ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ລົງກວດກາວຽກງານອົບຮົມ-ຫັດແອບຢູ່ກອງພັນໃຫຍ່ 11

  ວັນທີ 30 ກໍລະກົດ 2019 ນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ,
ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມຄະນະໄດ້ລົງພົບປະຄະນະພັກ-ຄະນະບັນຊາ ແລະ ກວດກາວຽກງານອົບ
ຮົມ-ຫັດແອບພາຫະນະເຕັກນິກຢູ່ກອງພັນໃຫຍ່ 11
(ກປທ)                                                           (ອ່ານຕໍ່............)

   

ປະກາດແຕ່ງຕັ້ງຮອງຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ

  ວັນທີ 30 ກໍລະກົດ2019 ນີ້, ຢູ່ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ໄດ້ມີພິ
ທີປະກາດການຈັດຕັ້ງຂັ້ນຮອງຫົວໜ້າກົມ ວິທະຍາສາດ-ປະຫວັດສາດ ການທະຫານ ເພີ່ມຕື່ມຈາກຄະນະກົມທີ່ມີ
ຢູ່ແລ້ວ 3 ສະຫາຍເປັນ 4 ສະຫາຍ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພົນໂທ ປອ ທອງລອຍ ສິລິວົງ
(ກປທ)                                                           (ອ່ານຕໍ່............)

   

ສະຫາຍຫົວໜ້າກົມໃຫຍ່ເສນາທິການກອງທັບ ລົງຊຸກຍູ້ວຽກງານຢູ່ຈຸດສຸມພັດທະນາຄັງວຽງ

  ໃນລະຫວ່າງວັນທີ 22-24 ກໍລະກົດ 2019 ຜ່ານມານີ້, ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນ
ກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ ພ້ອມດ້ວຍຄະນະໄດ້ລົງ
ເຄື່ອນໄຫວຊຸກຍູ້ການພັດທະນາພື້ນຖານໂຄງລ່າງຢູ່ຈຸດສຸມຄັງວຽງ ເມືອງໝອກ ແຂວງຊຽງຂວາງ
(ກປທ)                                                           (ອ່ານຕໍ່............)

   

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ຄັ້ງທີ 8 ສະໄໝທີ IV

  ວັນທີ 26 ກໍລະກົດ 2019, ຢູ່ທີ່ຫ້ອງປະຊຸມກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກ
ກະຊວງປ້ອງກັນປະເທດ ຄັ້ງທີ 8 ສະໄໝທີ IV ເພື່ອສະຫຼຸບຕີລາຄາການນຳພາວຽກງານໃນ 6 ເດຶອນຕົ້ນປີ ແລະ ກຳ
ນົດທິດທາງຈຸດສຸມໃນການນຳພາໃນ 6 ເດືອນທ້າຍປີ 2019 ໂດຍການເປັນປະທານ ຂອງ ສະຫາຍພົນເອກ ຈັນສະ
ໝອນ ຈັນຍາລາດ
(ກປທ)                                                           (ອ່ານຕໍ່............)

   

ປະກາດເລື່ອນຊັ້ນນາຍທະຫານຂັ້ນສູງ ຈາກພົນຕີຂຶ້ນຊັ້ນພົນໂທ

  ພິທີປະກາດເລື່ອນຊັ້ນນາຍທະຫານຂັ້ນສູງຈາກຊັ້ນພົນຕີຂຶ້ນຊັ້ນພົນໂທໃຫ້ ສະຫາຍ ພົນຕີ ປອ ທອງລອຍ ສີລິວົງ
ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບໄດ້ຈັດຂຶ້ນ
ໃນວັນທີ 25 ກໍລະກົດ 2019 ນີ້, ຢູ່ສະໂມສອນກະຊວງປ້ອງກັນປະເທດ
(ກປທ)                                                           (ອ່ານຕໍ່............)

   

ກົມ ວສ-ປສ ການທະຫານ ສ້າງຂະບວນການສະເຫຼີມສະຫຼອງວັນສ້າງຕັ້ງແມ່ຍິງລາວ ຄົບຮອບ 64 ປີ

  ວັນທີ 19 ກໍລະກົດ 2019 ນີ້, ຢູ່ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ສ້າງ
ຂະບວນການສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 64 ປີ ໂດຍຈັດກິດຈະກຳແຂ່ງຂັນກີລາດຶງ
ເຊືອກ, ຢຽບປຸມເປົ້າ ແລະ ກີລາບານສົ່ງຍິງ ລະຫວ່າງກົມວິທະຍາສາດ-ປະຫວັດສາດ ການທະຫານ
(ກປທ)                                                           (ອ່ານຕໍ່............)

   

ພິທີປະກາດການຈັດຕັ້ງຢູ່ກອງພົນທີ 4

  ໃນວັນທີ 18 ກໍລະກົດ 2019 ນີ້, ກອງພົນທີ 4 ໄດ້ຈັດພິທີປະກາດແຕ່ງຕັ້ງຫົວໜ້າການເມືອງກອງພົນ, ຫົວໜ້າ
ຫ້ອງ ແລະ ຮອງຫົວໜ້າຫ້ອງ ໂດຍການເປັນກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ພົນຕີ ປອ ທອງລອຍ ສີລິວົງ
ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ
(ກປທ)                                                           (ອ່ານຕໍ່............)

   

ປະກາດການຈັດຕັ້ງຂັ້ນພະແນກການຂອງກົມວິທະຍາສາດ-ປະຫວັດສາດການທະຫານ

  ວັນທີ 18 ກໍລະກົດ 2019 ນີ້, ຢູ່ກົມວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຈັດຕັ້ງພິທີປະກາດການຈັດຕັ້ງ
ຂັ້ນນຳພາ-ບັນຊາຢູ່ແຕ່ລະພະແນກການພາຍໃນກົມ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ພົນຈັດຕະວາ ວຽງ
ໄຊ ສົມວິຈິດ ຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ
(ກປທ)                                                           (ອ່ານຕໍ່............)

   

ກອງປະຊຸມສ່ອງແສງວຽກງານຮອບດ້ານປະຈຳໄຕມາດ II ປີ 2019 ຂອງກຳລັງຫຼວງ-ກຳລັງທ້ອງຖິ່ນ 4
ແຂວງພາກໃຕ້

  ໂຮງງານປະສານເຫຼົ່າພາກໃຕ້ໄດ້ເປັນເຈົ້າພາບຈັດກອງປະຊຸມສ່ອງແສງລາຍງານວຽກງານຮອບດ້ານ ໃນທົ່ວກອງ
ທັບ ປະຈຳໄຕມາດ II ແລະ ທິດທາງແຜນການປະຈຳໄຕມາດ III ປີ 2019 ຂອງບັນດາກົມກອງກຳລັງຫຼວງ-ກຳລັງ
ທ້ອງຖິ່ນ 4 ແຂວງພາກໃຕ້ ຈັດຂຶ້ນໃນຕອນບ່າຍວັນທີ 17 ກໍລະກົດ 2019 ນີ້,
(ກປທ)                                                           (ອ່ານຕໍ່............)

   

ປະກາດສ້າງຕັ້ງກອງບັນຊາການທະຫານອາກາດກອງທັບປະຊາຊົນລາວ

  ກະຊວງປ້ອງກັນປະເທດໄດ້ຈັດຕັ້ງພິທີປະກາດສ້າງຕັ້ງ ແລະ ການແຕ່ງຕັ້ງຄະນະກອງບັນຊາການທະຫານອາກາດ
ກອງທັບປະຊາຊົນລາວ ຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 16 ກໍລະກົດ 2019 ນີ້, ຢູ່ທີ່ກະຊວງປ້ອງກັນປະ
ເທດ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ
(ກປທ)                                                           (ອ່ານຕໍ່............)

   

ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ສໍາເລັດການເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງກັນປະເທດ
ອາຊຽນຄັ້ງທີ 13

  ໃນລະຫວ່າງວັນທີ 10-12 ກໍລະກົດ 2019 ນີ້, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນ ຕີກະຊວງ
ປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ສໍາເລັດເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງກັນປະເທດ
ອາຊຽນ (ADMM) ຄັ້ງທີ 13 ເຊິ່ງຈັດຂຶ້ນທີ່ບາງກອກ
(ກປທ)                                                           (ອ່ານຕໍ່............)

   

ກອງກີລາກອງທັບ ຈັດຕັ້ງເຜີຍແຜ່ກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັງປຸງ)

  ໃນຕອນເຊົ້າຂອງວັນທີ 10 ກໍລະກົດ 2019 ນີ້, ກອງກີລາກອງທັບໄດ້ຮັບຟັງການເຜີຍແຜ່ກົດໝາຍວ່າດ້ວຍນາຍ
ທະຫານກອງທັບປະຊາຊົນລາວ (ສະບັບປັງປຸງ) ໃຫ້ແກ່ນາຍທະຫານຂຶ້ນ, ໂດຍການເປັນປະທານຂອງ ສະຫາຍ ພົນ
ຈັດຕະວາ ສອນທອງ ແກ້ວລໍຄຳ ກຳມະການຄະນະພັກອົງການກົມໃຫຍ່ເສນາທິການກອງທັບ
(ກປທ)                                                           (ອ່ານຕໍ່............)

   

ຜົນສຳເລັດການຄົ້ນຄວ້າ ວສ-ປສ ການທະຫານ ຂອງກອງທັບປະຊາຊົນລາວ

  ການຄົ້ນຄວ້າວິທະຍາສາດ-ປະຫວັດສາດ ການທະຫານ ຂອງກອງທັບປະຊາຊົນລາວແມ່ນການຈຳລອງຄືນຮູບ
ພາບການເຄື່ອນໄຫວທາງດ້ານການທະຫານ ແລະ ສິລະປະການທະຫານທີ່ອົງອາດກ້າແກ່ນໃນພາລະກິດ ປ້ອງກັນ
ຊາດ ທັງເປັນບົດຮຽນ ແລະ ມໍລະດົກອັນລໍ້າຄ່າຂອງກອງທັບ ແລະ ປະຊາຊົນລາວ
(ກປທ)                                                           (ອ່ານຕໍ່............)

   

ກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກອງພັນໃຫຍ່ 605 ສຳເລັດຕາມຄາດໝາຍ

  ກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກອງພັນໃຫຍ່ 605 ໄດ້ໄຂຂຶ້ນ ແລະ ອັດລົງດ້ວຍຜົນສຳເລັດ ໃນວັນ
ທີ 4 ກໍລະກົດ 2019, ໂດຍການເຂົ້າຮ່ວມຂອງສະຫາຍ ພົນຕີ ປອ ວົງຄຳ ພົມມະກອນ ກຳມະການຄະນະປະຈຳພັກ
ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ພະລາທິການກອງທັບ
(ກປທ)                                                           (ອ່ານຕໍ່............)

   

ກົມ ວ-ປສ ການ​ທະຫານ ຮ່ວມບໍລິຈາກ​ເລືອດ

  ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 9 ກໍລະກົດ​ 2019 ນີ້, ກົມວິທະຍາສາດ-ປະຫວັດສາດ ການ​ທະຫານ ​ໄດ້ປະກອບສ່ວນ
​ຮ່ວມ​ບໍລິຈາກ​ເລືອດ ​ໂດຍ​ການ​ເປັນ​ປະທານ​ຂອງທ່ານ ພົນ​ຈັດຕະວາ ວຽງ​ໄຊ ສົມ​ວິຈິດ ຫົວໜ້າ​ກົມ​ວິທະຍາສາດ-ປະ
ຫວັດສາດ ການ​ທະຫານ, ມີ ທ່ານ ​ແພງ​ທອງ ບານ​ຈັນທະ​ວົງ
(ກປທ)                                                           (ອ່ານຕໍ່............)

   

ວປກ ປະກາດການຈັດຕັ້ງຂັ້ນຄະນະວິຊາຄູ-ພະ​ແນ​ກການ

  ໃນຕອນບ່າຍຂອງວັນທີ 5 ກໍລະກົດ 2019 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ປະກາດການ
ຈັດຕັ້ງຂັ້ນຄະນະວິຊາຄູ ແລະ ຂັ້ນພະແນກການ ຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຂອງ ສະຫາຍ ພັນເອກ
ປອ ຄຳຜາຍ ສະພັງເໜືອ ຮອງຫົວໜ້າການເມືອງ, ຫົວໜ້າກົມການເມືອງ ວປກ
(ກປທ)                                                           (ອ່ານຕໍ່............)

   

ເຊັນສັນຍາການກໍ່ສ້າງອະນຸສອນສະຖານຄຸກກັກຂັງຜູ້ນຳແນວລາວຮັກຊາດ

  ໃນວັນທີ 5 ກໍລະກົດ 2019 ນີ້, ຢູ່ທີ່ກົມວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຈັດພິທີເຊັນ ສັນຍາການ
ກໍ່ສ້າງອະນຸສອນສະຖານຄຸກກັກຂັງຜູ້ນຳແນວລາວ ຮັກຊາດສະໄໝລັດຖະບານຫຸ່ນຂາຍຊາດຢູ່ຄ້າຍໂພນເຄັງຂຶ້ນຢ່າງ
ເປັນທາງການ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ
(ກປທ)                                                           (ອ່ານຕໍ່............)

   

ປະກາດການແຕ່ງຕັ້ງບັນດາຜູ້ອຳນວຍການຫົວໜ່ວຍທຸລະກິດທີ່ຂຶ້ນກັບລັດວິສາຫະກິດລາວ ເດີນອາ
ກາດ ແລະ ຮອງຫົວໜ້າກົມຄົ້ນຄວ້າສັງລວມຫ້ອງວ່າການກະຊວງປ້ອງກັນປະເທດ

  ວັນທີ 4 ກໍລະກົດ 2019 ນີ້, ທີ່ສະໂມສອນຫ້ອງວ່າການກະຊວງປ້ອງກັນປະເທດ, ໄດ້ມີພິທີປະກາດ ການແຕ່ງຕັ້ງ
ບັນດາຜູ້ອຳນວຍການຫົວໜ່ວຍທຸລະກິດທີ່ຂຶ້ນກັບລັດວິສາຫະກິດລາວເດີນອາກາດ ແລະ ຮອງກົມຄົ້ນຄວ້າສັງລວມ
ຫ້ອງວ່າການກະຊວງປ້ອງກັນປະເທດ
(ກປທ)                                                           (ອ່ານຕໍ່............)

   
ໜ້າ

ເວັບໄຊ້ກະຊວງປ້ອງກັນປະເທດ
www.mod.gov.la
ຄຸ້ມຄອງໂດຍ: ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ແລະ ໃບອະນຸຍາດຈົດທະບຽນ ເລກທີ 381/ສອຊ,
ລົງວັນທີ 05/05/2016 ແລະ
ໃບອະນຸຍາດ ສະບັບເລກທີ 1968/ກປທ, ລົງວັນທີ 12/6/2012
ທີ່ຢູ່: ບ.ໂພນເຄັງ, ຖະໜົນ ໄກສອນ ພົມວິຫານ
ໂທ&ແຟກ: 021 911012