອງ ເຂົ້າຮ່ວມໃນພິທີລົງນາມເອກະສານຮ່ວມ
ມືຫຼາຍສະບັບ ລະຫວ່າງ ລາວ-ຫວຽດນາມ

     ອີງຕາມເວບໄຊ ໜັງສືພິມກອງທັບ ປະຊາຊົນຫວຽດນາມ - ຕອນເຊົ້າວັນທີ 28 ມິຖຸນານີ້, ທີ່ສໍານັກງານສູນກາງ
ພັກ, ພາຍຫຼັງການພົບປະເຈລະຈາ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານແຫ່ງ ສປປ ລາວ ແລະ
ສະຫາຍ ຫງວຽນ ຝູ ຈ້ອງ ເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ໄດ້ຮ່ວມເປັນສັກຂີພິຍານໃນພິທີລົງນາມ
ເອກະສານຮ່ວມມືຫຼາຍສະບັບ ລະຫວ່າງ ສອງປະເທດ

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 30/06/2021

(ກປທ)                                                           (ອ່ານຕໍ່............)

   

 

ກອງປະຊຸມສ່ອງແສງວຽກງານຮອບດ້ານທົ່ວກອງທັບ ປະຈຳໄຕມາດ II 4 ແຂວງພາກເໜືອ ແລະ 1
ກອງພົນ ຢູ່ແຂວງບໍ່ແກ້ວ

     ກອງປະຊຸມສ່ອງແສງວຽກງານຮອບດ້ານທົ່ວກອງທັບ ປະຈຳໄຕມາດ II ປະຈໍາປີ 2021 ໄດ້ຈັດຂຶ້ນໃນທ້າຍ
ເດືອນ ມີຖຸນາ 2021 ນີ້, ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ. ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ
ສາຍໃຈ ກົມມະສິດ ສະມະຊິກສະພາແຫ່ງຊາດ ກຳມະການປະຈຳພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່
ເສນາທິການກອງທັບ

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 30/06/2021

(ກປທ)                                                           (ອ່ານຕໍ່............)

   

 

ກອງບັນຊາການທະຫານແຂວງກວາງຫງາຍ ກອງທັບປະຊາຊົນ ຫວຽດນາມ ມອບເຄື່ອງອຸປະກອນ
ການແພດ ແລະ ທຶນການຊວ່ຍເຫຼືອໃຫ້ແກ່ກອງບັນຊາການທະຫານແຂວງຈຳປາສັກ

     ໃນວັນທີ 26 ມິຖຸນາ 2021 ນີ້, ກອງບັນຊາການທະຫານ ແຂວງ ກວາງຫງາຍ ກອງທັບປະຊາຊົນ ຫວຽດນາມ
ໄດ້ນຳເອົາເຄື່ອງອຸປະກອນການແພດ ແລະ ທຶນການຊ່ວຍເຫຼືອມາມອບໃຫ້ແກ່ກອງບັນຊາການທະຫານ ແຂວງຈຳປາ
ສັກ ກອງທັບປະຊາຊົນລາວ ໃນການປອ້ງກັນ ຕ້ານ ແລະ ສະກັດກັ້ນ ການແຜ່ລະບາດຂອງພະຍາດໂຄວີດ -19, ຢູ່ທີ່
ດ່ານສາກົນ ພູເກືອ ແຂວງອັດຕະປື. ໂດຍຕາງໜ້າກ່າວມອບຂອງ ສະຫາຍ ພັນເອກ ຫວໍ້ ເຕີນ ຕ່າຍ ຮອງຫົວໜ້າ
ການເມືອງ ກອງບັນຊາການທະຫານແຂວງກວາງຫງາຍ ກອງທັບປະຊາຊົນຫວຽດນາມ

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 28/06/2021

(ກປທ)                                                           (ອ່ານຕໍ່............)

   

 

ສປປ ລາວ ຍັງກວດພົບຜູ້ຕິດເຊື້ອພະຍາດໂຄວິດຕື່ມອີກ 10 ຄົນ

     ໃນວັນທີ 27 ມີຖຸນາ ປີ 2021ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງ
ສາທາລະນະສຸກ ໄດ້ມາຖະແຫຼງຂ່າວກ່ຽວກັບສະພາບໂຄວິດ-19 ໃນ ສປປ ລາວ ວ່າ: ໃນວັນທີ 26 ມິຖຸນາ 2021
ໄດ້ກວດວິເຄາະທັງໝົດ 1,354 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອທັງໝົດ 10 ຄົນ, ຈາກນະຄອນຫຼວງ 1 ຄົນ, ສະ
ຫວັນນະເຂດ 1 ຄົນ, ຄຳມ່ວນ 4 ຄົນ ແລະ ຈຳປາສັກ 4 ຄົນ

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 28/06/2021

(ກປທ)                                                           (ອ່ານຕໍ່............)

   

 

ໂຮງຮຽນນາຍສິບເລກ 2 ວຽງໄຊ ປິດຊຸດຮຽນ ພ້ອມມອບໃບປະກາສະນີຍະບັດ ໃຫ້ນັກຮຽນຊຸດທີ 24

     ຕອນເຊົ້າວັນທີ 25 ມິຖຸນາ 2021 ນີ້, ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ໄດ້ປິດຮຽນ ພ້ອມມອບໃບປະກາ
ສະນີຍະບັດ ໃຫ້ນັກຮຽນນາຍສິບຊຸດທີ 24 ແລະ ນັກຮຽນກໍ່ສ້າງເລັ່ງລັດລະບົບ 1 ປີຊຸດທີ 3 ໂດຍການ ເປັນປະທານ
ຂອງສະຫາຍ ພົນຈັດຕະວາ ວັນທອງ ບຸດຕະວົງ ກໍາມະການຄະນະພັກ ກະຊວງປ້ອງກັນປະເທດ ຮອງຫົວໜ້າ ກົມ
ໃຫ່ຍເສນາທິການ ກອງທັບ

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 25/06/2021

(ກປທ)                                                           (ອ່ານຕໍ່............)

   

 

ສປປ ລາວ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ- 19 ເພີ່ມ 14 ກໍລະນີ

     ໃນວັນທີ 25 ມີຖຸນາ ປີ 2021 ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່
ຈະມາຖະແຫຼງຂ່າວມື້ນີ້ ກ່ຽວກັບສະພາບໂຄວິດ-19 ໃນ ສປປ ລາວ, ໃນໂລກ ແລະ ຂໍ້ແນະນຳ, ຕາງໜ້າກອງເລຂາ
ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ COVID-19

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 25/06/2021

(ກປທ)                                                           (ອ່ານຕໍ່............)

   

 

ກະຊວງປ້ອງກັນປະເທດ ມອບເງີນ 200,000 ໂດລາໃຫ້ ສສ ຫວຽດນາມ

     ຕອນເຊົ້າຂອງວັນທີ 23 ມິຖຸນາ 2021 ນີ້. ກະຊວງປ້ອງກັນປະເທດ ໄດ້ຈັດພິທີມອບວັດຖຸປັດໃຈ ຈໍານວນ
200,000 ໂດລາ ເພື່ອຊ່ວຍເຫຼືອ ສສ ຫວຽດນາມ ໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດ ຂອງເຊື້ອພະຍາດ
ໂຄວິດ-19. ເຊິ່ງເປັນກຽດມອບໂດຍ ສະຫາຍ ພົນເອກ ຈັນສະໝອນ ຈັນຍະລາດ ລັດຖະມົນຕີກະຊວງປ້ອງກັນປະ
ເທດ ແຫ່ງ ສປປ ລາວ

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 24/06/2021

(ກປທ)                                                           (ອ່ານຕໍ່............)

   
ໜ້າ

ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ແລະ ໃບອະນຸຍາດຈົດທະບຽນ ເລກທີ 381/ສອຊ,
ລົງວັນທີ 05/05/2016 ແລະ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012